spot_img
Homeຄວາມງາມເປັນສິວແຕ່ຢາກໜ້າຂາວໃສຄວນອ່ານ

ເປັນສິວແຕ່ຢາກໜ້າຂາວໃສຄວນອ່ານ

Published on

ທັງຍິງສາວ-ຊາຍໜຸ່ມທີ່ໜ້າເປັນສິວ ແລະ ຍັງໝອງຄ້ຳບໍ່ສົດໃສພຸດຜ່ອງ ແຕ່ຢາກໃຫ້ຜິດໜ້າຂາວໃສ ແລະ ສິວຫຼຸດລົງ ມື້ນີ້ໃນຄໍລຳ ຄວາມງາມ ແອັດມິນມີ 5 ຂໍ້ມາແນະນຳເພື່ອເຮັດໃຫ້ຜິວໜ້າມີສຸຂະພາບດີຂຶ້ນ ເຊິ່ງຈະເຮັດແນວໃດນັ້ນເຮົາມາອ່ານນຳກັນເລີຍ

1.) ສິ່ງທຳອິດທີ່ທ່ານຄວນເຮັດແມ່ນເລື່ອງຄວາມສຳຄັນຂອງໃບໜ້າຄືການລ້າງເຄື່ອງສຳອາງ ຫຼື ຄຣີມ, ແປ້ງ ແລະ ອື່ນໆທີ່ທາລົງໃບໜ້າອອກໃຫ້ໝົດ ແລະ ສຳລັບຄົນເປັນສິວນັ້ນກໍ່ຕ້ອງເລື່ອງໃຊ້ຜະລິດຕະພັນລ້າງໜ້າສູດອ່ອນໂຍນມາໃຊ້ເພື່ອບໍ່ເຮັດໃຫ້ຜິວລະຄາຍເຄືອງ

2.) ຫຼີກລ່ຽງການບີບສິວທີ່ຍັງບໍ່ທັນສຸກດີເພາະນອກຈາກຈະເຮັດໃຫ້ຜິວຊ້ຳແລ້ວຍັງຈະເຮັດໃຫ້ເກີດການອັກເສບ ຈົນເກີດເປັນຮອຍສິວຝັງເລິກຮັກສາຍາກ

3.) ຫຼີກລ່ຽງການປະເຊີນໜ້າກັບແສງແດດໂດດກົງ ເພາະແສງແດດຈະເຮັດໃຫ້ຮອຍສິວມີສີເຂັ້ມຂຶ້ນກວ່າເກົ່າ ແລະ ຍັງໄປກະຕຸ້ມຕ່ອມໄຂມັນໃຫ້ທຳການ ເຮັດໃຫ້ເພີ່ມການເກີດສິວໄດ້ງ່າຍ

4.) ໃບໜ້າຄວນທາກັນແດດທຸກມື້ ແຕ່ຄວນເລືອກຊະນິດທີ່ບໍ່ເຮັດໃຫ້ເກີດຄວາມມັນສ່ວນເກີນ

5.) ຢ່າໃຊ້ຄລີມທີ່ມີສ່ວນປະສົມຂອງສານຂັດເຊລຜິວ ມີລິດລະຄາຍເຄືອງເຊັ່ນ AHA ເພາສານພວກນີ້ຈະເຮັດໃຫ້ໜ້າຂາວຂຶ້ນໃນໄລຍະທຳອິດເທົ່ານັ້ນ ແຕ່ຖ້າໃຊ້ດົນໆຈະເຮັດໃຫ້ໜ້າທ່ານບາງ ເມື່ອເລີກໃຊ້ໜ້າກໍ່ຈະເຂົ້າຝ້າ ແລະ ຈະເກີດສິວ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...