ກອງປະຊຸມສະພາສະໄໝສາມັນເທື່ອທີ 8 ຈະໄຂຂຶ້ນ 09-26 ທັນວານີ້!

National_Assembly_of_Laos_4X3

 

ວັນທີ 24 ເດືອນພະຈິກ ປີ 2014 ນີ້ ຫ້ອງວ່າການສະພາແຫ່ງຊາດລາວ ໄດ້ອອກແຈ້ງການ ກ່ຽວກັບການຈັດກອງປະຊຸມ

ສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດ ຊຸດທີ VII ເຊິ່ງມີເນື້ອໃນລະບຸວ່າ:

 

ຫ້ອງວ່າການສະພາແຫ່ງຊາດ ມີຄວາມຍິນດີ ແລະ ຂໍຖືເປັນກຽດແຈ້ງມາຍັງພະນັກງານ, ທະຫານ, ຕຳຫລວດ ແລະ ພໍ່

ແມ່ປະຊາຊົນລາວ ບັນດາເຜົ່າທົ່ວປະເທດ ຊາບວ່າ: ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດ ຊຸດທີ VII ຈະ

ໄດ້ຈັດຂຶ້ນແຕ່ວັນທີ 09-26 ເດືອນທັນວາ ປີ 2014 ທີ່ຫໍສະພາແຫ່ງຊາດ, ນະຄອນຫລວງວຽງຈັນ.

 

ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດ ຊຸດທີ VII ໃນຄັ້ງນີ້ ແມ່ນປະຕິບັດຕາມມາດຕາ 57

ຂອງລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,  ປະຕິບັດຕາມມາດຕາ 9 ຂອງກົດໝາຍ

ວ່າດ້ວຍສະພາແຫ່ງຊາດ ແລະ ປະຕິບັດຕາມມະຕິຕົກລົງ ຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 025/ຄປຈ,

ລົງ ວັນທີ 10 ເດືອນພະຈິກ ປີ 2014.