ສົກຮຽນປີນີ້ ມີນັກຮຽນເສັງເຂົ້າ ມຊ 16 ພັນຄົນ ແຕ່ຕົວເລກຮັບພຽງ 5ພັນປາຍຄົນ

 ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການແທນອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ໃຫ້ສຳພາດຕໍ່ນັກຂ່າວ ເສດຖະກິດ-ການຄ້າ ໃນເມື່ອວັນທີ 11 ສິງຫາ 2016 ນີ້ວ່າ: ສົກປີ 2016-2017 ມະຫາວິທະຍາໄລແຫ່ງຊາດ ( ມຊ ) ຈະຮັບນັກຮຽນເຂົ້າຮຽນທັງໝົດ 5.335 ຄົນ. ໃນນັ້ນ,ຫຼັກ ສູດປົກກະຕິຈຳນວນ 4.215 ຄົນ ຊຶ່ງຕົວເລກໃນແຜນ 739 ຄົນ (ມີນັກຮຽນ 703 ຄົນ ແລະ ພະນັກ ງານ 36 ຄົນ) ສອບເສັງເຂົ້າ 3.476 ຄົນ, ນອກນັ້ນນັກສຶກສາລະບົບຕໍ່ເນື່ອງປະລິນຍາຕີ ມີ 1.030 ຄົນ ແລະ ອະນຸປະລິນຍາຕີ 90 ຄົນ. ສ່ວນລະບຽບຂອງການສອບເສັງພາຍໃນປີນີ້ ກໍ່ໄດ້ມີການເຂັ້ມງວດຂຶ້ນກວ່າເກົ່າ ໂດຍສະເພາະແມ່ນຫ້າມບໍ່ໃຫ້ມີການນຳໃຊ້ເຄື່ອງມືສື່ສານທາງອອນລາຍເຂົ້າໃນຫ້ອງສອບເສັງ ເດັດຂາດ ຖ້ານັກສອບເສັງຄົນໃດຫາກຜ່າຝືນ ແມ່ນຈະຖືກລຶບລ້າງການສອບເສັງ. ສ່ວນຂັ້ນຕອນຂອງການກວດຫົວບົດສອບເສັງ ແມ່ນໄດ້ມີການໃຊ້ລະບົບໂປຣແກຣມຂອງການກວດຫົວບົດສອບເສັງໃຫ້ໄວຂຶ້ນ ແລະ ມີປະສິດທິພາບ ແນໃສ່ເພື່ອບໍ່ໃຫ້ຂໍ້ມູນຂອງບົດສອບເສັງ ຫຼື ນັກສຶກສາຮົ່ວໄຫຼ ແລະ ມີການກວດດ້ວຍຄວາມຊັດເຈນ, ຄະນະຮັບຜິດຊອບທາງດ້ານໄອທີ ກໍ່ໄດ້ວາງກົດໃນການເອົາຂໍ້ມູນເຂົ້າຕາມຫຼັກການຢ່າງລະອຽດ, ຫຼັງຈາກປະກອບຂໍ້ມູນຕ່າງໆຄົບແລ້ວຄອມພິວເຕີກໍ່ຈະສັ່ງອອກດ້ວຍໂປຣແກມຂອງມັນເອງ. 

ທັງນີ້ ເພື່ອຮັບປະກັນໃຫ້ການສອບເສັງຄັດເລືອກນັກສຶກສາ ເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຊາດ ໃນ ສົກປີ 2016-2017 ໄປດ້ວຍຄວາມໂປ່ງໃສ ແລະ ຍຸຕິທໍາ. ນອກຈາກນີ້ ທາງຄະນະຮັບຜິດຊອບໄດ້ປັບ ປຸງລະບຽບການ ແລະ ກົນໄກການສອບເສັງຄັດເລືອກທີ່ເໝາະສົມ ໂດຍເລີ່ມຈາກການກຳນົດເອົາບັນດາຄູ-ອາຈານ ຜູ້ທີ່ມີປະສົບການດ້ານການສຶກສາ ຄົ້ນຄວ້າອອກຫົວບົດ ນຳໃຊ້ໂປຣແກມເຂົ້າໃນການກວດບົດສອບເສັງ ແລະ ກໍ່ໄດ້ແຕ່ງຕັ້ງຄະນະກຳມະການສະເພາະກິດ ເຂົ້າໃນການເຝົ້າຫ້ອງສອບເສັງ ແລະ ດຳເນີນການສອບເສັງໄປດ້ວຍຄວາມເຂັ້ມງວດ ແລະ ມີປະສິດທິພາບ ຕາມລະບຽບຫຼັກການ. 

ການສອບເສັງແມ່ນເປັນລະບຽບຮຽບຮ້ອຍດີ, ຫາກພົບກໍລະນີບໍ່ໂປ່ງໃສ ແມ່ນຈະໃຊ້ມາດຕະການຢ່າງເຂັ້ມງວດຕໍ່ຜູ້ກະທຳຜິດ ສ່ວນຜົນຂອງການສອບເສັງ ຈະປະກາດໃຫ້ຮູ້ພາຍໃນວັນທີ 15 ກັນຍາ 2016 ນີ້


[ ຂ່າວ: ເພັດລີສອນ, ພາບ: ສອນໄຊ , ສຳນັກຂ່າວ ເສດຖະກິດ-ການຄ້າ]

2 COMMENTS

  1. ຂ້ອຍບໍ່ເຂົ້າໃຈ ເປັນຫຍັງຄືໃຫ້ນັກຮຽນຈົບມໍ7ເສັງເຂົ້າໝ້ອຍຄົນແທ້ ຄົນເຂົາຈົບມໍ7 ເຂົາກໍຕ້ອງການຢາກຮຽນຕໍ່ເພື່ອເອົາຄວາມຮູ້ຄວາມສາມາດມາພັດທະນາປະເທດຊາດໃນຕໍ່ໜ້າ ເຮັດແບບນີ້ຄົນລາວເຮົາແນວໃດຊິມີຄວາມຮູ້ຄວາມສາມາດສູ້ຊາດອື່ນໄດ້ ໂຮງຮຽນຂອງລັດມີຄົນມາເສັງຫຼາຍກະໃຫ້ເຂົາຮຽນໂລດຕວະ ແນວເຂົາຢາກຮຽນຢາກມີຄວາາຮູ້ເດ້ຊັນນະ ເຮັດແບບນີ້ເຂົາກະໄດ້ໄປຊອກບ່ອນຮຽນໃໝ່ ບາງຄົນໄປເສັງໝົດທຸກບ່ອນ ກະບໍ່ໄດ້ຮຽນ ຍ້ອນເສັ້ນນ້ອຍເບາະຫຼືແນວໃດກະບໍ່ຮູ້ ຖ້າຫາກວ່າເຂົາເສັງບໍ່ໄດ້ ເຂົາກໍຄົງຈະບໍ່ໄດ້ຮຽນ ເຮັດໃຫ້ຄົນລາວບໍ່ມີຄວາມຮູ້ຄວາມສາມາດ າີ່ຈະໄປສູ້ຊາດອື່ນໄດ້ ແລະ ຂໍເວົ້າຕໍ່ ເລື່ອງເຊື່ອມຕໍ່ປະລິນຍາຕີ ກະເຮັດໃຫ້ເຊື່ອມຍາກເອົາແທ້ເອົາວ່າ ຄົນລາວຈົບຊັ້ນສູງແລ້ວ ເຂົາຢາກຕໍ່ຕີເພື່ອໃຫ້ໄດ້ຄວາມຮູ້ຄວາມສາມາດ ຊິເອົາມາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້ານິນະ ພັດວ່າຮັບແຕ່ໜ້ອຍດຽວ ຄັນວ່າ ມຊ ກະຊິປິດຮັບລະ ຄົນເຂົາຫາກະຊິຈົບໃໝ່ ກຳລັງຊິຮັບໃບປະກາດ ກະບໍ່ສາມາດເຊື່ອມຕໍ່ຕີໄດ້ເລີຍ ຕ້ອງໄດ້ຖ້າປີໜ້າຈື່ງມາຕໍ່ໄດ້ ເພາະບໍ່ມີໃບປະກາດໃບຄະແນນວ່າຊັນ ໂອຍເຮັດແບບນີ້ກະເສຍເວລາໄປປີໜື່ງລ້າໆ ຂ້ອຍບໍ່ເຂົ້າໃຈເລີຍທັງໆທີ່ຮຽນກໍເພື່ອຈະເອົາຄວາມຮູ້ມາພັດທະນາປະເທດຊາດ ຜິດພາດປະການໃດຂໍໂທດຫລາຍໆ

  2. ບາງຄົນກະຊື້ຕົວເລກເຂົ້າຮຽນເລີຍ ທັ້ງໆທີ່ບໍເກັ່ງ ແຕ່ບາງຮຽນຄົນເກັ່ງແຕ່ເປັນຄົນທຸກຍາກກະບໍໄດ້ຮຽນເລີຍ ແນວນີ້ຍາມໄດນໍ້ປະເທດຊາດຈື່ງຈະເລີນ…ຈະເວົ້າໄປແລ້ວປະເທດລາວບໍມີຄວາມເປັນທຳເລີຍ.

Comments are closed.