spot_img
Homeຂ່າວທ້ອງຖິ່ນແຫ່ຮູບປັ້ນພະເຈົ້າໄຊເຊດຖາທິຣາດ ໄປວັດພະທາດຫຼວງ ກຽມສົ່ງໄປແຂວງອັດຕະປື

ແຫ່ຮູບປັ້ນພະເຈົ້າໄຊເຊດຖາທິຣາດ ໄປວັດພະທາດຫຼວງ ກຽມສົ່ງໄປແຂວງອັດຕະປື

Published on

ສຳນັກຂ່າວສານປະເທດລາວ ລາຍງານວ່າ ໃນວັນທີ 21 ກໍລະກົດ 2020, ທີ່ນະຄອນຫຼວງວຽງຈັນ ມີຂະບວນຄູບາ, ອາຈານ ແລະ ພະສົງ ລວມທັງອະດີດປະທານປະເທດ ທ່ານ ຈູມມາລີ ໄຊຍະສອນ ແລະ ມວນຊົນນັບຮ້ອຍຄົນ ໄດ້ຮ່ວມຂະບວນແຫ່ຮູບປັ້ນພະເຈົ້າໄຊເຊດຖາທິຣາດມະຫາຣາດ, ຊ້າງ ແລະ ພະພຸດທະຮູບຈໍານວນໜຶ່ງ ໄປຍັງຫໍທຳມະສະພາ ວັດພະທາດຫຼວງເໜືອ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ, ເພື່ອດຳເນີນການສະເຫຼີມສະຫຼອງຮູບປັ້ນ ໃນລະຫວ່າງ ວັນທີ 21-25 ກໍລະກົດ ແລະ ຈະໄດ້ນໍາສົ່ງໄປປະດິດສະຖານໄວ້ທີ່ອະນຸສາວະລີ ພະເຈົ້າໄຊເຊດຖາທິຣາດ ບ້ານ ຫາດຊາຍຂາວ ເມືອງໄຊເຊດຖາ ແຂວງອັດຕະປື.

ຕະຫຼອດ 5 ວັນດັ່ງກ່າວ, ຈະມີງານບຸນສະເຫຼີມສະຫຼອງຮູບປັ້ນພະເຈົ້າ ໄຊເຊດຖາທິຣາດ ມະຫາຣາດ ພ້ອມທັງຮັບຟັງສູດປະຣິຕະມຸງຄຸນ, ຟັງທຳມະເທດສະໜາປາຣະມີ 30 ທັດ ເສີມບຸນປາຣະມີ ຈາກພະສົງ 39 ອົງ, ໄຫວ້ພະສູດມົນ ຈະເລີນສະມາທິພາວະນາ ຟັງທຳມະເທດສະໜາ. ສ່ວນໃນຕອນເຊົ້າວັນທີ 26 ກໍລະກົດ ຈະມີພິທີຕັກບາດຖວາຍທານ ແດ່ພະສົງ 39 ອົງ. ຈາກນັ້ນ, ຈະມີພິທີຂະບວນ ເຄື່ອນຮູບຫລໍ່ພະເຈົ້າໄຊເຊດຖາທິຣາດ ມະຫາຣາດ ອອກຈາກນະຄອນຫຼວງວຽງຈັນ ໂດຍຜ່ານ ແຂວງຕ່າງໆເປັນຕົ້ນ ແຂວງບໍລິຄຳໄຊ ໃນວັນທີ 27, ແຂວງຄຳມ່ວນ ໃນວັນທີ 28, ແຂວງສະຫວັນນະເຂດ ໃນວັນທີ 29, ແຂວງຈຳປາສັກ ໃນວັນທີ 30 ກໍລະກົດ 2020 ເຊິ່ງແຕ່ລະແຂວງ ຈະປະກອບພິທີບຳເພັນບຸນ 1 ວັນ, ສ່ວນວັນທີ 31 ກໍລະກົດ ຂະບວນແຫ່ດັ່ງກ່າວ ຈະຮອດແຂວງອັດຕະປື ຈາກນັ້ນຈະມີພິທີຍົກພະໄຊຍະເຊດຖາທິຣາດມະຫາຣາດ ປະດິດສະຖານໄວ້ທີ່ ພະແທ່ນອະນຸສາວະລີ.

ທ່ານ ອຸນຫລ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ໃຫ້ຮູ້ວ່າ: ໂຄງການກໍ່ສ້າງອານຸສາວະລີ ພະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ຊົງປະທັບຊ້າງ ປະທານພອນ ທີ່ຫລໍ່ດ້ວຍທອງເຫຼືອງເນື້ອບໍລິສຸດ, ມີນໍ້າໜັກ 18 ໂຕນ, ຄວາມສູງ 9 ແມັດ ແລະ ມູນຄ່າກໍ່ສ້າງປະມານ 39 ຕື້ກີບ. ອານຸສາວະລີ ພະເຈົ້າໄຊຍະເຊດຖາທິຣາດ ສ້າງຂຶ້ນເພື່ອຈາລຶກຄຸນງາມຄວາມດີ, ວິລະກຳຂອງພະເຈົ້າໄຊເຊດຖາທິຣາດມະຫາຣາດ ທີ່ໄດ້ນຳພາໃນການຕໍ່ສູ້ ແລະ ປົກປັກຮັກສາອານາຈັກລ້ານຊ້າງ ໃນເວລານັ້ນ, ທັງເປັນການເຊີດຊູກຽດສັກສີ ຂອງວີລະກະສັດລາວລ້ານຊ້າງ ຜູ້ສະຫຼຽວສະຫຼາດອົງອາດກ້າແກ່ນມີຄວາມປີຊາສາມາດ ເປັນແວ່ນແຍງອັນໃສແຈ້ງແກ່ລູກຫຼານ ໄດ້ສຶກສາຫາຄວາມຮູ້ ແລະ ຮໍ່າຮຽນເອົາເປັນແບບຢ່າງ.

 

ຮຽບຮຽງຂ່າວ: ​ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...