spot_img
Homeຂ່າວເຫດການກອງທຶນປະກັນສັງຄົມແຫ່ງຊາດ ມອບສິນທົດແທນໃຫ້ຜູ້ເສຍຊີວິດ

ກອງທຶນປະກັນສັງຄົມແຫ່ງຊາດ ມອບສິນທົດແທນໃຫ້ຜູ້ເສຍຊີວິດ

Published on

pakansangkhom

 

ໃນວັນທີ 31 ຕຸລາຜ່ານມາ ທ່ານ ປະສົງ ວົງຄຳຈັນ ອຳນວຍການກອງທຶນປະກັນສັງຄົມແຫ່ງຊາດ (ກປຊ), ໄດ້ມອບເງິນ

ຈຳນວນ 50 ລ້ານກີບ, ໃຫ້ຍາດພີ່ນ້ອງຂອງທ້າວ ໜູມິດ ໄຊສະຫວັດ ຜູ້ເສຍຊີວິດ ເຊິ່ງຜູ້ກ່ຽວເປັນພະນັກງານຂອງ ບໍລິ

ສັດ ຊີມັງລາວ ແລະ ໄດ້ເຂົ້າເປັນສະມາຊິກຂອງກອງທຶນປະກັນສັງຄົມແຫ່ງຊາດ ມາເປັນເວລາ 11 ປີ ແລ້ວ, ເຊິ່ງກໍລະນີ

ນີ້ ເປັນກໍລະນີທຳອິດທີ່ມີການໃຫ້ເງິນອຸດໜູນຜູ້ເສຍຊີວິດ, ເຊິ່ງເປັນ 1 ໃນ 8 ປະເພດການອຸດໜູນທີ່ ກປຊ ໄດ້ຕອບສະ

ໜອງໃຫ້ແກ່ຜູ້ປະກັນຕົນ.

 

ກອງທຶນປະກັນສັງຄົມແຫ່ງຊາດ (ກປຊ), ໄດ້ຮັບການສ້າງຕັ້ງຂຶ້ນໂດຍການໂຮມຕົວຂອງ 2 ລະບົບປະກັນສັງຄົມຄື ປະກັນ

ສັງຄົມພາກລັດຖະກອນ ແລະ ປະກັນສັງຄົມພາກວິສາຫະກິດ, ທັງນີ້ກໍເພື່ອຮັບປະກັນການສະໜອງເງິນອຸດໜູນປະກັນ

ສັງຄົມໃນກໍລະນີຜູ້ປະກັນຕົນ ຫລື ສະມາຊິກເກີດເຫດການທີ່ພາໃຫ້ຂາດລາຍຮັບເຊັ່ນ: ປິ່ນປົວສຸຂະພາບ, ປ່ວຍການ,

ອອກລູກ, ປະສົບອຸປະຕິເຫດແຮງງານ, ເປັນພະຍາດອາຊີບ, ເສຍອົງຄະ, ວ່າງງານ, ບຳນານ, ເສຍຊີວິດ ແລະ ອື່ນໆ. ນອກ

ຈາກນີ້ຍັງມີເງິນອຸດໜູນມອບໃຫ້ສະມາຊິກຄອບຄົວຂອງຜູ້ເສຍຊີວິດນຳອີກ,​ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດການໃຫ້ເງິນ

ອຸດໜູນປະກັນສັງຄົມພາຍໃຕ້ກົດໝາຍປະກັນສັງຄົມນັບແຕ່ວັນທີ 1 ຕຸລາ 2014 ເປັນ ຕົ້ນມາ. ປັດຈຸບັນ ກປຊ ມີສະມາ

ຊິກທັງໝົດ 70 ພັນກວ່າຄົນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...