spot_img
Homeຂ່າວພາຍ​ໃນກອງປະຊຸມສ່ອງແສງປະຈຳໄຕມາດ 1 ຂອງບັນດາກົມກອງເຂດພາກກາງ

ກອງປະຊຸມສ່ອງແສງປະຈຳໄຕມາດ 1 ຂອງບັນດາກົມກອງເຂດພາກກາງ

Published on

ໃນກາງເດືອນມີນາ ປີ 2014 ຜ່ານມານີ້, ກອງ         “ຂ 642”ໄດ້ເປັນເຈົ້າພາບຈັດ ຕັ້ງກອງປະຊຸມສ່ອງແສງວຽກ ງານຮອບດ້ານເຂດພາກກາງ ໂດຍການເປັນປະທານຂອງ ສະຫາຍພົນຈັດຕະວາ ສຸບັນ ຫຸນນະຈຳປາ, ຄະນະປະຈຳ ພັກກະຊວງ, ຮອງຫົວຫນ້າ ກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຄະນະພັກ- ຄະນະບັນຊາຈາກບັນດາກົມ ກອງ, ຫົວຫນ່ວຍທຸລະກິດ,  ກອງທັບເຂດພາກກາງເຂົ້າ ຮ່ວມ.
ກອງປະຊຸມໄດ້ຮັບຟັງການ ລາຍງານສະພາບການວາງ
ແຜນຮອບດ້ານຈາກຄະນະ ພັກ-ຄະນະບັນຊາຂອງແຕ່ ລະພາກສ່ວນທີ່ເຂົ້າຮ່ວມຕະ ຫຼອດໄລຍະໃນການເຄື່ອນ ໄຫວເຮັດຫນ້າທີ່ວຽກງານໃນ 3 ເດືອນຜ່ານມາ, ເຫັນໄດ້ວ່າ ຫຼາຍກົມກອງມີຫຼາຍຢ່າງທີ່ ຕັ້ງຫນ້າເປັນຕົ້ນແມ່ນຂະ ບວນການຈັດຕັ້ງປະຕິບັດ 4 ແຜນງງານໃຫຍ່ 26 ໂຄງການ ຂອງຄະນະພັກກະຊວງປ້ອງ ກັນປະເທດ, ມີຫຼາຍກົມກອງ ແລະ ຫຼາຍພາກສ່ວນສາມາດ ສ້າງລາຍໄດ້ໄດ້ ແລະຮັກສາ ກົມກອງ ແຂງ-ໜ່ວຍພັກຮູ້ ນຳພາຮອບດ້ານ. ໃນກອງ ປະຊຸມໄດ້ຄົ້ນຄ້ວາຖອດຖອນ ບົດຮຽນຮ່ວມກັນເປັນຕົ້ນ ແມ່ນຄາດຫມາຍສູ້ຊົນໃນ ການຈັດຕັ້ງປະຕິບັດແຜນ ການໄຕມາດທີ II ປີ 2014 ໃຫ້ບັນລຸຄາດຫມາຍ.
ຕອນທ້າຍສະຫາຍຮອງຫົວ ຫນ້າກົມໃຫຍ່ການເມືອງກອງ ທັບຍັງໄດ້ຊີ້ນຳບັນດາກົມ ກອງຫຼາຍບັນຫາເປັນຕົ້ນ ແມ່ນວຽກງານເຮັດໃຫ້ສະ ພາບມີຄວາມສະຫງົບ, ວຽກ ງານປັບປຸງກໍ່ສ້າງກົມກອງ, ຄະນະພັກ-ຄະນະບັນຊາແຕ່ ລະຂັ້ນຕ້ອງມີຄວາມເປັນເອ ກະພາບກັນເປັນເຈົ້າການຈັດ ຕັ້ງປະຕິບັດຊີ້ນຳ-ນຳພາພະ ນັກງານ-ນັກຮົບໃນກົມກອງ ແລະ ເອົາໃຈໃສ່ສົມທົບກັບ ອຳນາດການປົກຄອງຫັນລົງ ກໍ່ສ້າງຮາກຖານປະຊາຊົນໃຫ້ ຕໍ່ເນື່ອງ ແລະ ແທດເຖິງ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...