spot_img
Homeຂ່າວພາຍ​ໃນກອງປະຊຸມລັດຖະບານໄດ້ຮັບຮອງເອົາການສ້າງ-ປັບປຸງຮ່າງກົດໝາຍ 7 ສະບັບ

ກອງປະຊຸມລັດຖະບານໄດ້ຮັບຮອງເອົາການສ້າງ-ປັບປຸງຮ່າງກົດໝາຍ 7 ສະບັບ

Published on

ກອງປະຊຸມລັດຖະບານສະໄໝວິສາມັນຈັດຂຶ້ນວັນທີ 13 ກໍລະກົດ 2017 ແລະ ປິດລົງໃນຕອນເຊົ້າຂອງວັນທີ 14 ກໍລະກົດ 2017 ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງກອງປະຊຸມດັ່ງກ່າວແມ່ນຄວາມພະຍາຍາມເພື່ຶອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ທີ່ວ່າ: ຕ້ອງສ້າງລັດປະຊາທິປະໄຕ ປະຊາຊົນລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍ ຕາມທິດນໍາທີ່ວ່າ “ພັກ ນໍາພາ ແລະ ກໍາອໍານາດຕາມກົດໝາຍ, ລັດຄຸ້ມຄອງສັງຄົມດ້ວຍກົດໝາຍ, ປະຊາຊົນ ເປັນເຈົ້າສະເໝີພາບ ຕໍ່ໜ້າກົດໝາຍ”.

ພ້ອມກັນນີ້, ເພື່ອຈັດຕັ້ງປະຕິບັດ ແຜນການສ້າງ ແລະ ປັບປຸງກົດໝາຍ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ໃນໄລຍະແຕ່ນີ້ ຮອດປີ 2020 ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.

ກອງປະຊຸມລັດຖະບານຄັ້ງນີ້ ໄດ້ພ້ອມກັນສຸມໃສ່ ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາ ການສ້າງ ແລະ ປັບປຸງ ບັນດາຮ່າງກົດໝາຍຈໍານວນ 07 ສະບັບ ດັ່ງນີ້: 1. ຮ່າງກົດໝາຍວ່າດ້ວຍ ການປົກປ້ອງອຸດສາຫະກຳພາຍໃນ(ສະບັບຮ່າງສ້າງໃໝ່); 2. ຮ່າງກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມພະຍາດຕິດຕໍ່ (ສະບັບຮ່າງສ້າງໃໝ່); 3. ຮ່າງກົດໝາຍວ່າດ້ວຍ ສັນຊາດລາວ(ສະບັບປັບປຸງ); 4. ຮ່າງກົດໝາຍວ່າດ້ວຍ ອຸຕຸນິຍົມ ແລະ ອຸທົກກະສາດ(ສະບັບຮ່າງສ້າງໃໝ່); 5. ຮ່າງກົດໝາຍວ່າດ້ວຍ ການຖ່າຍທອດເຕັກໂນໂລຊີ(ສະບັບຮ່າງສ້າງໃໝ່); 6. ຮ່າງກົດໝາຍວ່າດ້ວຍ ລະບົບການຊຳລະ(ສະບັບຮ່າງສ້າງໃໝ່); 7. ຮ່າງກົດໝາຍວ່າດ້ວຍ ຜັງເມືອງ (ສະບັບປັບປຸງ). ຕໍ່ກັບບັນດາຮ່າງກົດໝາຍດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນໍາໃຫ້ບັນດາກະຊວງທີ່ກ່ຽວຂ້ອງ ນໍາໄປປັບ ປຸງຕື່ມ ຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ເອົາໃຈໃສ່ປັບປຸງເນື້ອໃນ, ບັນດາຄໍາສັບ, ສໍານວນ ທີ່ກໍານົດໃນບາງໝວດ-ບາງມາດຕາ, ຊື່ຂອງກົດໝາຍ ແລະ ອື່ນໆ ເພື່ອເຮັດໃຫ້ບັນດາຮ່າງກົດໝາຍດັ່ງກ່າວ ມີເນື້ອໃນຄົບຖ້ວນຊັດເຈນ, ຈະແຈ້ງ ແລະ ຮັດກຸມ ກ່ອນຈະນໍາສະເໜີສະພາແຫ່ງຊາດ ພິຈາລະນາຮັບຮອງເອົາ ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ໃນທ້າຍເດືອນຕຸລາ 2017 ທີ່ຈະມາ ເຖິງນີ້.

ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ຕ້ອງເພີ່ມທະວີຄວາມຮັບ ຜິດຊອບ ໃນການກະກຽມເອກະສານ ທີ່ຈະນໍາເຂົ້າຜ່ານກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນກໍລະ ກົດ 2017 ນີ້ ໂດຍສະເພາະ ໃຫ້ເອົາໃຈໃສ່ໃນການກະກຽມບັນດາຮ່າງກົດໝາຍຈໍານວນ6 ສະບັບ ທີ່ບໍ່ທັນຜ່ານກອງປະ ຊຸມລັດຖະບານ ໃຫ້ມີເນື້ອໃນຖືກຕ້ອງ, ຄົບຖ້ວນ, ຈະແຈ້ງ ແລະ ຮັດກຸມ ເພື່ອນໍາສະເໜີເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາ ມັນຂອງສະພາແຫ່ງຊາດ ເທື່ອທີ 4 ໃຫ້ທັນຕາມກໍານົດເວລາ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...