Homeຂ່າວຕ່າງປະເທດລັດຖະມົນຕີປ້ອງກັນປະເທດ ສະຫະລັດລາອອກຈາກຕຳແໜ່ງ!

ລັດຖະມົນຕີປ້ອງກັນປະເທດ ສະຫະລັດລາອອກຈາກຕຳແໜ່ງ!

Published on

ping

 

ທ່ານ ຊັກ ເຮເກນ ລັດຖະມົນຕີປ້ອງກັນປະເທດສະຫະລັດ ລາອອກຈາກຕຳແໜ່ງແລ້ວ ຫລັງດຳລົງຕຳແໜ່ງບໍ່ເຖິງ 2 ປີ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 25 ພະຈິກນີ້ວ່າ ທ່ານ ຊັກ ເຮເກນ ລັດຖະມົນຕີປ້ອງກັນປະເທດສະຫະລັດອາ

ເມຣິກາ ໄດ້ປະກາດລາອອກຈາກຕຳແໜ່ງລ້ວ ຫລັງຈາກດຳລົງຕຳແໜ່ງມາບໍ່ເຖິງ 2 ປີ, ແຕ່ເຖິງແນວໃດກໍຕາມເຂົາຍັງ

ດຳລົງຕຳແໜ່ງດັ່ງກ່າວຕໍ່ໄປອີກ ຈົນກ່ວາຈະມີຜູ້ມາຮັບຕຳແໜ່ງແທນ.

 

ປະທານາທິບໍດີບາຣັກ ໂອບາມາ ແຫ່ງສະຫະລັດ ພ້ອມດ້ວຍທ່ານ ຊັກ ເຮເກນ ອາຍຸ 68 ປີ ໄດ້ຖະແຫລງທີ່ທຳນຽບຂາວໃນ

ວັນທີ 24 ພະຈິກຜ່ານມາວ່າ ໂອບາມາ ໄດ້ອະນຸມັດການລາອອກຈາກຕຳແໜ່ງຂອງ ຊັກ ເຮເກນ ຮຽບຮ້ອຍແລ້ວ.

 

ການລາອອກກະທັນຫັນດັ່ງກ່າວ ໄດ້ເຮັດໃຫ້ຊາວອາເມຮິກັນຄາດເດົາເຖິງເຫດຜົນການລາອອກໄປຕ່າງໆນາໆ ໂດຍບາງ

ກໍລະນີກໍເວົ້າວ່າ ທ່ານ ເຮເກນ ຖືກກົດດັນຢ່າງໜັກ ຈາກຜົນງານທີ່ບໍ່ດີປານໃດໃນການຕໍ່ສູ້ກັບກຸ່ມກໍ່ການຮ້າຍລັດອິດ

ສະລາມ ຫລື ໄອເອັສ ທັງໃນອີຣັກ ແລະ ຊີເຣຍ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...