ກະຊວງສາທາສັ່ງປິດ 195 ສະຖານທີ່ການບໍລິການດ້ານ​ສຸຂະພາບ​ທີ່ບໍ່ປະຕິບັດຕາມກົດໝາຍ

ກະຊວງສາທາລະນະ​ສຸກ ໄດ້ສັ່ງປິດສະຖານທີ່ບໍລິການ ທີ່ບໍ່ປະຕິບັດຕາມກົດໝາຍ ຢູ່​ນະຄອນຫລວງ 1​ ແຫ່ງ ​ແລະ ບໍ່​ໄດ້​ຕໍ່​ທະບຽນ​ໃຫ້​ສືບ​ຕໍ່ ຈຳນວນ 195 ​ແຫ່ງ. ​ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດຖະມົນຕີ ກະຊວງ​ສາທາລະນະ​ສຸກ ​ໄດ້​​​ຊີ້​ແຈງ ​ແລະ ​ແລກປ່ຽນ​ຄຳ​ຄິດ​ເຫັນ ກັບ​ບັນດາ​ສະ​ມາ​ຊິກ​ສະພາ​ແຫ່ງ​ຊາດ ​ໃນ​ວັນ​ທີ 20 ຕຸລາ ຢູ່​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດຊຸດ​ທີ VIII ​ເພື່ອ​ຈະ​ໄດ້​ນຳ​ໄປ​ແກ້​ໄຂປັບປຸງ ຂອດການ​ບໍລິການ​ດ້ານ​ສຸຂະພາບ​ ໃຫ້​ແກ່​ບັນດາ​ປະຊາຊົນ​ບັນ​ເຜົ່າ ​ໃຫ້​ມີ​ປະສິດທິ​ຜົນ ​ແລະ ​ເປັນ​ທີ່​ພໍ​ໃຈ ຕາມ​ແນວທາງຂອງ​ພັກ ​ແລະ ຍຸດ​ທະ​ສາດ​ຂອງ​ລັດຖະບານ ກໍຄື​ ຂອງ​ກະຊວງ​ສາທາລະນະ​ສຸກ​ໃນ​ຕໍ່ໜ້າ.

ທ່ານ ບຸນ​ກອງ ກ່າວ​ວ່າ: ​ເພື່ອ​ແກ້​ໄຂ​ບັນຫາ​ຫາງ​ສຽງ​ຂອງ​ສັງ​ຄົມ ​ໃນ​ເລື່ອງ​ການ​ບໍລິການ​ນີ້,ທາງ​ກະຊວງສາທາລະນະສຸກ ​ໄດ້​ມີ​ການ​ຈັດ​ຝຶກ​ອົມ​ຮົມ​ພະນັກງານ​ລະດັບ​ຕ່າງໆ ​ໃຫ້​ມີ​ຄວາມ​ຊຳ​ນານ​ງານທາງ​ວິຊາ​ການ, ອົບຮົມ​ເຜີຍ​ແຜ່​ຈັນ​ຍາ​ບັນ, ຈັນຍາທຳ​ ໃຫ້​ແກ່​ພະນັກງານ​ແພດ​ໝໍ​ເປັນ​ປະຈຳ ​ແລະ ປົກກະຕິ. ນອກຈາກ​ນີ້, ​ແຕ່​ລະສະ​ຖານ​ທີ່​ບໍລິການ ​ນັບ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ​ໄດ້​ເລີ່​ມຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ 5 ດີ, 1 ພໍ​ໃຈ ​ແລະ ຖື​ເອົາ​ນະ​ໂຍບາຍ​ດັ່ງກ່າວ, ​ເປັນ​ການ​ແຂ່ງຂັນຮັກ​ຊາດ​ພັດທະນາ. ບັນດາ​ໂຮງໝໍ ​ມີ​ຕູ້​ຮັບ​ຄຳ​ສົ່ງ​ຂ່າວ, ມີ​ເບີ​ໂທລະສັບ​ເພື່ອ​ຮັບ​ຄຳ​ຄິດ​ເຫັນຂອງ​ປະຊາຊົນ, ມີ​ລະບອບ​ການ​ກວດກາ​ເວນຍາມ, ການ​ລວມກວດກາ​ທຸກໆ​ຕອນ​ເຊົ້າ ​ເພື່ອ​​ແກ້​ໄຂ​ແຕ່​ລະ​ກໍລະນີ​ຂອງ​ຄົນ​ເຈັບ​ໜັກ ແລະ ມີ​ການ​ທົບ​ທວນ​ສາ​ເຫດ​ ຂອງ​ການ​ຕາຍ​ທຸກ​ກໍລະນີ. ກ່ຽວ​ກັບ​ການ​ໂຄສະນາ​ເກີນ​ເຫດ​ນັ້ນ, ຍັງ​ເປັນ​ສິ່ງ​ທ້າ​ທາຍ​ໃນ​ປັດຈຸ​ບັນ ຜ່ານ​ມາ​ກະຊວງ​ສາທາລະນະ​ສຸກ ​ໄດ້​ອອກ​ແຈ້ງ​ການ​ເຕືອນ ​ແລະ ຫ້າມ​ການໂຄສະນາ ກ່ຽວ​ກັບ​ອາຫານ, ຢາ ແລະ ຜະລິດ​ຕະພັນ​ການ​ແພດ​ທີ່​ເກີນ​ຄວາມ​ເປັນ​ຈິງ​ຈຳນວນ​ໜຶ່ງ, ​ໄດ້​ອອກ​ແຈ້ງ​ເຕືອນ​ໃນ​ເວລາ​ພົບ​ອາຫານ ​ແລະ ຢາທີ່​ບໍ່​ໄດ້​ຄຸນ​ນະພາ​ບ, ສະຫລາກ​ທີ່​ບໍ່​ຖືກຕ້ອງ. ​ເຖິງ​ຢ່າງ​ໃດ​ກໍຕາມ ​ຍັງ​ເຫັນ​ການ​ໂຄສະນາ​ຜ່ານ​ສື່​ຕ່າງໆ ​ໂດຍ​ບໍ່​​ໄດ້​ຮັບ​​ອະນຸຍາດ​ຈາກ​ກະຊວງ​ສາທາລະນະສຸກ ​ເປັນ​ຕົ້ນ​ທາງ​ອອນ​ລາຍ, ອິນ​ເຕີ​ເນັດ, ການ​ຂາຍ​ທາງ​ກົງ ​ແລະ ຂາຍ​ເປັນ​ລູກ​ໂສ້, ທາງ​ໜັງສືພີມ, ວິທະຍຸ ​ແລະ ​ໂທລະພາບ, ຊຶ່ງ​ຈຳ​ເປັນ​ຕ້ອງ​ໄດ້​ປະສານ​ງານ​ກັບ​ພາກສ່ວນ​ຕ່າງໆ ​ທີ່​ກ່ຽວຂ້ອງ​​ເພື່ອ​ແກ້​ໄຂ​ບັນ​ດັ່ງກ່າວ.

​ເພື່ອ​ໃຫ້​ບັນລຸການ​ປົກ​ປ້ອງ ຮັກສາ​ສຸຂະພາບ​ທຸກ​ຖ້ວນ​ໜ້າ, ປະຊາຊົນ​ລາວ​ທຸກ​ຄົນ​ໄດ້​ເຂົ້າ​ເຖິງ ການ​ບໍລິການ​ຮັກສາ​ສຸຂະພາບທີ່​ມີ​ຄຸນະພາບ ມີ​ລະບົບ​ການ​ເງິນ​ປົກ​ປ້ອງ, ​ເຕົ້າ​ໂຮມ​ບັນດາ​ກອງ​ທຶນ​ປະກັນ​ສຸຂະພາບ​ ເຊື່ອມ​ເຂົ້າ​ມາ​ເປັນ​ລະບົບ​ປະກັນ​ສຸຂະພາບ​​ໜຶ່ງ​​ດຽວ ​ເພື່ອ​ຫລຸດຜ່ອນ​ການ​ຈ່າຍ​ໂດຍ​ກົງ​ຕໍ່​ການ​ຮັກສາ​ສຸຂະພາບ ທັງ​ເປັນ​ການ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ການ​ບໍລິການ, ​ໂດຍ​ມີ​ກົນ​ໄກ​ການ​ເພີ່ມ​ສິ່ງ​ຈູງ​ໃຈ​ໃຫ້​ພະນັກງານ​ແພດ​ໝໍ ​ແລະ ​ໃຫ້​ຄ່າ​ປະຕິບັດ​ງານ​ສູງ​ຂຶ້ນ.

 

ແຫລ່ງຂ່າວ: ມະນີ​ທອນ (ສຳນັກຂ່າວສານປະເທດລາວ)