spot_img
Homeຂ່າວທ້ອງຖິ່ນຫຼໍ່ພະພຸດທະຮູບຄຳທີ່ສະສົມ ຫຼັງຍົກຍອດຄຳສູ່ຈອມພະທາດຫຼວງ

ຫຼໍ່ພະພຸດທະຮູບຄຳທີ່ສະສົມ ຫຼັງຍົກຍອດຄຳສູ່ຈອມພະທາດຫຼວງ

Published on

ພິທີ​ຫຼໍ່​ພະ​ພຸດ​ທະ​ຮູບ​ຄຳ ຈັດຂຶ້ນ​ວັນ​ທີ 23 ຕຸລາ 2017 ທີ່​ເດີ່ນກົມ​ມະ​ລຽນ​ພະ​ທາດຫຼວງ​ວຽງ​ຈັນ ມີ​ພະ​ເຖລານຸເຖລະ ທ່ານ ອາຊາງ ລາວ​ລີ ອະດີດ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ທີ່​ປຶກສາ​ກົມການເມືອງ​ສູນ​ກາງ​ພັກ ທ່ານ ບົວເງິນ ຊາ​ພູ​ວົງ ຮອງ​ລັດຖະມົນຕີ ກະຊວງ ຖວທ ທ່ານ ສີ​ຫຸນ ສິດທິ​ລື​ໄຊ ຮອງ​ເຈົ້າ​ຄອງນະຄອນຫຼວງ ພ້ອມ​ດ້ວຍ​ບັນດາ​ພະ​ແນກການ​ ເຈົ້າເມືອງ ຫ້ອງການ​ອ້ອມຂ້າງ ແລະ ມວນ​ຊົນ​ຊາວ​ນະຄອນຫຼວງ​ວຽງ​ຈັນ ເຂົ້າ​ຮ່ວມ.

ທ່ານ ຄຳ​ປະດິດ ເຂັມ​ມານິດ ຫົວໜ້າ​ພະ​ແນກ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ນະຄອນຫຼວງ​ວຽງ​ຈັນ ກ່າວ​ວ່າ: ການ​ຫຼໍ່​ພະ​ພຸດ​ທະ​ຮູບ ​ແມ່ນ​ໄດ້ນຳ​ເອົາ​ຄຳ​ທີ່​ສະ​ສົມ​ໄວ້​ ພາຍຫຼັງທີ່​ຍົກ​ຍອດ​ຄຳ​ສູ່​ຈອມ​ພະທາດຫຼວງ ມີ​ຈຳນວນ 9 ກິ​ໂລ 28,4 ບາດ 1 ສະຫຼຶງ 3,8 ຫຸນ 2,72 ກຣາມ ເພື່ອ​ເປັນ​ສັນຍະລັກ​ໃນໂຄງການ​ປະຕິສັງຂອນ ​ພິ​ພິ​ທະພັນ​ພະ​ທາດຫຼວງ​ວຽງ​ຈັນ ຄັ້ງ​ທີ IV ໃຫ້​ປະດິດສະຖານ​ຢູ່​ນຳ​ພະທາດຫຼວງ​ຕະຫຼອດ​ໄປ ເຊິ່ງ​ພະ​ພຸດທະ​ຮູບ​ອົງ​ນີ້ ແມ່ນ​ປາງ​ຊະນະມານ ມີ​ຊື່ວ່າ: ພະ​ພຸດ​ທະ​ຮູບ​ຄຳ ສ້າງ​ຂຶ້ນ​ໃນ​ໄລຍະ​ສາທາລະນະລັດ ໂດຍ​ສືບ​ສານ​ມູນເຊື້ອ ວັດ​ທະນະ​ທຳ ໃນ​ຍຸກ​ລ້ານ​ຊ້າງ​ສະໄໝ ເຈົ້າໄຊ​ຍະ​ເຊດ​ຖາ​ທິ​ລາດ ແລະ ເຈົ້າສຸລິຍະ​ວົງສາ ມີໜ້າ​ຕັກກວ້າງ 29 ຊັງ​ຕີ​ແມັດ ລວງ​ສູງ 42 ຊັງ​ຕີ​ແມັດ ຫຼໍ່​ດ້ວຍ​ຄຳ 100% ນ້ຳໜັກ​ຫຼາຍ​ກວ່າ 9 ກິ​ໂລ ແຖ່ນ​ພະ​ມີ​ຄວາມ​ສູງ 35 ຊັງ​ຕີ​ແມັດ ຖ້ານ​ເບື້ອງ​ເທິງ 33 ຊັງ​ຕີ​ແມັດ ເບື້ອງ​ລຸ່ມ​ກວ້າງ 15 ຊັງ​ຕີ​ແມັດ ຫຼໍ່​ດ້ວຍ​ທອງ​ສຳລິດ ແລະ ຕິດ​ດ້ວຍ​ຄຳປິວ 100% ເພື່ອ​ຈະ​ໃຫ້​ທັນ​ພິທີ​ສົມໂພດ​ໃນວັນ​ທີ 27 ຕຸລາ ທີ່​ຈະ​ມາ​ເຖິງ​ນີ້ ນອກ​ນັ້ນ ໃນ​ພິທີ​ຜູ້​ທີ່​ມີ​ຈິດໃຈ​ໃສສັດທາ​ຍັງ​ໄດ້​ຮ່ວມ​ສົມທົບ​ທຶນ​ຕໍ່ຍອດ​ຕື່ມ​ອີກ.

ສຳລັບ​ໂຄງການ​ປະຕິສັງຂອນ ພິ​ພິ​ທະ​ພັນ​ພະ​ທາດຫຼວງ​ວຽງ​ຈັນ ຄັ້ງ​ທີ IV ໄດ້​ດຳເນີນ​ການ​ປະຕິ​ສັງຂອນ​ມາ​ແຕ່​ວັນ​ທີ 4 ກັນຍາ 2016 ມາ​ຮອດ​ປັດຈຸບັນ ໄດ້​ສຳເລັດ 8 ໜ້າ​ວຽກ​ສຳຄັນ ມີ​ມູນ​ຄ່າທັງ​ໝົດ 12.024.900.000 ກີບ (ບໍ່​ນັບ​ຄຳ​ທີ່​ໄດ້​ຮັບ​ການ​ສົມທົບທຶນ) ແລະ ຜ່ານ​ມາ​ໄດ້​ຮັບ​ການສົມທົບ​ທຶນ​ເປັນ​ເງິນ​ກີບ ຈຳນວນ 3.771.129.500 ກີບ ເງິນ​ບາດ 4.044.181 ບາດ ເປັນ​ເງິນ​ໂດ​ລາ 219.076 ໂດ​ລາ ເງິນ​ຢວນ 1.455 ຢວນ ເງິນ​ຢູ​ໂລ 15 ຢູ​ໂຣ ເງິນ​ສິງກະໂປ 60 ໂດ​ລາ ແລະ ເງິນ​ໂດ​ລາ​ອົດ​ສະ​ເຕ​ເລຍ 200 ໂດ​ລາ ແລະ ຄຳ​ຈຳນວນ 22 ກິໂລ 30,4 ບາດ 1 ສະຫຼຶງ 3,8 ຫຸນ 2,72 ກຣາມ ນຳ​ໃຊ້​ໂອບຍອດ​ພະ​ທາດຫຼວງ ພະທາດ​ປາລະ​ມີ ແລະ ພະທາດ​ສີ​ທຳ​ມະຫາຍ​ໂສກ​ແລ້ວ 13 ກິ​ໂລ 2 ບາດ 1 ສະຫຼຶງ 3,8 ຫຸນ 2,72 ກຣາມ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...