spot_img
HomeຊີວິດແລະຄວາມຮັກWedding-Sex-loveກວດເບິ່ງດ່ວນ! 5 ອຸປະສັກທີ່ເຮັດໃຫ້ເກມຮັກເທິງຕຽງຕ້ອງສະດຸດ

ກວດເບິ່ງດ່ວນ! 5 ອຸປະສັກທີ່ເຮັດໃຫ້ເກມຮັກເທິງຕຽງຕ້ອງສະດຸດ

Published on

ຄວາມຮັກ ກັບ ເຊັກສ໌ ມື້ນີ້ແອັດຈະມາພາທຸກຄົນມາຮູ້ຈັກກັບອຸປະສັກຫຼັກໆທີ່ເຮັດໃຫ້ເກມຮັກເທິງຕຽງຂອງຫຼາຍໆຄູ່ນັ້ນຕ້ອງສະດຸດກາງທາງ ເຊິ່ງຈະມີຫຍັງແນ່ນັ້ນ ເຮົາມາຮູ້ຈັກໄປພ້ອມກັນເລີຍ

1. ສຸຂະພາບຮ່າງກາຍຍັງບໍ່ພ້ອມ

ຢ່າລືມວ່າ ການອອກກຳລັງກາຍເທິງຕຽງທຸກຄັ້ງ ສຸຂະພາບຮ່າງກາຍຕ້ອງເປັນສິ່ງສຳຄັນ ຖ້າຮ່າງກາຍຢູ່ສະພາບທີ່ຍັງບໍ່ມີຄວາມພ້ອມເຊັ່ນ:​ ຫິວນອນ, ເມົາໜັກ ສ່ວນຫຼາຍຈະເຮັດໃຫ້ການຮ່ວມຮັກບໍ່ສຳເລັດພາລະກິດໄດ້ຢ່າງສົມບູນ ອາດເຮັດໃຫ້ຄູ່ນອນເກີດອາລົມເສຍໄດ້ ດັ່ງນັ້ນຖ້າຈະອອກຮົບເທິງຕຽງທຸກຄັ້ງສະພາບຮ່າງກາຍຂອງເຕັມທີ່ກ່ອນຈະດີທີ່ສຸດ

2. ສະພາບທາງຈິດໃຈ

ເລື່ອງສຳຄັນບໍໜ້ອຍໜ້າກັບສະພາບທາງຮ່າງກາຍກໍ່ຄືສະພາບທາງຈິດໃຈນັ້ນເອງ ບາງຄົນມີເລື່ອງຄວາມຄຽດ, ຄວາມກັງວົນໃຈ ຫຼື ບໍ່ສະບາຍ ອາດເຮັດໃຫ້ເກີດອາລົມງຸດງິດຫຼາຍກວ່າຊ້ຳ ສະນັ້ນ ກ່ອນຈະມີຫຍັງກັບຄົນຮັກຕ້ອງເບິ່ງອາລົມຂອງເຂົານຳ ຢ່າຝືນຖ້າຄູ່ຮັກບໍ່ມີອາລົມຮ່ວມ

3. ສິ່ງແວດລ້ອມທີ່ສົ່ງຜົນຕໍ່ປະສາດສຳພັດ

ສິ່ງແວດລ້ອມທີ່ເວົ້ານີ້ ນັບຕັ້ງແຕ່ສະຖານທີ່ທີ່ໃຊ້ຮ່ວມຮັກ ອາກເປັນຫ້ອງທີ່ແຄບໄປ, ມືດໄປ, ອາກາດບໍ່ລະບາຍດີ, ມີກິ່ນເໝັນ, ມີສຽງດັງລົບກວນ, ຮູ້ສຶກຮ້ອນເອົ້າ ສິ່ງເຫຼົ່ານີ້ກໍ່ຈະສົ່ງຜົນໃຫ້ທ່ານໝົດອາລົມໃນເວລາເຮັດໄດ້

4. ຄວາມຜິດພາດທາງເທັກນິກ

ປັດໄຈນີ້ເກີດຈາກບັນຫາສະເພາະໜ້າທີ່ທັງຄູ່ບໍ່ອາດຮູ້ລ່ວງໜ້າເຊັ່ນ: ຖົງຢາງອະນາໄມແຕກ, ຖົງຢາງຫຼຸດ, ການທົດລອງເຮັດທ່າໃໝ່ໆທີ່ບໍ່ລຶ້ງເຄີຍ ກາຍເປັນເຮັດໃຫ້ຮູ້ສຶກປວດເມື່ອຍ, ບາດເຈັບ

5. ຄວາມບໍ່ພ້ອມທາງດ້ານອະໄວຍະເພດ

ນ້ອງຊາຍບໍ່ຫ້າວ ຫຼື ນ້ອງສາວແຫ້ງບໍ່ພ້ອມທີ່ຈະໃຊ້ງານ ເຊິ່ງຄວາມບໍ່ພ້ອມນີ້ກໍ່ແຕກຕ່າງກັນອອກໄປ ດ້ານຝ່າຍຍິງອາດມີຜົນມາຈາກຄວາມຄຽດ, ຮໍໂມນປັ່ນປ່ວນ ຫຼື ດ້ານສຸຂະພາບ ສ່ວນຝ່າຍຊາຍອາດເກີດຈາກຄວາມຄຽດ, ພັກຜ່ອນບໍ່ພຽງພໍ, ກິນຢາບາງຢ່າງ ຮວມໄປເຖິງການເສື່ອມສະມັດທະພາບທາງເພດ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...