spot_img
Homeຂ່າວພາຍ​ໃນກະຊວງສາທາຢືນຢັນ ລາວກຳລັງປະເຊີນສາຍພັນເດລຕ້າບວກ

ກະຊວງສາທາຢືນຢັນ ລາວກຳລັງປະເຊີນສາຍພັນເດລຕ້າບວກ

Published on

ເຈົ້າໜ້າທີ່ໜ່ວຍງານຂອງກະຊວງສາທາລະນະສຸກຢືນຢັນວ່າ ລາວກຳລັງປະເຊີນກັບສາຍພັນ ເດລຕ້າບວກ (Delta plus) ເຊິ່ງເປັນສາຍພັນມີການລະບາດໄວກວ່າສາຍພັນອື່ນໆລວມທັງສາຍພັນເດລຕ້າທີ່ເຄີຍຖືກຈັດເປັນສາຍພັນອັນຕະລາຍມາກ່ອນໜ້ານີ້.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວໃນງານຖະແຫຼງຂ່າວມື້ວານນີ້ວ່າ: ປັດຈຸບັນ ສປປ ລາວ ໄດ້ເກີດມີການລະບາດໃນຊຸມຊົນໃນບັນດາແຂວງ ແລະ ໂດຍສະເພາະນະຄອນຫຼວງວຽງຈັນ ທີ່ມີການລະບາດໃນຊຸມຊົນສູງທີ່ສຸດໃນສອງມື້ທີ່ຜ່ານມາ, ຂະນະທີ່ ໄດ້ມີການກວດພົບໂຄວິດສາຍພັນເດລຕ້າບວກ ໃນນະຄອນຫຼວງວຽງຈັນ ເຊິ່ງເປັນສາຍພັນມີການລະບາດທີ່ໄວກວ່າສາຍພັນອື່ນໆ.

ເນື່ອງຈາກພະຍາດໂຄວິດ-19 ໄດ້ມີການພັດທະນາ ແລະ ປັບປ່ຽນພັນທຸກຳໂຕເອງໄປເລື້ອຍໆ. ສະນັ້ນ, ເຈົ້າໜ້າທີ່ຈິ່ງໄດ້ຮຽກຮ້ອງໃຫ້ທຸກຄົນລະມັດລະວັງໃນການເດີນທາງໄປມາ ຖ້າບໍ່ຈຳເປັນກໍ່ບໍ່ຄວນໄປທີ່ແອອັດ ຫຼື ສະຖານທີ່ສ່ຽງ ແລະຄວນໃສ່ຜ້າອັດປາກ-ດັງ ເພື່ອປ້ອງກັນພະຍາດດັ່ງກ່າວ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...