spot_img
Homeຂ່າວພາຍ​ໃນກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 28, 29 ແລະ ກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງ ໄດ້ອັດລົງ ດ້ວຍຜົນສຳເລັດ

ກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 28, 29 ແລະ ກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງ ໄດ້ອັດລົງ ດ້ວຍຜົນສຳເລັດ

Published on

ກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 28, 29 ແລະ ກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງ ໄດ້ອັດລົງ ດ້ວຍຜົນສຳເລັດ ຢ່າງຈົບງາມ ໃນຕອນແລງ ວັນທີ 8 ກັນຍາ 2016 ໂດຍການເປັນປະທານ ແລະ ເຈົ້າພາບຂອງ ສປປ ລາວ, ພາຍໃຕ້ຄຳຂວັນ ຫັນວິໄສທັດ ໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງ ຂອງປະຊາຄົມອາຊຽນ ພາຍຫລັງ ທີ່ໄດ້ດຳເນີນ ມາແຕ່ວັນທີ 6 ກັນຍາ ນີ້ ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ, ເລຂາທິການໃຫຍ່ອາຊຽນ ແລະ ຄະນະຜູ້ແທນ ຈາກປະເທດສະມາຊິກອາຊຽນ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນນາມປະທານອາຊຽນ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຊິ່ງກ່ອນອື່ນ ໄດ້ສະແດງ ຄວາມພູມໃຈ ທີ່ໄດ້ຮັບກຽດ ເປັນເຈົ້າພາບຄັ້ງທີສອງ ເຊິ່ງເປັນປີທີ່ອາຊຽນ ພວມສຸມຄວາມ ພະຍາຍາມໃນການຈັດຕັ້ງ ຜັນຂະຫຍາຍວິໄສທັດ ປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ. ປີ 2016 ອາຊຽນ ໄດ້ຈັດກອງປະຊຸມ ສຸດຍອດຄັ້ງທີ 28 ແລະ 29 ຕໍ່ເນື່ອງກັນ ເຊິ່ງຜູ້ນຳອາຊຽນ ໄດ້ພົບປະກັບບັນດາ ຜູ້ນຳຈາກ ສະມັດຊາ ລັດຖະສະພາ ລະຫວ່າງ ຊາດອາຊຽນ, ຊາວໜຸ່ມອາຊຽນ ແລະ ທີ່ປຶກສາ ທຸລະກິດອາຊຽນ. ພ້ອມນັ້ນ, ຍັງໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດ ກັບບັນດາຜູ້ນຳ ຂອງຄູ່ເຈລະຈາ ພາຍໃຕ້ຂອບຮ່ວມມື ອາຊຽນ+1, ອາຊຽນ+3 ແລະ ກອງປະຊຸມສຸດຍອດ ອາຊີຕາເວັນອອກ ລວມທັງ ກອງປະຊຸມສຸດຍອດ ແມ່ນໍ້າຂອງ-ຍີ່ປຸ່ນ. ນອກນີ້ ບັນດາຜູ້ນຳອາຊຽນ ຍັງໄດ້ພົບປະສອງຝ່າຍ ຢ່າງຫລວງຫລາຍ.

laos-asean-summit_medi-3-2-1024x560
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 26-29 (ຂວາ) ສົ່ງຕໍ່ການເປັນປະທານອາຊຽນແລະປະທານກອງປະຊຸມສຸດຍອດອາຊຽນຄັ້ງຕໍ່ໄປ ໃຫ້ແກ່ ທ່ານ ດູເຕເຕ ປະທານາທິບໍດີ ຟີລິບປິນ (ຮູບ: AP)

ທ່ານກ່າວຕື່ມວ່າ: ໃນວາລະດຳເນີນກອງປະຊຸມພວກເຮົາໄດ້ຢ້ຳຄືນຄວາມໝາຍໝັ້ນສືບຕໍ່ສ້າງປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ແລະ ຈະເລີນກ້າວໜ້າດ້ວຍການຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025 ກໍຄືແຜນແມ່ບົດຂອງສາມເສົາຄ້ຳ ແລະ ໄດ້ຮັບຮອງເອົາແຜນງານຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີສາມ ແລະ ແຜນແມ່ບົດການເຊື່ອມຈອດອາຊຽນ 2025, ໄດ້ຢ້ຳຄືນຄວາມສຳຄັນໃນການສືບຕໍ່ຮັດແໜ້ນການພົວພັນກັບພາຍນອກ ກໍຄືເສີມຂະຫຍາຍຄວາມເປັນແກນກາງຂອງອາຊຽນໃນໂຄງສ້າງພາກພື້ນພວມຜັນແປ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ລິເລີ່ມຂຶ້ນຄື: ອາຊຽນບວກໜຶ່ງ, ອາຊຽນບວກສາມ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ, ເວທີພາກພື້ນອາຊຽນ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ, ພ້ອມກັນນີ້ ພວກເຮົາກໍໄດ້ເຫັນດີສືບຕໍ່ຄົ້ນຄວ້າວິທີການທີ່ເໝາະສົມ ເພື່ອຮ່ວມມືກັບບັນດາປະເທດທີ່ສົນໃຈສ້າງສາຍພົວພັນກັບອາຊຽນ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ.

ຂ່າວຈາກ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...