Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ເມືອງໄຊເຊດຖາ ມ້າງກຸ່ມແກ໊ງມົ້ວສຸມຢາເສບຕິດຫລາຍຈຸດ

ປກສ ເມືອງໄຊເຊດຖາ ມ້າງກຸ່ມແກ໊ງມົ້ວສຸມຢາເສບຕິດຫລາຍຈຸດ

Published on

ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ ປກສເມືອງໄຊເຊດຖາ, ນະຄອນຫລວງວຽງຈັນ ສາມາດມ້າງກຸ່ມແກ໊ງມົ້ວສຸມຢາເສບຕິດ

ຢູ່ບ່ອນພັກຂອງກຳມະກອນສູນການຄ້າລາວ-ໄອເຕັກ, ນະຄອນຫລວງວຽງຈັນ ແລະ ມີຜູ້ຕ້ອງຫາຄື ທ້າວ ລ້ວນ ອາຍຸ

35 ປີ ຢູ່ບ້ານນາຮັ່ງເມືອງຄົງເຊໂດນ ແຂວງສາລະວັນ, ທ້າວ ມີ ອາຍຸ 20 ປີຢູ່ບ້ານໝາກນາວ ເມືອງຊຽງເງິນ ແຂວງ

ຫລວງພະບາງ, ທ້າວ ນຸ້ນ ອາຍຸ 32 ປີ ຢູ່ບ້ານຕານໃຕ້ ເມືອງຄູນ ແຂວງຊຽງຂວາງ ແລະ ທ້າວ ພົດ ອາຍຸ 26 ປີຢູ່ບ້ານ

ທ່ານາກ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ພ້ອມຂອງກາງ ຢາບ້າ 14 ເມັດ ເຊິ່ງທັງໝົດເປັນກຳມະກອນຢູ່ສະ

ຖານທີ່ກໍ່ສ້າງສູນການຄ້າດັ່ງກ່າວ ແລະ ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໄດ້ຮ່ວມກັນເສບຢາເສບຕິດມາດົນແລ້ວ

ໂດຍຢາບ້າທີ່ເອົາມາເສບແຕ່ລະເທື່ອ ແມ່ນຊື້ນຳກຳມະກອນເຮັດວຽກນຳກັນ.

 

ສ່ວນຢູ່ອີກຈຸດໜຶ່ງແມ່ນ ແກ໊ງມົ້ວສຸມຢາເສບຕິດຢູ່ຮ້ານສະນຸກເກີແຫ່ງໜຶ່ງໃນເຂດບ້ານໂນນຫວາຍ ເມືອງໄຊເຊດ

ຖາ ນະຄອນຫລວງວຽງຈັນ ມີຜູ້ຕ້ອງຫາຄື: ທ້າວ ຄອນສະຫວັນ ອາຍຸ 20 ປີຢູ່ບ້ານເມືອງນ້ອຍ, ທ້າວ ເດດ ອາຍຸ 21 ປີ,

ທ້າວ ຈັນ ແຕ້ມ ອາຍຸ 16 ປີ, ທ້າວ ວິທະກອນ ອາຍຸ 30 ປີຢູ່ບ້ານໂນນຫວາຍ ແລະ ທ້າວ ຈັນທະຄານ ອາຍຸ 18 ປີຢູ່ບ້ານ

ຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ພ້ອມຂອງ ກາງຢ້າບ້າ 131 ເມັດ, ປືນ 1 ກະບອກເຊິ່ງເຈົ້າໜ້າທີ່

ໄດ້ຍຶດ ໄວ້ເປັນຫລັກຖານໃນການດຳເນີນຄະດີຕາມກົດໝາຍ.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/blog-post_24.html

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...