spot_img
Homeຂ່າວເຫດການກະຊວງຕຳຫລວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ພົບປະຫາລືສອງຝ່າຍ

ກະຊວງຕຳຫລວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ພົບປະຫາລືສອງຝ່າຍ

Published on

ໃນລະຫວ່າງ​ວັນ​ທີ 13-16 ກຸມພາຜ່ານມານີ້ ຄະນະ​ຜູ້​ແທນ​ຂັ້ນ​ສູງ ກະຊວງ​ຕຳຫລວດຫວຽດນາມ ນຳ​ໂດຍ​ທ່ານ ພົນ​ໂທ ຫງວຽນວັນ​​ແທ່ງ, ຮອງ​ລັດຖະມົນຕີ​ ກະຊວງ​ຕຳຫລວດຫວຽດນາມ ໄດ້ເດີນທາງ​ຢ້ຽມຢາມ ​ແລະ ​ເຮ​ັດວຽກຢູ່ ສາທາລະນະ​ລັດ ປະຊາ​ທີ​ປະ​ໄຕ ປະຊາຊົນລາວ ເພື່ອ​ພົບ​ປະ​ເຈລະຈາ​ລະຫວ່າງ ກະຊວງ​ຕຳຫລວດຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ຄວາມສະຫງົບ​​ລາວ ໂດຍຝ່າຍລາວນຳໂດຍ ​ທ່ານ ສີນ​ທະວົງ ​ໄຊ​ຍະກ​ອນ ຮອງ​ລັດຖະມົນຕີ ກະຊວງ​ປ້ອງ​ກັນ​ຄວາມສະຫງົບ​​.

ທັງສອງຝ່າຍໄດ້​ເຫັນ​ດີ​ເປັນ​ເອກະສັນນຳ​ກັນ​ວ່າ ໃນ​ປີ 2017 ນີ້​ ຈະສືບຕໍ່ຮັກສາ ​ແລະ ​ເພີ່ມ​ທະວີການພົບ​ປະ​ຂັ້ນ​ສູງ​ລະຫວ່າງສອງ​ກະຊວງ, ລະຫວ່າງບັນດາ​ກົມ​ກອງ, ຕຳຫຼວດທ້ອງ​ຖິ່ນ ​ເພື່ອ​ແນ​ໃສ່​ແລກປ່ຽນຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ບົດຮຽນ​ໃນການຕໍ່ສູ້ ປ້ອງກັນຕ້ານອາດຊະຍາກຳຕ່າງໆ; ​ເພີ່ມ​ທະວີ​ການຮ່ວມ​ມື​ສຶກສາ, ​ບຳລຸງ​ສ້າງ​ພະນັກງານ, ພະລາທິການ-ເຕັກນິກ. ສອງ​ຝ່າຍໄດ້ທາ​ບທາມ​ຄວາມ​ເຫັນ,​ ສະໜັບສະໜູນ​ເຊີ່ງ​ກັນ ​ແລະ​ ກັນ ຢູ່​ບັນດາ​ເວທີ​ປາ​ໃສ​ສາກົນ ແລະ ​ໃນ​ພາກ​ພື້ນ ​ກ່ຽວກັບການປ້ອງກັນຕ້ານອາດຊະຍາກຳ.  ສອງ​ຝ່າຍຈະ​ສົມທົບ​ກັນ ສົ່ງ​ເສີມ​ການ​​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ ສະ​ເຫຼີມສະຫລອງ ວັນສ້າງ​ຕັ້ງ​ການ​ພົວພັນ​ທາງການ​ທຸດ ຫວຽດນາມ – ລາວຄົບຮອບ 55 ປີ  ​ແລະ ວັນລົງ​ນາມ​ໃນສົນທິສັນຍາ​ມິດຕະພາບ ​ແລະ ການຮ່ວມ​ມື ຫວຽດນາມ – ລາວ ຄົບຮອບ 40 ປີ ຢ່າງ​ມີ​ປະ​ສິດທິ​ຜົນ.

 

ແຫລ່ງຂ່າວ: VOV World 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...