ກະຊວງສາທາລະນະສຸກ ເຕືອນເຝົ້າລະວັງໃກ້ຊິດ ພະຍາດອີໂບລາ ໃນລາວ!

ເຖິງ​ແມ່ນ​ວ່າ​ຍັງ​ບໍ່​ທັນ​ມີ​ຂ່າວ ກ່ຽວ​ກັບ​ການ​ລະບາດ​ຂອງ​ພະຍາດອີ​ໂບ​ລາ (Ebola) ໃນ​ບັນດາ​ປະເທດ​ອາ​ຊຽນ​ກໍ່​ຕາມ

ແຕ່ເພື່ອ​ບໍ່​ເປັນ​ການ​ປະໝາດ​ ກົມ​ຄວບຄຸມພະ​ຍາດ​ຕິດຕໍ່ ກະຊວງ​ສາ​ທາລະນະ​ສຸກ ໄດ້​ອອກ​ມາ​ເຕືອນ​ໃຫ້ທຸກ​ພາກ

ສ່ວນ ເຝົ້າ​ລະວັງ​ຢ່າງ​ໃກ້ຊິດ ເນື່ອງ​ຈາກ​ການ​ລະບາດ​ຂອງພະຍາດ​ດັ່ງກ່າວ​ ມີ​ຜູ້​ເສຍ​ຊີວິດແລ້ວ 887 ຄົນ ແລະ ມີຄົນ

​ເຈັບ 1.603 ຄົນ.

 

ອີງ​ຕາມ​ໃບ​ສະເໜີ​ສະບັບ​ເລກ​ທີ 1253/​ກຄພຕ ລົງ​ວັນ​ທີ 7 ສິງຫາ 2014 ເຫັນ​ໄດ້​ວ່າ: ພະຍາດ​ອີ​ໂບ​ລາ ແມ່ນ​ກຳລັງ​ລະ

ບາດ​ຢູ່ 3 ປະເທດ​ຂອງ​ທະວີບ​ອາ​ຟຣິກ​ກາ​ຕາເວັນຕົກ ເຊັ່ນ: ປະເທດ​ໄລ​ເບ​ເຣຍ​ ກີ​ເນຍ ແລະ ເຊຍຣາ​ລອນ ມາ​ຮອດ​ວັນ

​ທີ 4 ສິງຫາ 2014 ມີ​ຄົນ​ເຈັບ​ເພີ່ມ​ຂຶ້ນ 280 ຄົນ ແລະ​ ມີ​ຜູ້​ເສຍ​ຊີວິດເພີ່ມ​ຂຶ້ນ 158 ຄົນ ຖ້າ​ທຽບໃສ່​ການ​ລະບາດ​ຮອດ​

ວັນ​ທີ 27 ກໍລະກົດ 2014 ຜ່ານ​ມາ​ ມີ​ຄົນເຈັບ​ພຽງ 1.323 ຄົນ ແລະ ເສຍຊີວິດ 729 ຄົນ.

 

ເຊື້ອ​ຈຸ​ລະ​ໂຣກ ອີ​ໂບ​ລາ ເປັນສາເຫດ​ທີ່​ພາໃຫ້​ເກີດ​ອາການ ເລືອດ​ໄຫຼ​ຕາມ​ອະ​ໄວ​ຍະ​ວະ​ພາຍໃນ​ຕ່າງໆ​ຂອງ​ຮ່າງກາຍ ຜູ້​

ຕິດເຊື້ອ​ຈະ​ມີ​ອາການ​ໄຂ້ ເຈັບ​ຫົວ ເຈັບ​ຕາມ​ຂໍ້​ຕໍ່ ກ້າມຊີ້ນ ຮ່າງກາຍ ອ່ອນເພຍ ຖອກທ້ອງ ຮາກ ເຈັບກະເພາະ ກິນ​ເຂົ້າ

​ບໍ່​ແຊບ ມີເລືອດ​ໄຫຼ​ພາຍ​ໃນ​ຜົ້ງ​ທ້ອງ ອາການ​ດັ່ງກ່າວ ຈະ​ເກີດ​ຂຶ້ນ​ພາຍຫຼັງທີ່​ຄົນ​ເຈັບ​ໄດ້​ສຳ​ພັດ​ກັບ​ເຊື້ອ​ຈຸ​ລະໂຣກ ອີ​ໂບ​

ລາ ຈາກ 2-21 ວັນ ແຕ່​ສ່ວນ​ໃຫຍ່​ຈະ​ພົບ​ອາການລະຫວ່າງ​ມື້​ທີ 8 ຫາ​ມື້​ທີ 10 ສຳລັບຄົນ​ທີ່​ຕິດເຊື້ອ​ພະຍາດ​ດັ່ງກ່າວ​ ທີ່ຍັງ​

ບໍ່​ສະແດງ​ອາການ​ອອກ​ມາ ກໍ່​ບໍ່​ສາມາດ​ຕິດ​ໃສ່​ຄົນ​ອື່ນ​ໄດ້ ນອກຈາກ​ມີ​ການ​ສຳຜັດ​ກັບ​ຄົນເຈັບ ​ທີ່​ສະແດງ​ອາການ​ຂອງ

​ພະຍາດ​ດັ່ງກ່າວ​ອອກ​ມາ​ເທົ່າ​ນັ້ນ.

 

ສຳລັບ​ການ​ກຽມພ້ອມ​ ຂອງກົມ​ຄວບ​ຄຸມພະ​ຍາດ​ຕິດຕໍ່ ໄດ້ເອົາໃຈໃສ່​ຕໍ່​ກັບ​ການ​ແຜ່​ລະບາດ ຂອງ​ພະຍາດ​ດັ່ງກ່າວ​ຢ່າງ

​ໃກ້ຊິດ ໂດຍ​ການ​ສົມທົບ​ກັບ​ໜ່ວຍ​ງານເຝົ້າ​ລະວັງ​ພະຍາດ ຂອງ​ອົງການອະນາໄມ​ໂລກ ປະຈຳ ​ສປປ ລາວ ເອົາໃຈໃສ່​ສືບ

ຕໍ່​ວຽກ​ງານປັບປຸງ ເຝົ້າ​ລະວັງ​ທົ່ວ​ປະເທດ ໂດຍ​ສະເພາະ​ແມ່ນ​ຈຸດ​ຜ່ານ​ແດນ ເຊັ່ນ: ສະໜາມ​ບິນ​ສາກົນ​ວັດ​ໄຕ ຂົວມິດຕະ

ພາບ ດ່ານ​ສາກົນ​ບັນດາແຂວງ​ຕ່າງໆ ແລະ ປັບປຸງ​ວຽກງານ​ປ້ອງ​ກັນ​ການ​ຕິດເຊື້ອ​ໃນ​ໂຮງໝໍ​ໃຫ້​ເຂັ້ມ​ງວດ ປັບປຸງ​ໜ່ວຍ

ຕອບ​ໂຕ້​ໄວ​ຕໍ່​ການ​ລະບາດ​ຂອງທຸກ​ພະຍາດ ແລະ ເຜີຍແຜ່​ຄວາມຮູ້​ໃຫ້​ບັນດາ​ກະຊວງ​ ໃນ​ເວລາ​ພົບກໍລະນີ​ທີ່​ໜ້າ​ສົງ​ໃສ.

 

ແຫຼ່ງຂ່າວ: http://vientianemai.net/teen/khao/1/12415