ກະຊວງໂຍທາ ສັ່ງ​ຢຸດການ​ກໍ່ສ້າງຊົ່ວ​ຄາວຂອງ​ ບໍລິສັດ ຫລົງ​ຝູ ​ຍ້ອນ​ລະ​ເມີດ​ລະບຽບ​​ຜັງ​ເມືອງ!

yotha

​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 18 ມິຖຸນາ​ນີ້, ທ່ານ ດຣ. ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນ ຕີ​ວ່າການ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໄດ້​ອອກ​ມາຊີ້​ແຈງຕອບ​ຂໍ້​ຂ້ອງ​ໃຈ​ຂອງປະຊາຊົນ​ບ້ານ​ໂພນ​ສະ​ອາດ, ​ເມືອງ​ໄຊ​ເສດ​ຖາ ນະຄອນຫລວງ​ວຽງ​ຈັນ ກ່ຽວ​ກັບ​ການສະ​ເໜີ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ລົງ​ກວດກາ​ບໍ​ລິ​ສັດ ຫລົງ​ຝູ ທີ່​ສ້າງ​ເປັນ​ຕຶກ 3 ຊັ້ນ (ຕໍ່ໜ້າ​ປໍ້າ​ນ້ຳມັນ​ໂພນ​ສະອາດ), ​ເຊິ່ງການ​ກໍ່ສ້າງແມ່ນ​ໄດ້ກວມ​ເອົາ​ຄອງ​ນ້ຳ ​​ແລະ ​ເສັ້ນທາງ​ລຽບ​ຕາມ​ຄອງ​ນ້ຳທີ່​ປະຊາຊົນ​​ເຄີຍ​ທຽວ​ໄປ​ມາ​. ຕໍ່​ບັນຫາ​ດັ່ງກ່າວ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ກໍ​ຄື​ກົມ​ເຄຫາ​ຜັງ​ເມືອງ ​ໄດ້​ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ​ເພື່ອລົງ​​ໄປເກັບ​ກຳ​ຂໍ້​ມູນ​ຕົວ​ຈິງ ​ແລະ ​ເຫັນ​​ວ່າ: ບໍລິສັດ ຫລົງ​ຝູ ລົງທຶນ ຈຳກັດ ​ໄດ້​ລະ​ເມີດລະບຽບ​ການ​ຂອງ​ຜັງ​ເມືອງ​ແທ້, ​ເຊິ່ງ​ໄດ້​ມີ​ການ​ກໍ່ສ້າງ​ກວມ​ເອົາ​ເຂດ​ຮ່ອງ​ນ້ຳ​ຮ່ອງໄກ່​ແກ້ວ ​ແລະ ​ເສັ້ນທາງ​ແຄມ​ຮ່ອງ 2 ​ເບື້ອງ, ​ເຊິ່ງ​​ເປັນ​ເຂດ​ຫວງ​ຫ້າມ, ບໍ່​ໃຫ້​ມີ​ການ​ປຸກ​ສ້າງ​ໃດໆ. ມາ​ຮອດ​ປັດຈຸບັນທາງ​ພະ​ແນ​ກ​ໂຍທາທິການ ​ແລະ ຂົນ​ສົ່ງ ນະຄອນຫລວງ​ວຽງ​ຈັນ ຈຶ່ງ​ໄດ້​ສັ່ງ​ໂຈະ​ໂຄງການ​ດັ່ງກ່າວ​ຊົ່ວຄາວ ​ແລະ ​ໃຫ້​​ເປີດ​ເສັ້ນ ທາງ​ແຄມ​ຮ່ອງ 2 ​ເບື້ອງ ​ເພື່ອ​ໃຫ້​ປະຊາຊົນ ​ໄດ້​ສັນຈອນ​ເຂົ້າ-ອອກ​ເປັນ​ປົກກະຕິ, ພ້ອມ​ທັງ​ແກ້​ໄຂ​ບັນຫາ​ຕ່າງໆ​ທີ່​ເກີດ​ຂຶ້ນ​ຕາມ​ລະບຽບ​ກົດໝາຍ​ທີ່​ມີ​ແລ້ວ​ຢ່າງ​ເຂັ້ມ​ງວດ​ຄື: ກົດໝາຍ​ວ່າ​ດ້ວຍ​ຜັງ​ເມືອງ, ກົດໝາຍ​ວ່າ​ດ້ວຍ​ການ​ກໍ່ສ້າງ ​ແລະ ກົດ​ລະບຽບ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ການ​ປຸກ​ສ້າງ ສະບັບ​ເລກທີ 621/ກຄຜ, ລົງ​ວັນ​ທີ 11 ພະຈິກ 2013. ນອກ​ຈາກ​ນີ້ ຍັງໄດ້​ເຮັດ​ບົດ​ບັນທຶກ​ກັບ​ບໍລິສັດ​ດັ່ງກ່າວ ​ເພື່ອ​​ແກ້​ໄຂ​ສະ​ເພາະ​ໜ້າ, ​ໂດຍ​ສະ​ເພາະ​ລະດູຝົນ​ທີ່​ຈະ​ມາ​ເຖິງ​ນີ້, ​ບໍ່​ໃຫ້​ຮ່ອງ​ນ້ຳ​ດັ່ງກ່າວຖືກ​ອັດ​ຕັນ​ ​ແລະ ​ເກີດ​ສະ​ພາບ​ນ້ຳ​ຖ້ວມ​ຂັງ​ສົ່ງ​ຜົນ​ກະທົບ​ຕໍ່​ເຮືອນ​ຊານ​ປະຊາຊົນໃນ​ບໍລິ​ເວນ​​ໃກ້​ຄຽງ​ໄດ້​ອີກ.

 

ແຫລ່ງຂ່າວ: ລາວພັດທະນາ