spot_img
Homeຂ່າວເຫດການກອງປະຊຸມໃຫຍ່ຄັ້ງທີ IV ອົງຄະນະພັກກະຊວງປ້ອງກັນປະເທດ ໄຂຂຶ້ນແລ້ວ!

ກອງປະຊຸມໃຫຍ່ຄັ້ງທີ IV ອົງຄະນະພັກກະຊວງປ້ອງກັນປະເທດ ໄຂຂຶ້ນແລ້ວ!

Published on

meeting Army

ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 23 ມິຖຸນານີ້, ຢູ່ກະຊວງດັ່ງກ່າວ, ໂດຍການ ເປັນປະທານຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ, ໂດຍການ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະ ນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ມີບັນດາຜູ້ແທນ ແລະ ແຂກຖືກເຊີນເຂົ້າຮ່ວມເປັນຈຳນວນຫລາຍ.

ສະຫາຍພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ໄດ້ສະເໜີຮ່າງລາຍງານການເມືອງເພື່ອສະຫລຸບຕີລາຄາຜົນງານການຕັດຕັ້ງປະຕິບັດມະ ຕິກອງປະຊຸມ ໃຫຍ່ຄັ້ງທີ III ວ່າ: ຄະນະພັກກະຊວງປ້ອງກັນປະເທດຍາມໃດກໍໄດ້ຍຶດໝັ້ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຢ່າງສະເໝີຕົ້ນສະເໝີປາຍ, ຈັດຕັ້ງພະນັກງານລົງກໍ່ສ້າງຮາກຖານຢ່າງເຂັ້ມແຂງ ເພື່ອເປັນກຳລັງ ແຮງພື້ນຖານໃຫ້ແກ່ການພັດທະນາຊົນນະບົດ, ບັນດາກົມກອງໄດ້ເອົາໃຈໃສ່ເຮັດໜ້າທີ່ກໍ່ສ້າງຮາກຖານຕິດພັນກັບປະຊາຊົນ, ປຸກລະດົມຂົນຂວາຍທຸກການຈັດຕັ້ງນັບແຕ່ສູນກາງຮອດທ້ອງຖິ່ນເຂົ້າຮ່ວມການປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນູວາມ ສະຫງົບຢ່າງເປັນຂະບວນກວ້າງຂວາງເພື່ອນຳພາການພັດທະນາ, ການປັບປຸງປົວແປງຊີວິດການເປັນຢູ່ຂອງປະ ຊາຊົນບັນ ດາເຜົ່າໃຫ້ດີຂຶ້ນເທື່ອລະກ້າວ.

ກອງປະຊຸມຄັ້ງນີ້, ຜູ້ແທນເຂົ້າຮ່ວມຍັງຈະໄດ້ໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ຈຳນວນ 27 ສະຫາຍ ແລະ ຄັດເລືອກເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ X ຂອງພັກທີ່ຈະໄຂຂຶ້ນໃນຕໍ່ໜ້າ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...