Homeຂ່າວຄວາມສະຫງົບແອບອ້າງຕົນເອງວ່າເປັນເຈົ້າໜ້າທີ່ ປກສ

ແອບອ້າງຕົນເອງວ່າເປັນເຈົ້າໜ້າທີ່ ປກສ

Published on

ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ຈັບຕົວ ທ້າວ ກິດຕິພອນ ອາຍຸ 35 ປີ ກໍາມະກອນ ຢູ່ບ້ານໂພນສະຫວັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມາດໍາເນີນຄະດີ ໃນວັນທີ 04 ກຸມພາ 2023, ຂໍ້ຫາສໍ້ໂກງຊັບພົນລະເມືອງ ຍ້ອນມີການເຄື່ອນໄຫວຕົວະຍົວະຫຼອກລວງ ແອບອ້າງຕົນເອງວ່າເປັນເຈົ້າໜ້າທີ່ ປກສ, ມີຄວາມສາມາດແລ່ນເອົາຄົນເຂົ້າກຳລັງ ປກສ ແລະແລ່ນຮັບປະກັນເອົາຜູ້ຖືກຫາອອກຈາກຄ້າຍຄຸມຂັງໄດ້ທຸກແຂວງ ເຮັດໃຫ້ມີຄົນຫຼົງເຊື່ອ ແລະມີຜູ້ຕົກເປັນເຍື່ອເຖິງ 2 ຄົນ.

ພັທ ສີພອນ ວິໄລສິນ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງນາຊາຍທອງ ໃຫ້ຮູ້ວ່າ: ໃນວັນທີ 12 ມັງກອນ 2023 ກອງບັນຊາການ ປກສ ເມືອງນາຊາຍທອງ ໄດ້ຮັບເອກະສານຄຳຮ້ອງຟ້ອງຈາກຜູ້ຖືກເສຍຫາຍ ຢູ່ເມືອງສີສັດຕະນາກ ວ່າ:
ໃນວັນທີ 8 ພະຈິກ 2022 ໄດ້ຖືກ ທ້າວ ກິຕິພອນ ຕົວະຍົວະຫຼອກລວງ ສໍ້ໂກງເອົາເງິນຂອງຕົນໄປ ຈໍານວນເງິນ 1,500,000 ບາດ ແລະ 4,000,000 ກີບ ໂດຍແອບອ້າງເປັນເຈົ້າໜ້າທີ່ ປກສ ຮັບປະກັນເອົານ້ອງຊາຍຂອງຕົນອອກຈາກຄ້າຍຄຸມຂັງ ພາຍໃນກໍານົດເວລາ 35 ວັນ, ຖ້າຄົບກໍານົດແລ້ວຍັງບໍ່ໄດ້ອອກແມ່ນ ສົ່ງເງິນຄືນ.

ແຕ່ເຖິງປັດຈຸບັນ ທ້າວ ກິຕິພອນ ກໍ່ບໍ່ສາມາດແລ່ນຮັບປະກັນເອົານ້ອງຊາຍຂອງຕົນອອກຄ້າຍຄຸມຂັງໄດ້ຕາມຄຳອວດອ້າງ ເລີຍທວງເງິນຄືນ ແຕ່ຜູ້ກ່ຽວກໍ່ບ່າຍບ່ຽງ ແລະເອົາຕົວຫຼົບຫຼີກ. ນອກນັ້ນ ໃນເດືອນມັງກອນ ປີ 2021, ທ້າວ ກິຕິພອນ ໄດ້ໃຊ້ຮູບການດຽວກັນ ສໍ້ໂກງເອົາຊັບສິນປະຊາຊົນ ຢູ່ບ້ານໂພນສະຫວາດເໜືອ ເມືອງສີໂຄດຕະບອງ ໂດຍໄດ້ຕົວະວ່າ: ເປັນຜູ້ມີຄວາມສາມາດແລ່ນເອົາຄົນເຂົ້າກຳລັງ ປກສ ເຊິ່ງມີຜູ້ເສຍຫາຍໜຶ່ງຄົນ ໄດ້ເອົາເງິນໃຫ້ ທ້າວ ກິຕິພອນ ຈໍານວນເງິນ 53,000,000 ກີບ ມາຮອດປັດຈຸບັນກໍ່ຍັງບໍ່ໄດ້ເຂົ້າກຳລັງ ປກສ ຕາມຄໍາກ່າວອ້າງນັ້ນ.

ພາຍຫຼັງສືບສວນ ສອບສວນ ສໍາເລັດ ກອງບັນຊາການ ປກສ ເມືອງນາຊາຍທອງ ຈະໄດ້ສະຫຼຸບຄະດີ ສົ່ງມອບໃຫ້ອົງການໄອຍະການປະຊາຊົນເຂດ I ນະຄອນຫຼວງວຽງຈັນ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...