spot_img
Homeຂ່າວພາຍ​ໃນກວດພົບເຫັນ-ດໍາເນີນຄະດີຕໍ່ຜູ້ລັກລອບໃຊ້ກະແສໄຟຟ້າທັງໝົດ 260 ກໍລະນີ

ກວດພົບເຫັນ-ດໍາເນີນຄະດີຕໍ່ຜູ້ລັກລອບໃຊ້ກະແສໄຟຟ້າທັງໝົດ 260 ກໍລະນີ

Published on

ປີ 2022 ຜ່ານມານີ້, ລັດວິສາຫະກິດໄຟຟ້າລາວ (ຟຟລ) ກວດພົບເຫັນ ແລະ ດໍາເນີນຄະດີຕໍ່ຜູ້ລັກລອບໃຊ້ກະແສໄຟຟ້າທັງໝົດ 260 ກໍລະນີ, ໃນນີ້ມີທັງຂະແໜງອຸດສາຫະກຳລາຍໃຫຍ່, ລວມເຖີງຄົນຕ່າງປະເທດທີ່ເຊົ່າບ່ອນຢູ່ເພື່ອເຮັດທຸລະກິດ ແລະ ປະຊາຊົນທົ່ວໄປ ເຊິ່ງສາມາດເກັບກູ້ພະລັງງານຄືນມາ ແລະ ປັບໄໝເປັນເງິນເຖິງ 68 ຕື້ກີບ.

ທ່ານ ຈັນທະບູນ ສຸກອາລຸນ, ຜູ້ອໍານວຍການໃຫຍ່ລັດວິສາຫະກິດ ຟຟລ ລາຍງານໃຫ້ຮູ້ຢູ່ກອງປະຊຸມການ ດໍາເນີນທຸລະກິດຂອງລັດວິສາຫະກິດ ຟຟລ ຈັດຂື້ນໃນວັນທີ 10 ມີນາ 2023 ຢູ່ສໍານັກງານໃຫຍ່ ຟຟລ, ນະຄອນຫຼວງວຽງຈັນ ວ່າ: ໃນຈຳນວນຜູ້ລັກລອບໃຊ້ກະແສໄຟຟ້າທັງໝົດນີ້, ຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງວຽງຈັນ ມີເຖິງ 160 ກໍລະນີ, ແຕ່ບາງແຂວງເກືອບວ່າບໍ່ມີເລີຍ. ການລັກລອບໃຊ້ກະແສໄຟຟ້າ ຫຼື ໃຊ້ໄຟຟ້ານອກລະບົບ ເຮັດໃຫ້ມີພະລັງງານຕົກເຮ່ຍໄດ້ສ້າງຜົນເສຍຫາຍອັນໃຫຍ່ຫຼວງຕໍ່ການພັດທະນາປະເທດຊາດ. ຕໍ່ບັນຫາເກີດຂຶ້ນ ຟຟລ ໄດ້ພະຍາຍາມແກ້ໄຂ ແລະ ລົງກວດກາກົງເຕີ່ໄຟເປັນປະຈໍາ ເຮັດໃຫ້ມາຮອດປັດຈຸບັນ ສະພາບການລັກລອບໃຊ້ກະແສໄຟຟ້າມີທ່າອ່ຽງຫຼຸດລົງ, ໃນນີ້ ສະເພາະໃນປີ 2022 ຜ່ານມາ ສາມາດເຮັດໃຫ້ພະລັງງານຕົກເຮ່ຍຫຼຸດລົງ 2,29 % ສາມາດປະຢັດເງິນໄດ້ສູງເຖິງ 400 ຕື້ກີບ. ສໍາລັບກໍລະນີກວດພົບເຫັນການລັກລອບໃຊ້ກະແສໄຟຟ້າ, ຟຟລ ໄດ້ປະຕິບັດເປັນກໍລະນີຕົວຢ່າງ ຄື: ຟ້ອງສານ ເນື່ອງຈາກການລັກໄຟຟ້າ ກໍຄື ລັກຊັບສິນຂອງລັດ ມີຄວາມຜິດຕໍ່ກົດໝາຍອາຍາຕ້ອງໄດ້ດໍາເນີນຄະດີຫາໄອຍະການເພື່ອຟ້ອງສານລົງໂທດຕາມລະບຽບກົດໝາຍ.

ຜູ້ອໍານວຍການໃຫຍ່ ຟຟລ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ທົ່ວປະເທດມີຕາຂ່າຍໄຟຟ້າແຮງສູງ 10.000 ກວ່າ ກິໂລ ແມັດ, ແຮງກາງ ແລະ ແຮງຕໍ່າ 50.000 ກວ່າກິໂລແມັດ. ສະນັ້ນ ຕ້ອງໄດ້ບຳລຸງຮັກສາອຸປະກອນຕ່າງໆ ເປັນຕົ້ນແມ່ນ ດອກກັນໄຟ, ໝໍ້ແປງໄຟ, ສາຍໄຟ ແລະ ອື່ນໆ. ທຸກຢ່າງເຫຼົ່ານີ້ລ້ວນແຕ່ມີອາຍຸການນຳໄຊ້ຂອງມັນ. ນອກຈາກນີ້ ສາຍໄຟຢູ່ລາວສ່ວນໃຫຍ່ເປັນສາຍເປືອຍຈື່ງເຮັດໃຫ້ກະແສໄຟຟ້າມັກຕົກ ໂດຍສະເພາະໃນລະດູຝົນ.

ທີ່ມາ FM90

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...