spot_img
Homeຂ່າວພາຍ​ໃນກະຊວງສາທາກ່າວ! ຕໍ່ຫນ້າຈະມີແຜນສັກວັກຊີນໃຫ້ກຸ່ມອາຍຸ 12-17 ປີ ເພື່ອໃຫ້ສາມາດເປີດການຮຽນ-ການສອນ

ກະຊວງສາທາກ່າວ! ຕໍ່ຫນ້າຈະມີແຜນສັກວັກຊີນໃຫ້ກຸ່ມອາຍຸ 12-17 ປີ ເພື່ອໃຫ້ສາມາດເປີດການຮຽນ-ການສອນ

Published on

ຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 21 ກັນຍາ 2021 ໃຫ້ຮູ້ວ່າ:

ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທັງເປັນ ຮອງຫົວໜ້າຄະນະສະເພາະກິດຂັນສູງກາງ ໄດ້ກ່າວໃນງານຖະແຫຼງຂ່າວມື້ນີ້ວ່າ: ຕໍ່ໜ້າສະພາບການດັ່ງກ່າວ ລັດຖະບານ ຈະປະເມີນສະພາບການ ເປັນແຕ່ລະໄລຍະ ແລະ ອອກມາດຕະການຢ່າງເຫມາະສົມ, ຫຼັງຈາກ ການລ໋ອກດາວຜ່ານໄປແລ້ວ ຂໍແຈ້ງໃຫ້ບັນດາທ່ານ ຮີບຮ້ອນສັກວັກຊີນ ໃຫ້ພົນລະເມືອງສ່ວນຫຼາຍ ໃຫ້ໄດ້ຮັບພູມຄຸ້ມກັນໝູ່ ແລະ ມີອັດຕາປົກຄຸມໄດ້ຕາມຄາດຫມາຍ ລວມທັງຜູ້ມີອາຍຸ 17 ປີ, ແມ່ຍິງຖືພາ 12 ໄດ້ອາທິດຂຶ້ນໄປ ໃນຕໍ່ຫນ້າ ຈະມີແຜນສັກໃຫ້ກຸ່ມອາຍຸ 12-17 ເພື່ອໃຫ້ສາມາດເປີດການຮຽນ-ການສອນໄດ້.

ປັດຈຸບັນ ລັດຖະບານກໍ່ກໍາລັງຈັດຫາວັກຊີນໃຫ້ພຽງພໍເພື່ອສະຫນອງໃຫ້ກຸ່ມຄົນດັ່ງກ່າວ, ດັ່ງນັ້ນ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ບັນດາທ່ານ ທີ່ຢູ່ໃນກຸ່ມເປົ້າຫມາຍບູລິມະສິດນັ້ນ ຈົ່ງພ້ອມກັນໄປຮັບການສັກວັກຊີນ ຢ່າງຮີບດ່ວນ ເພື່ອຫຼຸດຜ່ອນການລະບາດຂອງພະຍາດ COVID-19 ຢູ່ປະເທດເຮົາ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...