spot_img
Homeຂ່າວພາຍ​ໃນກະຊວງການເງິນ ແລະ ກະຊວງການຄ້າ ຫາລືມາດຕະການເກັບລາຍຮັບໃຫ້ໄດ້ດີກວ່າເກົ່າ

ກະຊວງການເງິນ ແລະ ກະຊວງການຄ້າ ຫາລືມາດຕະການເກັບລາຍຮັບໃຫ້ໄດ້ດີກວ່າເກົ່າ

Published on

kasouang

ໃນວັນທີ 7 ພຶດສະພານີ້, ຢູ່ກະຊວງການເງິນໄດ້ມີການປຶກສາຫາລືລະຫວ່າງການ ນໍາກະຊວງການເງິນນໍາໂດຍທ່ານດຣລຽນທິແກ້ວລັດຖະມົນຕີວ່າການກະຊວງ ການເງິນ ແລະ ທ່ານນາງເຂັມມະນີພົນເສນາລັດຖະມົນຕີວ່າການກະຊວງອຸດ ສາຫະ ກໍາ ແລະ ການຄ້າ, ເພື່ອຮ່ວມກັນຊອກຫາຊ່ອງທາງໃນການປັບປຸງກົນ ໄກຄຸ້ມ ຄອງເ ສດຖະກິດມະຫາພາກ, ຕາມພາລະບົດບາດຂອງສອງກະຊວງ ໃຫ້ມີຄວາມກົມ ກຽວກັນທັງເປັນການສ້າງເງື່ອນໄຂຊຸກຍູ້ການເກັບລາຍຮັບງົບປະມານໃຫ້ມີປະສິດທິຜົນຫລາຍຂຶ້ນກວ່າເກົ່າ. ໂດຍສອງຝ່າຍໄດ້ເນັ້ນໃສ່ບັນຫາສໍາຄັນເປັນຕົ້ນ:ການຄຸ້ມຄອງການຂາຍໄມ້ລະຫວ່າງຂະແໜງອຸດສາຫະກໍາ-ການຄ້າແລະຂະແໜງການເງິນ, ການຄຸ້ມຄອງຫົວໜ່ວຍທຸລະກິດເຊັ່ນ: ການຂຶ້ນທະບຽນ, ການຕໍ່ທະບຽນ, ການຂຶ້ນປ້າຍວິສາຫະກິດ, ການຄຸ້ມຄອງພາຍ
ຫລັງໄດ້ຮັບທະບຽນວິສາຫະກິດ, ການກວດກາການຄ້າຂາອອກ-ຂາເຂົ້າ, ການອອກອະນຸຍາດນໍາເຂົ້າພາຫະນະ, ການຢັ້ງຢືນ ແຫລ່ງກໍາເນີດສິນຄ້າ, ການອອກແຜນການຜະລິດຂອງບັນດາໂຮງງານ, ການອອກໃບຢັ້ງຢືນມາດຕະຖານໂຮງງານຜະລິ ດນ້ຳມັນດໍາ, ການກໍານົດດ່ານນໍາເຂົ້ານ້ຳມັນເຊື້ອໄຟ, ການອອກໃບຟອມສິນຄ້າມາແຕ່ຕ່າງປະເທດ, ການຄຸ້ມຄອງການຄ້າ ຂາຍເຖື່ອນຢູ່ຂອດຈໍາໜ່າຍພາຍໃນປະເທດ, ສິນຄ້າຟຸ່ມເຟືອຍເຊັ່ນ: ເຫລົ້າ, ເບຍ, ຢາສູບ, ເຄື່ອງດື່ມຊູກໍາລັງ ແລະ ການດັດສົມຮ້ານຂາຍລົດ, ທຸລະກິດຂາຍຍົກ, ຂາຍຍ່ອຍ ແລະ ສາງສິນຄ້າອື່ນໆ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...