Homeອຸບັດເຫດແລະປາກົດການຫຍໍ້ທໍ້ຂໍເງິນເມຍຊື້ເຫລົ້າບໍ່ໄດ້ ໃຊ້ມີດແທງເມຍ ເສຍຊີວິດຄາທີ່ ຢູ່ເມືອງກາສີ!

ຂໍເງິນເມຍຊື້ເຫລົ້າບໍ່ໄດ້ ໃຊ້ມີດແທງເມຍ ເສຍຊີວິດຄາທີ່ ຢູ່ເມືອງກາສີ!

Published on

kill wife

 

ເຈົ້າໜ້າທີ່ ປກສ ແຂວງວຽງຈັນ ໄດ້ຈັບຕົວ ທ້າວ ສົນ ອາຍຸ 46 ປີ ຢູ່ບ້ານຖ້ຳເທີບ ເມືອງກາສີ ມາດຳເນີນຄະດີຕາມລະບຽບ

ກົດໝາຍ, ພາຍຫລັງຜູ້ກ່ຽວໄດ້ໃຊ້ມີດແທງເມຍຈົນເສຍຊີວິດຍ້ອນເມຍບໍ່ໃຫ້ເງິນໄປຊື້ເຫລົ້າ.

 

ເຫດການດັ່ງກ່າວເກີດຂຶ້ນ ເວລາ 22:00 ໂມງຂອງວັນທີ 10 ພະຈິກ 2014, ເຊິ່ງທ້າວ ສົນ ຮັບສາລະພາບວ່າ: ມື້ເກີດເຫດຢູ່

ເຮືອນຕົນແມ່ນເຮັດພິທີສູ່ຂວັນ, ພາຍຫລັງສຳເລັດການຜູກແຂນ ກໍໄດ້ດື່ມກິນຊຸມແຊວກັບຍາດພີ່ນ້ອງ ແລະ ໝູ່ເພື່ອນ

ຈົນຮອດເວລາປະມານ 22:00 ໂມງເຫລົ້າໝົດ, ຈຶ່ງໄດ້ໄປຂໍເງິນນຳເມຍ ເພື່ອຊື້ເຫລົ້າມາຕື່ມ, ແຕ່ເມຍບໍ່ໃຫ້ຈື່ງເກີດມີການ

ຜິດຖຽງກັນ ແລະ ດ້ວຍຄວາມມືນເມົາ ບວກກັບຄວາມໂມໂຫຕົນຈຶ່ງເຂົ້າໄປຈັບເອົາມີດຢູ່ໃນເຮືອນອອກມາ ແທງບໍລິເວນ

ໜ້າເອີກຂອງເມຍເສຍຊີວິດຄາທີ່.

 

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທ້າວ ສົນ ແລະ ເມຍ ແຕ່ງງານກັນມາໄດ້ 10 ກວ່າປີ, ມີລູກນຳກັນ 4 ຄົນ, ໂດຍທ້າວສົນເປັນຄົນມັກດື່ມ

ເຫລົ້າ ແລະ ມັກຜິດຖຽງກັບເມຍເປັນປະຈຳ, ກ່ອນຊີວິດຄູ່ຂອງທັງສອງຈະລົງດ້ວຍເຫດສະຫລົດໃຈດັ່ງກ່າວ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...