spot_img
Home​ຂ່າວບັນເທິງ"ອອນອານົງ ຫອມສົມບັດ" Miss Universe Laos 2018

“ອອນອານົງ ຫອມສົມບັດ” Miss Universe Laos 2018

Published on

ວົງການນາງງາມລາວມີເລື່ອງຕື່ນເຕັ້ນຕະຫຼອດເວລາ ຢູ່ດີໆກໍ່ມີການປະກາດຜູ້ທີ່ໄດ້ເປັນ Miss Universe Laos 2018 ແບບກະທັນຫັນ ງານນີ້ດຣາມ່າມາເຕັມ ສະນັ່ນທັງໂຊຊ້ຽວ.

ເມື່ອວັນທີ 22 ກໍລະກົດ 2018 ທີ່ຜ່ານມາ ທາງເພສໄດ້ໂພສຂໍ້ຄວາມທີ່ວ່າ “ໃນຖານະຜູ້ຖືລິຂະສິດ Miss Universe ຢ່າງເປັນທາງການ ແລະ ພຽງຜູ້ດຽວໃນ ສປປລາວ, ບໍລິສັດທີວີລາວຈຳກັດ – Miss Universe Laos Organization ຂໍສະແດງຄວາມຂອບໃຈຕໍ່ບັນດາທ່ານ ທີ່ໃຫ້ຄວາມສົນໃຈ ແລະ ຕິດຕາມໂຄງການປະກວດ Miss Universe Laos 2018 ຕະຫລອດມາ. ມາຮອດປັດຈຸບັນ, ເນື່ອງຈາກການຈັດປະກວດມີຄວາມລ້າຊ້າ, ອີງຕາມກົດລະບຽບຂອງອົງກອນ Miss Universe ແລະ ເພື່ອໃຫ້ຕົວແທນຜູ້ເຂົ້າປະກວດໃນເວທີສາກົນໄດ້ມີເວລາກະກຽມຄວາມພ້ອມ, Miss Universe Laos Organization ຈະພິຈາລະນາຕັດສິນການສົ່ງຜູ້ເຂົ້າປະກວດໃນໄວໆນີ້ ທ່ານສາມາດຕິດຕາມອັບເດດຂໍ້ມູນ ແລະ ການເຄື່ອນໄຫວທາງການຈາກ ເພຈຂອງພວກເຮົາໃນໄລຍະຕໍ່ໄປ.” 

ເມື່ອວັນທີ 23 ກໍລະກົດ 2018 ທາງກອງປະກວດ Miss Universe Laos Organization (TVLAO HD) ຂໍຖືເປັນກຽດແຈ້ງຢ່າງເປັນທາງການວ່າ ໄດ້ຄັດເລືອກ ແລະ ແຕ່ງຕັ້ງ ນາງ ອອນອານົງ ຫອມສົມບັດ ເປັນຕົວແທນເຂົ້າຮ່ວມ ການປະກວດ Miss Universe 2018 ຢ່າງເປັນທາງການ ງານນີ້ເຮັດໃຫ້ປະຊາຊົນຊາວໂຊຊຽວເຖິງກັບມຶນງົງໄປຕາມໆກັນ ໂພສດັ່ງກ່າວໄດ້ມີຄົນເຂົ້າມາກົດໄລນ໌ ກົດແຊຣ໌ ແລະ ເຂົ້າມາສະແດງຄວາມຄິດເຫັນ ເຊິ່ງຈຳນວນຫຼາຍແມ່ນໄປທາງກະແສດ້ານລົບ ເຖິງແມ່ນວ່າທາງກອງປະກວດກໍ່ໄດ້ອະທິບາຍເຖິງເຫດຜົນທີ່ເລືອກເອົານາງແລ້ວກໍ່ຕາມ

ນາງ ອອນອານົງ ຫອມສົມບັດ, ຮອງອັນດັບຫນຶ່ງມີສຢູນີເວີສລາວ 2017, ອາຍຸ 23 ປີ, ຄວາມສູງ 171 ຊມ, ຮຽນຈົບປຣິນຍາຕຣີວິຊາ: ພົວພັນສາກົນ (International relations) ຈາກມະຫາວິທະຍາໄລ Kaposvar University, ປະເທດຮົງກຣີ ໃນປີ 2017, ເຄີຍເຮັດວຽກຢູ່ ອົງການແມ່ນໍ້່າຂອງ (Mekong River Commission). ໃນໄລຍະຮຽນຢູ່ອຸດົມ ນາງໄດ້ໄປເຄື່ອນໄຫວກັບໂຄງການແລກປ່ຽນການສຶກສາຢູ່ ສ. ອາເມລິກາ, ຍີ່ປຸ່ນ, ຫວຽດນາມ, ຟີລິບປິນ, ສິງກະໂປ, ອິນໂດເນເຊັຍ, ມາເລເຊັຍ…. ມີຄວາມພ້ອມດ້ານຄວາມງາມ, ຄວາມຮູ້ຄວາມສາມາດດ້ານພາສາ, ມີກິລິຍາມາລະຍາດດີ ແລະ ຮູ້ຈັກຄະນົບທຳນຽມປະເພນີລາວ ເຫມາະສົມທີ່ຈະເປັນຕົວແທນໃຫ້ແມ່ຍິງລາວໄປປະກວດໃນເວທີ ມີສຢູນີເວີສ 2018.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...