spot_img
Homeຂ່າວພາຍ​ໃນແຜນຟື້ນຟູການສ້າງເຮືອນໃຫ້ປະຊາຊົນຢູ່ເມືອງສະໜາມໄຊ 700 ຫຼັງ

ແຜນຟື້ນຟູການສ້າງເຮືອນໃຫ້ປະຊາຊົນຢູ່ເມືອງສະໜາມໄຊ 700 ຫຼັງ

Published on

ແຜນຟື້ນຟູຜົນກະທົບຈາກໄພພິບັດ ຢູ່ເມືອງສະໜາມໄຊ, ບໍລິສັດຜູ້ພັດທະນາໂຄງການ PNPC ໄດ້ຊົດເຊີຍຜົນເສຍຫາຍເປັນເງິນທັງໝົດ 828 ຕື້ກວ່າກີບ, ເຈົ້າແຂວງອັດຕະປື ເປີດເຜີຍການສ້າງເຮືອນໃຫ້ປະຊາຊົນຢູ່ເມືອງສະໜາມໄຊ 700 ຫຼັງ ຍັງບໍ່ທັນແລ້ວຄາດວ່າທ້າຍປີນີ້ຈະໃຫ້ສໍາເລັດ.

6 ເດືອນຕົ້ນປີ 2022 ແຂວງອັດຕະປື ອັດຕາຂະຫຍາຍຕົວລວມຍອດຜະລິດຕະພັນພາຍໃນ (GDP) ຢູ່ໃນລດັບ 3,3%, ສາມາດຈັດເກັບລາຍຮັບໄດ້ທັງທົດ 129 ຕື້ກີບ. ຂະນະທີ່ການກໍ່ສ້າງເຮືອນໃຫ້ແກ່ປະຊາຊົນຢູ່ເມືອງສະໜາມໄຊ ຈຳນວນ 700 ຫຼັງ ຈະໃຫ້ສຳເລັດໃນທ້າຍປີນີ້.

ທ່ານ ເລັດ ໄຊຍະພອນ, ເຈົ້າແຂວງອັດຕະປື ໄດ້ເປີດເຜີຍຕໍ່ສື່ມວນຊົນໃນວັນທີ 22 ກໍລະກົດ ຜ່ານມາໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2022 ເສດຖະກິດຂອງແຂວງອັດຕະປືຂະຫຍາຍຕົວ ຢູ່ໃນລະດັບ 3,3%, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນ ບັນລຸ 15,15 ລ້ານກີບ.

ນອກຈາກນີ້, ຍັງສາມາດຈັດເກັບລາຍຮັບໄດ້ທັງໝົດ 129 ຕື້ກວ່າກີບ ເທົ່າກັບ 80% ຂອງແຜນການປີ, ລາຍຈ່າຍປະຕິບັດໄດ້ 147 ຕື້ກວ່າກີບ ເທົ່າກັບ 46% ຂອງແຜນການປີ, ມູນຄ່າການສົ່ງອອກ ປະຕິບັດໄດ້ 68 ລ້ານກວ່າໂດລາ ເທົ່າກັບ 41% ຂອງແຜນການປີ, ແຜນປູກເຂົ້ານາປີ ໃນເນື້ອທີ່ 24.990 ເຮັກຕາ ມາຮອດປັດຈຸບັນແມ່ນຕົກກ້າສຳເລັດ 100%, ປັກດຳສຳເລັດແລ້ວກວ່າ 70% ຄາດວ່າກາງເດືອນສິງຫານີ້ ຈະປັກດຳສຳເລັດ 100%.
ທ່ານໃຫ້ຮູ້ຕື່ມວ່າ: ສຳລັບແຜນຟື້ນຟູຜົນກະທົບຈາກໄພພິບັດ ຢູ່ເມືອງສະໜາມໄຊ, ບໍລິສັດຜູ້ພັດທະນາໂຄງການ PNPC ໄດ້ຊົດເຊີຍຜົນເສຍຫາຍເປັນເງິນທັງໝົດ 828 ຕື້ກວ່າກີບ ທຶນຈຳນວນດັ່ງກ່າວແມ່ນໄດ້ນຳໃຊ້ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ ເພື່ອຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນເປັນຕົ້ນ ກໍ່ສ້າງຖະໜົນຫົນທາງ, ໄຟຟ້າ-ນໍ້າປະປາ, ໂຮງຮຽນ, ໂຮງໝໍ, ກໍ່ສ້າງເຮືອນ ຈຳນວນ 700 ຫຼັງ, ໂຄງການປູກຝັງ-ລ້ຽງສັດ, ຊົນລະປະທານ ຕິດພັນກັບການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ສັງລວມແລ້ວການຈັດຕັ້ງປະຕິບັດວຽກງານຟື້ນຟູໄພພິບັດຢູ່ເມືອງສະໜາມໄຊ ເຫັນວ່າມີຜົນສຳເລັດດີພໍສົມຄວນ ປັດຈຸບັນແມ່ນເລັ່ງໃສ່ໂຄງການກໍ່ສ້າງເຮືອນ 700 ຫຼັງ ໃຫ້ສຳເລັດຕາມແຜນການທີ່ວາງໄວ້ຄືທ້າຍປີນີ້ ໃຫ້ສຳເລັດ 100%.

ແຫຼ່ງຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...