spot_img
Homeຂ່າວພາຍ​ໃນກອງທັບ ປະຊາຊົນຫວຽດນາມ ສົ່ງຊ່ຽວຊານ ແລະ ເຄື່ອງມື ທາງການແພດ ມາຊ່ວຍກອງທັບປະຊາຊົນລາວ ຕ້ານໂຄວິດ-19

ກອງທັບ ປະຊາຊົນຫວຽດນາມ ສົ່ງຊ່ຽວຊານ ແລະ ເຄື່ອງມື ທາງການແພດ ມາຊ່ວຍກອງທັບປະຊາຊົນລາວ ຕ້ານໂຄວິດ-19

Published on

ໃນວັນທີ 3 ພຶດສະພາ 2021 ທີ່ຜ່ານມາ ຢູ່ ດ່ານສາກົນ ນໍ້າພາວ-ເກົາແຈ່ວ ໄດ້ມີພິທີມອບ-ຮັບ ອຸປະກອນເຄື່ອງມືການແພດ ລະຫວ່າງ ກອງທັບ ປະຊາຊົນຫວຽດນາມ ແລະ ກອງທັບປະຊາຊົນລາວ ກ່າວມອບໂດຍ ສະຫາຍ ພົນຈັດຕະວາ ຫງວຽນ ຮຸ່ງຖັງ ຮອງຫົວໜ້າກົມໃຫຍ່ ຫົວໜ້າກົມເສນາທິການ ກົມໃຫຍ່ພະລາທິການ, ກ່າວຮັບໂດຍ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ ພະລາທິການກອງທັບ ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ກອງທັບປະຊາຊົນຫວຽດນາມ ໄດ້ສົ່ງຄະນະຊ່ຽວຊານທາງການແພດ ຈໍານວນ 4 ສະຫາຍ ພ້ອມ ເຄື່ອງມືທາງການແພດຈໍານວນ 12 ໂຕນ ປະກອບມີ: ຜົງໂຄຣລາມິນບີ(cloamin b) 500 ກິໂລ, ຜ້າອັດປາກ N95 ຈໍານວນ 5.000 ອັນ, ຜ້າອັດປາກແພ 100.000 ອັນ,ເຄື່ອງນຸ່ງປ້ອງກັນ PCD ລະດັບ4 ຈໍານວນ 5.000 ຊຸດ, ນໍ້າຢາລ້າງມື 1.000 ຂວດ, ຊຸດກວດຕົວຢ່າງຫາເຊື້ອພະຍາດ 1.000 ອັນ ແລະ ເຄື່ອງວັດແທກອຸນຫະພູມ 100 ອັນ ມາຊ່ວຍເຫລືອກອງທັບປະຊາຊົນລາວ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດ ຂອງພະຍາດໂຄວິດ-19.

ໂອກາດນີ້, ສະຫາຍພົນຕີ ຄໍາເພັດ ສີຊານົນ ໄດ້ຕາງໜ້າໃຫ້ລັດຖະບານ ກໍຄື ປະ ຊາຊົນລາວບັນດາເຜົ່າ ສະແດງຄວາມຂອບອົກຂອບໃຈ ມາຍັງ ລັດຖະບານ ກໍຄື ກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອເຄື່ອງມືທາງການແພດ ແລະ ຄະນະຊ່ຽວຊານທາງການແພດ ເພື່ອຊ່ວຍປ້ອງກັນ, ສະກັດກັ້ນ ແລະ ຕ້ານການລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນຄັ້ງນີ້.

ການມອບເຄື່ອງມືທາງການແພດໃນຄັ້ງນີ້, ເປັນການສະແດງໃຫ້ເຫັນເຖິງສາຍພົວພັນຮ່ວມມືພິເສດ, ຄວາມສາມັກຄີພິເສດ ລະຫວ່າງສອງຊາດລາວ-ຫວຽດນາມ ອ້າຍນ້ອງ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...