spot_img
Homeຂ່າວພາຍ​ໃນກອງປະຊຸມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ກອງປະຊຸມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

Published on

ໃນລະຫວ່າງວັນທີ 18-19 ມີນາ 2014 ນີ້ ຢູ່ທີສຳນັກ ງານປົກຄອງແຂວງຊຽງຂວາງ ໄດ້ຈັດກອງປະຊຸມວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບຕິດພັນກັບວຽກງານ ກໍ່ສ້າງຮາກຖານການເມືອງ ປະຈຳປີ 2013 ໂດຍການ ເຂົ້າຮ່ວມເປັນປະທານຂອງທ່ານພົນໂທ ດວງໃຈ ພິຈິດ, ກຳມະການກົມການເມືອງສູນ ກາງພັກ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ, ມີການນຳແຂວງຊຽງຂວາງ, ນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ແຂວງບໍລິຄຳໄຊ, ແຂວງໄຊສົມບູນ ແລະ ແຂວງ ຫົວພັນເຂົ້າຮ່ວມ.
ກອງປະຊຸມວຽກງານ ປກຊ-ປກສ ຄັ້ງນີ້, ທ່ານຮອງ ນາຍົກລັດຖະມົນຕີ ລັດຖະ ມົນຕີວ່າການກະຊວງປ້ອງ ກັນປະເທດກໍ່ໄດ້ ແນະນຳແຕ່ ລະແຂວງລາຍງານການຊີ້ ນຳ-ນຳພາວຽກງານການຈັດ ຕັ້ງປະຕິບັດທີ່ຜ່ານມາໂດຍ ເນັ້ນເອົາວຽກງານ ປກຊ-ປກສ ເປັນຫຼັກ ຈາກນັ້ນແຕ່ ລະແຂວງກໍ່ໄດ້ລາຍງານສະ ພາບການຕ່າງໆ ທີ່ເກີດຂຶ້ນ ທີ່ເປັນປາກົດການຫຍໍ້ທໍ້, ວຽກ ງານການປັບປຸງກຳລັງ ປກຊ-ປກສ, ສຶກສາອົບຮົມວຽກງານ ການເມືອງແນວຄິດ, ວຽກ ງານກໍ່ສ້າງຮາກຖານການ ເມືອງແນວຄິດເຊິ່ງຕິດພັນກັບ ວຽກງານ ປກສ-ປກຊ ຫ່າງ ໄກຊອກຫຼີກການພັດທະນາ ເສດຖະກິດ-ສັງຄົມ ແລະ ການສ້າງບ້ານປອດຄະດີ, ບ້ານໜ່ວຍພັກແຂງ-ຮູ້ນຳ ພາຮອບດ້ານ ແລະ ອື່ນໆ. ກອງປະຊຸມຄັ້ງນີ້ທ່ານຮອງ ນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງປ້ອງ ກັນປະເທດໄດ້ມີຄຳເຫັນຊີ້ ນຳກ່ອນອື່ນທ່ານໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ກັບ ການຈັດຕັ້ງຊີ້ນຳ-ນຳພາຂອງ ອຳນາດການປົກຄອງຂັ້ນ ຕ່າງໆຂອງທ້ອງຖິ່ນ ແລະ ວຽກງານກໍ່ສ້າງຮາກຖານທີ່ ໄດ້ພະຍາຍາມໄກ້ສິດຕິດ ແທດກັບພໍ່ແມ່ປະຊາຊົນ ນອກນັ້ນທ່ານຍັງໄດ້ເນັ້ນໜັກ ໃຫ້ປັບປຸງກອງກຳລັງ ປກສ-ປກຊ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງຮັບປະກັນຄວາມ ສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມ, ປະຕິ ບັດການລົງຮາກຖານຢ່າງ ແຂ່ງຂັນ ແລະ ເຖິງພໍ່ແມ່ປະ ຊາຊົນ, ພະຍາຍາມແກ້ໄຂ ປະກົດການຫຍໍ້ທໍ້ໃນສັງຄົມ ແລະ ວຽກງານກໍ່ສ້າງຮາກ ຖານຕິດພັນກັບວຽກງານຊຸກ ຍູ້ໃຫ້ປະຊາຊົນທຳການຜະ ລິດໃຫ້ກາຍເປັນສິນຄ້າ, ປົກ ປັກຮັກສາຊາຍແດນ, ປົກປັກ ຮັກສາຊັບພະຍາກອນທຳມະ ຊາດໃຫ້ຍືນຍົງ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...