spot_img
Homeຂ່າວການສຶກສາໃກ້ເປີດສົກຮຽນໃໝ່! ການຊື້-ຂາຍ ອຸປະກອນເຄື່ອງນຸ່ງນັກຮຽນ ຕາມທ້ອງຕະຫລາດ ເລີ່ມຄຶກຄື້ນ!

ໃກ້ເປີດສົກຮຽນໃໝ່! ການຊື້-ຂາຍ ອຸປະກອນເຄື່ອງນຸ່ງນັກຮຽນ ຕາມທ້ອງຕະຫລາດ ເລີ່ມຄຶກຄື້ນ!

Published on

ຕາມການລົງສັງເກດເບິ່ງ ບັນຍາກາດການຊື້-ຂາຍ ອຸປະກອນການຮຽນ ແລະ ເຄື່ອງນຸ່ງນັກຮຽນ ຢູ່ຕາມທ້ອງຕະຫຼາດຕ່າງໆເຊັ່ນ: ຕະຫຼາດເຊົ້າ, ຂົວດິນ ແລະ ສູນການຄ້າຕ່າງໆ ໃນນະຄອນຫຼວງວຽງຈັນ ຂອງນັກຂ່າວພວກເຮົາເຫັນວ່າ: ໄລຍະນີ້ ການຊື້-ຂາຍສິນຄ້າດັ່ງກ່າວ ແມ່ນມີຄວາມຄຶກຄື້ນດີ, ຂະນະທີ່ຊາວຄ້າຂາຍ ກໍໄດ້ມີການກະກຽມສິນຄ້າຂອງຕົນ ເປັນຈຳນວນຫຼາຍເພື່ອຈຳໜ່າຍກ່ອນເປີດສົກຮຽນໃໝ່. ແມ່ຄ້າສ່ວນຫລາຍບອກວ່າ: ລາຄາເຄື່ອງນຸ່ງ ແລະ ອຸປະກອນການຮຽນ ແມ່ນຍັງຢູ່ໃນເກນປົກກະຕິຄືປີຜ່ານໆມາ ແລະ ຈະສາມາດຕອບສະໜອງໄດ້ ພຽງພໍກັບຄວາມຕ້ອງການຂອງສັງຄົມເປັນຢ່າງດີ. ສ່ວນຢູ່ບັນດາແຂວງຕ່າງໆເຫັນວ່າມີບັນຍາກາດຄຶກຄື້ນເຊັ່ນກັນ, ຊຶ່ງສັງເກດໄດ້ຈາກ ການກະກຽມສິນຄ້າຂອງແມ່ຄ້າ ຈາກຕ່າງແຂວງໄດ້ເຂົ້າມາ ເພື່ອຊື້ອຸປະກອນການຮຽນ ແລະ ເຄື່ອງນຸ່ງນັກຮຽນ ໄປຈຳໜ່າຍຕໍ່ຢູ່ທ້ອງຖິ່ນຕົນ ເປັນຈຳນວນຫລາຍສົມຄວນ, ຢ່າງໃດກໍຕາມ ໃນກໍລະນີດັ່ງກ່າວ ກໍຂໍໃຫ້ພາກສ່ວນກ່ຽວຂ້ອງ ຕ້ອງເອົາໃຈໃສ່ຕິດຕາມກວດກາ  ສິນຄ້າປະເພດດັ່ງກ່າວ ໃນໄລຍະນີ້ໃຫ້ດີ ເພື່ອບໍໃຫ້ເກີດການສວຍໂອກາດ ສົ່ງຜົນກະທົບຕໍ່ປະຊາຊົນ ກໍຄືຜູ້ປົກຄອງ ປັດຈຸບັນໂຮງຮຽນແຫ່ງຕ່າງໆ ໃນນະຄອນຫລວງວຽງຈັນ ກໍຄືໃນຂອບເຂດທົ່ວປະເທດ ກໍພວມມີການກຽມຄວາມພ້ອມ ໃຫ້ແກ່ການເປີດສົກຮຽນໃໝ່, ໂດຍສະເພາະກະກຽມອຸປະກອນຮັບໃຊ້ການຮຽນ-ການສອນ, ສ້ອມ ແປງໂຕະ-ຕັ່ງທີ່ເປ່ເພ, ທຳສີອາຄານທີ່ເກົ່າແກ່ ແລະ ບູລະນະອະນາໄມ ພາຍໃນຂອບເຂດໂຮງຮຽນຂອງຕົນ ໃຫ້ມີຄວາມສະອາດສວຍງາມເພື່ອພ້ອມ ໃຫ້ແກ່ການເປີດສົກຮຽນໃໝ່ ໃນວັນທີ 1 ກັນຍາທີ່ຈະມາເຖິງນີ້.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...