Homeຂ່າວຕ່າງປະເທດເອກອັກຄະລັດຖະທູດ ສປປ ລາວ ປະຈຳຣັດເຊຍ ຫາລືກັບຕາງໜ້າບໍລິສັດນ້ຳມັນ ຄວາມເປັນໄປໄດ້ໃນການສົ່ງນ້ຳມັນໃຫ້ແກ່ ສປປ ລາວ

ເອກອັກຄະລັດຖະທູດ ສປປ ລາວ ປະຈຳຣັດເຊຍ ຫາລືກັບຕາງໜ້າບໍລິສັດນ້ຳມັນ ຄວາມເປັນໄປໄດ້ໃນການສົ່ງນ້ຳມັນໃຫ້ແກ່ ສປປ ລາວ

Published on

ລະຫວ່າງວັນທີ 15-18 ມິຖຸນາ 2022 ຜ່ານມານີ້, ທ່ານ ນາງ ວິລາວັນ ເຍ່ຍປໍເຮີ່ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ປ ລາວ ປະຈຳ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໄດ້ເດີນທາງຮ່ວມກອງປະຊຸມເສດຖະກິດສາກົນທີ່ນະຄອນເຊັນປີເຕີສະເບີກ ສ ຣັດເຊຍ ຄັ້ງທີ 25 (25th Edition of SPIEF to Take Place in 2022)ເຊິ່ງກອງປະຊຸມດັ່ງກ່າວນີ້ຈັດຂຶ້ນທຸກໆປີ ແລະ ມີບັນດາທູດປະປະເທດ ອາຊຽນ, ອາຊີ, ອາຟຣິກາ ແລະ ອາເມຣິກາລາຕິນ ລວມທັງຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ທີ່ມີສຳນັກງານຕັ້ງຢູ່ສະຫະພັນຣັດເຊຍ ເຂົ້ຮ່ວມ 135 ປະເທດ.

ກອງປະຊຸມຄັ້ງນີ້ພາຍໃຕ້ຫົວຂໍ້ “ໂອກາດໃໝ່ໃນໂລກໃໝ່” ແລະ ກວມເອົາ 5 ບັນຫາຕົ້ນຕໍຄື ການສົ່ງເສີມທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ (SME Forum), ການສົ່ງເສີມທຸລະກິດໃໝ່ (Creative Business Forum) ແລະ ສັບປະດາແຫ່ງກິລາ (Sport team) ເຊິ່ງມີຫຼາຍກວ່າ 50 ຂໍ້ຍ່ອຍ. ສັບລັບທູດ ສປປ ລາວ ໄດ້ເລືອກເອົາຫົວຂໍ້ສຳຄັນ ເຊິ່ງໄດ້ລົງເລິກການຮ່ວມມື ດ້ານເສດຖະກິດ-ການຄ້າ, ການລົງທຶນເພື່ອພັດທະນະ ແລະ ຫົວຂໍ້ອື່ນໆ.

ມື້ສຸດທ້າຍກອງປະຊຸມ ທ່ານ ນາງ ວິລາວັນ ເຍ່ຍປໍເຮີ່ ເຂົ້າຮ່ວມກອງປະຊຸມປະຖົມມະເລີກໂດຍການເປັນປະທານຂອງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີແຫ່ງສະຫະພັນຣັດເຊຍ ແລະ ມີປະທານາທິບໍດີແຫ່ງ ສາທາລະນະລັດກາຊັກສະຖານ ເຂົ້າຮ່ວມດ້ວຍ.

ໂອກາດເຂົ້າຮ່ວມນີ້, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຣັດເຊຍ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບຄະນະກຳມາທິການຕ່າງປະເທດ ນະຄອນເຊັນປີເຕີສິເບີກ ເພື່ອສືບຕໍ່ປຶກສາຫາລື ແລະ ເສີມຂະຫຍາຍພົວພັນຮ່ວມມືໃຫ້ປະກົດຜົນເປັນຈິງ, ຂະນະດຽວກັນກໍໄດ້ພົບປະກັບບໍລິສັດຈຳນວນໜຶ່ງ ເພື່ອເສີມຂະຫຍາຍການພົວພັນເສດຖະກິດ-ການຄ້າລະຫວ່າງປະເທດລາວ ແລະ ຣັດເຊຍ ເປັນຕົ້ນແມ່ນພົບກັບຜູ້ຕາງໜ້າບໍລິສັດນ້ຳມັນ (Gasprom Neft) ເພື່ອປຶກສາຫາລືຄວາມເປັນໄປໄດ້ໃນການສົ່ງນ້ຳມັນໃຫ້ແກ່ ສປປ ລາວ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...