spot_img
Homeຂ່າວເຫດການກອງປະຊຸມໃຫຍ່ ຄັ້ງທີ VIII ອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ ຄັ້ງທີ VIII ອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ໄຂຂຶ້ນຢ່າງເປັນທາງການ

Published on

ໃນວັນທີ 10 ພະຈິກ  2016 ນີ້ ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກ​ ຄະນະ​ຈັດ​ຄັ້ງ​ສູນ​ກາງ​ພັກ ໄດ້​​ໄຂຂຶ້ນ​ຢ່າງ​ເປັນ​ທາງ​ການ ໂດຍ​ການເປັນປະທານຂອງ​ ສະຫາຍ ຈັນ​ສີ  ໂພ​ສີ​ຄໍາ ​ກໍາມະການ ​ກົມ​ການ​ເມືອງ​ສູນ​ກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ​​ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ບຸນຍັງ ວໍລະຈິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ​ ພັກປະຊາຊົນປະຕິວັດລາວ, ປະທານປະເທດ​ມີບັນດາຄະນະພັກແລະ ສະມາຊິກພັກສົມບູນ, ສໍາຮອງຈໍານວນ 107 ສະຫາຍ.

ກອງ​ປະຊຸມ​ໄດ້​ຮັບ​ຟັງ ​ແລະ ປະກອບ​ຄໍາ​ຄິດ​ຄໍາ​ເຫັນ ​ຕໍ່​ບົດ​ລາຍ​ງານ​ ການ​ເມືອງ​ຂອງ​ຄະນະ​ພັກ​, ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ແລະ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ເລືອກເອົາຄະນະບໍລິຫານງານພັກຊຸດ​​ໃໝ່ ຈໍານວນ 9 ສະຫາຍ ຈາກ​ຜູ້​ຮັບ​ສະໝັກ​ເລືອກ​ຕັ້ງ 12 ສະຫາຍ, ​ໂດຍ​ໄດ້​ເປັນ​ເອກະສັນ​ເລືອກ​ເອົາ​ ສະຫາຍ ຈັນ​ສີ ​ໂພ​ສີ​ຄໍາ ​ເປັນ​ເລຂາ​ຄະນະ​ພັກ ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກຊຸດ​ໃໝ່, ສະຫາຍ ວັນ​ໄຊ ພອງ​ສະຫວັນ ​ເປັນ​ຮອງ​ເລຂາ ​ແລະ ​​ເລືອກ​ເອົາ​ ສະຫາຍ ທອງ​ຈັນ ​ໂຂງ​ພູມ​ຄໍາ ​ເປັນ​ປະທານ​ກວດກາ, ​ສະຫາຍ ​ແສງ​ຄໍາ​ຢອງ ພົມມະ​ປັນຍາ ​ເປັນ​ຮອງປະທານ ​ແລະ ສະຫາຍ ​ນາງ ສີ​ບານ ສີສະ​ອາດ ​ເປັນ​ຮອງ​ປະທານ.

ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະ​ເທດ ​ໄດ້​ໃຫ້​ກຽດ​ໂອ້ລົມ ​ເຊິ່ງສະຫາຍ ​ໄດ້​ຕາງ​ໜ້າ​ກົມ​ການ​ເມືອງ​ ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​​ຜົນງານ ​ທີ່​ຄະນະ​ພັກ​ຍາດ​ມາ​ໄດ້​ໃນ​ໄລຍະ 5 ປີຜ່ານມາ ແລະ ​ເຊື່ອ​ໝັ້ນ​ວ່າ ​ບັນດາ​ທິດ​ທາງ​ ທີ່​ຄະນະ​ພັກ​ວາງ​ອອກ​ສໍາລັບ​ຊຸມ​ປີ​ຕໍ່​ໜ້າ​ນັ້ນ​​ ແມ່ນ​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ​ ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...