spot_img
Homeຂ່າວຕ່າງປະເທດກະຊວງສາທາລະນະສຸກໄທ ຖະແຫລງພົບຜູ້ຕິດເຊື້ອໄວຣັດ MERS ຄົນທຳອິດຂອງປະເທດ!

ກະຊວງສາທາລະນະສຸກໄທ ຖະແຫລງພົບຜູ້ຕິດເຊື້ອໄວຣັດ MERS ຄົນທຳອິດຂອງປະເທດ!

Published on

mers

ສຳນັກຂ່າວຂອງໄທຫລາຍສຳນັກໄດ້ລາຍງານ ໃນວັນທີ 18 ມິຖຸນາຜ່ານມານີ້ວ່າ ກົມຄວບຄຸມພະຍາດ ກະຊວງສາທາລະນະສຸກຂອງໄທ ໄດ້ຖະແຫລງພົບຜູ້ຕິດເຊື້ອໄວຣັດເມີສ (MERS) ຄົນທຳອິດໃນປະເທດໄທແລ້ວ ໂດຍເປັນຄົນຊາວໂອມານ ອາຍຸ 75 ປີ ທີ່ຕິດເຊື້ອມາຈາກຕ່າງປະເທດ ແລະ ໄດ້ເດີນທາງເຂົ້າມາປະເທດໄທ ເມື່ອວັນທີ 15 ມິຖຸນາຜ່ານມາ ພາຍຫລັງຜູ້ກ່ຽວເກີດອາການປວດເມື່ອຍ ຈິ່ງໄດ້ເຂົ້າກວດຢູ່ໂຮງໝໍທີ່ບາງກອກ ໂດຍຜົນກວດໄດ້ອອກມາເປັນບວກ.

ທັງນີ້ ຜູ້ຕິດເຊື້ອລາຍດັ່ງກ່າວ ພາຍຫລັງເດີນທາງເຂົ້າມາປະເທດໄທ ແມ່ນໄດ້ໄປພັກຢູ່ໂຮງແຮມເຂດສຸຂຸມວິດ ຮ່ອມ 3 ກ່ອນທີ່ຈະເຂົ້າມາປິ່ນປົວຢູ່ໂຮງໝໍ ເຊິ່ງປັດຈຸບັນເຈົ້າໜ້າທີ່ຂອງໄທ ກຳລັງເລັ່ງຄົ້ນຫາ ແລະ ຄັກແຍກຜູ້ທີ່ໄດ້ສຳພັດກັບເຊື້ອພະຍາດໃນເຂດຊຸມຊົນດັ່ງກ່າວແລ້ວ ໂດຍຄາດວ່າຈະມີຄົນປະມານ 59 ຄົນ ທີ່ເປັນຜູ້ໃກ້ຊິດທີ່ຕ້ອງໄດ້ຈັບຕາເຝົ້າລະວັງ.

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...