spot_img
Homeຂ່າວພາຍ​ໃນກອງທຶນປົກປັກຮັກສາສິ່ງແວດລ້ອມ ສະໜອງທຶນເກືອບ 4 ຕື້ກີບ ໃຫ້ 7 ໂຄງການປົກປັກຮັກສາສິ່ງແວດລ້ອມ

ກອງທຶນປົກປັກຮັກສາສິ່ງແວດລ້ອມ ສະໜອງທຶນເກືອບ 4 ຕື້ກີບ ໃຫ້ 7 ໂຄງການປົກປັກຮັກສາສິ່ງແວດລ້ອມ

Published on

ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ສະໜອງທຶນເກືອບ 4 ຕື້ກີບ ໃຫ້ກັບ 7 ໂຄງການ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໂຄງການຈຳນວນດັ່ງກ່າວໃຫ້ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້ນັ້ນກໍຄືການສ້າງເງື່ອນໄຂໃຫ້ບັນດາໂຄງການໃນການປົກປັກຮັກສາສິ່ງແວດລ້ອມ.

ສຳລັບໂຄງການທີ່ໄດ້ຮັບທຶນປະກອບມີ: ໂຄງການຫຼຸດຜ່ອນຜົນກະທົບລະຫ່ວາງ ຄົນ ກັບ ຊ້າງປ່າ ໄລຍະການຈັດຕັ້ງປະຕິບັດ 2023-2025 ມູນຄ່າ 664,6 ລ້ານກີບ ໂຄງການສົ່ງເສີມການມີສ່ວນຮ່ວມຈາກຊຸມຊົນ ເພື່ອການ ຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ແບບຢືນຢົງ, ໄລຍະການຈັດຕັ້ງປະຕິບັດ 2022-2025 ມູນຄ່າ 800 ລ້ານກີບ ໂຄງການຈັດຕັ້ງປະຕິບັດແຜນການ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນສູງກາງ ແລະ ທ້ອງຖິ່ນ, ໄລຍະການຈັດຕັ້ງປະຕິບັດ 2023-2025 ມູນຄ່າ 560 ລ້ານກີບ ໂຄງການປັບປຸງທັດສະນີຍະພາບ ເດີ່ນໜ້າກະຊວງ ຊສ ໃຫ້ຂຽວ ສະອາດ ງາມຕາ ກາຍເປັນກະຊວງສີຂຽວ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມເສັ້ນທາງຕັດໃໝ່ໜອງບຶກ, ໄລຍະການຈັດຕັ້ງປະຕິບັດ 2023-2024 ມູນຄ່າ 359,08 ລ້ານກວ່າກີບ.

ສ່ວນອີກ 3 ໂຄງການປະກອບມີ ໂຄງການສ້າງໂຮງຮຽນ ແລະ ພະແນກ ການໃຫ້ກາຍເປັນສະຖານທີ່ຕົວແບບດ້ານສິ່ງແວດ ລ້ອມຂຽວ ສະອາດ ງາມຕາ ຢູ່ໃນນະຄອນຫຼວງພະບາງ ໄລຍະການຈັດຕັ້ງປະຕິບັດ 2023-2024 ມູນຄ່າ 289 ລ້ານກີບ, ໂຄງການສ້າງບ້ານ ໂຮງຮຽນຕົວແບບ ຂຽວ ສະອາດ ງາມຕາ ແຂວງໄຊຍະບູລີ ໄລຍະການຈັດຕັ້ງປະຕິບັດ 2023-2024 ມູນຄ່າ 500 ລ້ານກີບ ແລະ ໂຄງການຄຸ້ມຄອງອ່າງຮັບນ້ຳ ນ້ຳພາວ ເມືອງຄຳເກີດ ແຂວງບໍລິຄໍາໄຊ ກຳນົດເວລາຈັດຕັ້ງປະຕິບັດ ປີ2023-2024 ມູນຄ່າ 500 ລ້ານກີບ.

ພິທີລົງນາມສັນຍາສະໜອງທຶນດັ່ງກ່າວຈັດຂຶ້ນໃນອາທິດຜ່ານມາ ທີ່ກະ ຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍການລົງນາມໂດຍ ທ່ານ ນາງ ບົວຄໍາ ສຸລິວັນ ຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງ ແວດລ້ອມ (ຕາງໜ້າຜູ້ໃຫ້ທຶນ) ແລະ ຜູ້ຕາງໜ້າຈາກ 7 ໂຄງການທີ່ໄດ້ຮັບທຶນມີ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີກະຊວງ ຊສ ພ້ອມດ້ວຍ ບັນດາກົມ ຄະນະຊີ້ນໍາໂຄງການ ແລະ ຫົວໜ້າໂຄງການເຂົ້າຮ່ວມ.

ແຫຼ່ງຂ່າວ Environment Protection Fund 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...