spot_img
Homeຂ່າວພາຍ​ໃນກະຊວງປ້ອງກັນຄວາມສະຫງົບ ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງ ປກສ ຄົບຮອບ 56 ປີ

ກະຊວງປ້ອງກັນຄວາມສະຫງົບ ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງ ປກສ ຄົບຮອບ 56 ປີ

Published on

ໃນວັນທີ 4 ເມສາ 2017 ຜ່ານມາ ທີ່ກະຊວງ ປກສ ໄດ້ຈັດພິທິໂຮມຊຸມນຸມມິດຕິງ ສະເຫລີມສະຫລອງ ວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 56 ປີ  (5 ເມສາ 1961-5 ເມສາ 2017)  ໂດຍການເປັນປະທານຂອງ ພົຕ ສົມແກ້ວ ສີລາວົງ ລັດ ຖະມົນຕີກະຊວງ ປກສ, ມີຄະນະລັດຖະມົນຕີ, ຄະນະພັກ-ຄະນະບັນຊາ, ຫົວໜ້າກົມ-ຮອງກົມ ແລະ ອະດີດການນໍາເຂົ້າຮ່ວມ.

ທ່ານ ພົຕ ສົມແກ້ວ ສີລາວົງ ກ່າວວ່າ: ວັນທີ 5 ເມສາ ປີ 1961 ແມ່ນວັນສ້າງຕັ້ງ ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ອັນເປັນປະຫວັດສາດສໍາຄັນຂອງພັກ, ຂອງຊາດ, ຂອງກໍາລັງ ປກສ ທີ່ໄດ້ໝູນວຽນມາບັນຈົບຄົບຮອບ ມາອີກວາລະໜຶ່ງ; ເຊິ່ງແມ່ນພັກປະຊາຊົນລາວ ເປັນຜູ້ສ້າງຕັ້ງ ແລະ ມີການເຕີບໃຫຍ່ຂະຫຍາຍຕົວ ໃນເງື່ອນໄຂ, ສະພາບແວດລ້ອມ ແລະ ຄວາມຈໍາເປັນພາວະວິໄສ ຂອງພາລະກິດຕໍ່ສູ້ກູ້ຊາດ ຕ້ານຈັກກະພັດມາຮຸກຮານ ລ່າເມືອງຂຶ້ນ ແລະ ສັກດີນາປະຕິການ, ລູກແຫລ້ງຕີນມືຂາຍຊາດ; ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ໄດ້ຕໍ່ສູ້ປາບປາມ ພວກຝືນປະຕິວັດ, ພວກອິດທິກໍາລັງປໍລະປັກ, ພວກຕ້ອງໂທດຕ່າງໆ ສາມາດປົກປັກຮັກສາ ຄວາມສະຫງົບ ແລະ ຄວາມເປັນ ລະບຽບຮຽບຮ້ອຍ ຂອງປະເທດຊາດ, ປົກປັກຮັກສາຊີວິດ, ຊັບສິນ ແລະ ຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນລາວບັນດາເຜົ່າ.

ກໍາລັງປ້ອງກັນຄວາມສະຫງົບ ຮ່ວມກັບ ກອງທັບປະຊາຊົນລາວ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຕໍ່ສູ້ຢ່າງພິລະອາດຫານ, ​ເດັດດ່ຽວໜຽວແໜ້ນບໍ່ຍອມຈໍານົນ, ເສຍສະຫລະຜ່ານຜ່າຄວາມຫຍຸ້ງຍາກ ຕີເອົາຊະນະສັດຕູ ໃນໄລຍະການປະຕິວັດ ປົດປ່ອຍປະເທດຊາດ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ທີ່ສົມຊື່ວ່າ: ກໍາລັງປະກອບອາວຸດທີ່ແຫລມຄົມ, ຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນລາວ ບັນດາເຜົ່າ; ສົມແລ້ວເປັນກໍາລັງປະກອບອາວຸດ ວິລະຊົນຂອງຊາດລາວວິລະຊົນ

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...