spot_img
Homeຂ່າວການຮ່ວມມືກອງປະຊຸມໜ່ວຍປະສານງານປະຈໍາພື້ນທີ່ຊາຍແດນ ລາວ-ໄທ

ກອງປະຊຸມໜ່ວຍປະສານງານປະຈໍາພື້ນທີ່ຊາຍແດນ ລາວ-ໄທ

Published on

ກອງປະຊຸມໜ່ວຍປະສານງານປະຈໍາພື້ນທີ່ຊາຍແດນ ລາວ-ໄທ ລະຫວ່າງແຂວງບໍ່ແກ້ວ, ແຂວງໄຊຍະບູລີ ແລະ ກອງກຳລັງຜາເມືອງ ແຫ່ງຣາຊະອານາຈັກໄທ ຄັ້ງທີ 3 ປະຈຳປີ 2023 ຈັດຂຶ້ນໃນທ້າຍອາທິດຜ່ານມາ, ທີ່ຫ້ອງປະຊຸມດ່ານສາກົນຂົວມິດຕະ ພາບ 4 ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ສປປ ລາວ, ຝ່າຍລາວນໍາໂດຍ ພົນຈັດຕະ ວາ ກູດ ພົມມາ ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງໄຊຍະບູລີ ຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ພາກເໜືອຂອງລາວ ແລະ ພັນເອກ ທອງໄຂ ສີຍາລາດ ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງບໍ່ແກ້ວ ຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ຊາຍແດນ ລາວ-ໄທ ແຂວງບໍ່ແກ້ວ ສປປ ລາວ ແລະ ຝ່າຍໄທ ນໍາໂດຍ ພົນຕີ ສຸພະເລິກ ສະຖາພອນຜົນ ຜູ້ບັນຊາການກອງກຳລັງຜາເມືອງ ກອງທັບແຫ່ງຣາຊະອານາຈັກໄທ ຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ຊາຍ ແດນ ໄທ-ລາວ, ມີບັນດາໜ່ວຍປະສານງານປະຈໍາພື້ນທີ່ຊາຍແດນ 2 ແຂວງ ຂອງລາວ, 5 ແຂວງຂອງໄທ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ລາວ-ໄທ ເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນທົບທວນຄືນຜົນຂອງການປະຕິບັດງານທີ່ຜ່ານມາ, ທັງເປັນການແລກປ່ຽນຄວາມຄິດເຫັນ ແລະ ປຶກສາຫາລືການແກ້ໄຂບັນຫາຢາເສບຕິດຮ່ວມກັນລະຫວ່າງແຂວງບໍ່ແກ້ວ-ແຂວງໄຊຍະບູລີ ສປປ ລາວ ກັບກອງກຳລັງຜາເມືອງ ແຫ່ງ ຣາຊະອານາຈັກໄທ, ໄລຍະຜ່ານມາ ເຫັນວ່າ ທັງສອງຝ່າຍໄດ້ຕັ້ງໜ້າ ແລະ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ແຜນການຮ່ວມມືເປັນປະຈຳ ແລະ ໄດ້ມີການສະກັດກັ້ນ, ແກ້ໄຂ ຈັບຜູ້ກະທຳຜິດຄ້າຂາຍຢາເສບຕິດໄດ້ຢ່າງຕໍ່ເນື່ອງ ສະ ແດງອອກ 1 ປີຜ່ານມາ, ແຂວງບໍ່ແກ້ວ ແລະ ແຂວງໄຊຍະບູລີ ສປປ ລາວ ຢຶດ ຂອງກາງຢາບ້າໄດ້ 51.026.746 ເມັດ, ຢາໄອສ໌ 1.066 ກິໂລກຼາມ, ຢາເຄຕາມິນ 91 ກິໂລກຼາມ, ລົດໃຫຍ່ 19 ຄັນ, ລົດຈັກ 2 ຄັນ, ແລະ ຈັບຜູ້ຖືກຫາ ໄດ້ 72 ຄົນ ຍິງ 4 ຄົນ ແລະ ຝ່າຍຣາຊະອານາຈັກ ໄທ ຢຶດຂອງກາງຢາບ້າໄດ້ 6.400. 000 ເມັດ.

ຈາກນັ້ນ, ກອງປະຊຸມທັງສອງ ຝ່າຍ ລາວ-ໄທ ໄດ້ມີການປຶກສາຫາລື ແລະ ເຫັນດີເປັນເອກະພາບກັນສືບຕໍ່ກໍານົດແນວທາງ ແລະ ມາດຕະການໃນການສົ່ງເສີມການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ໄທ-ລາວ, ສືບຕໍ່ການຮ່ວມມືທີ່ດີຖານບ້ານໃກ້ເຮືອນຄຽງ, ສືບຕໍ່ການຢ້ຽມຢາມການແລກປ່ຽນສະ ພາບການເຊິ່ງກັນແລະກັນ ເພື່ອສະກັດກັ້ນ ແລະ ປາບປາມຜູ້ລັກລອບນໍາຄົນເຂົ້າ-ອອກແບບຜິດກົດໝາຍ, ການລັກລອບຄ້າຂາຍເຖື່ອນ ແລະ ການຄ້າຢາເສບຕິດ; ພ້ອມທັງເຊັນບົດບັນທຶກເພື່ອສືບຮ່ວມມືກັນໃນຕໍ່ໜ້າ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...