spot_img
Homeມູມໄອທີລາວບໍລິສັດພັດທະນາໂປເກມອນໂກ ສ້າງລາຍໄດ້ຈາກເກມ ມື້ລະຫຼາຍກວ່າ 80 ພັນລ້ານກີບ

ບໍລິສັດພັດທະນາໂປເກມອນໂກ ສ້າງລາຍໄດ້ຈາກເກມ ມື້ລະຫຼາຍກວ່າ 80 ພັນລ້ານກີບ

Published on

ຫຼາຍໆຄົນອາດຈະຂັດຫູຂັດຕາເມື່ອເຫັນຄົນສ່ວນຫຼາຍກາຍມາເປັນຄໍເກມໂປເກມອນແບບທີ່ບໍ່ເຄີຍເຫັນມາກ່ອນ ເວັບໄຊດ້ານຂໍ້ມູນການຕະຫຼາດ ແອບແອນນີ ລະບຸວ່າ ມີຄົນທີ່ດາວໂຫຼດເກມນີ້ເທິງເພສະໂຕນໄປແລ້ວຫຼາຍກ່ວາ 100 ລ້ານຄົນທົ່ວໂລກ ແລະ ສາມາດເຮັດເງິນໃຫ້ບໍລິສັດ ໄນແອນຕິກ ໄດ້ເຖິງມື້ລະ 10 ລ້ານຫຼຽນສະຫະລັດ ຫຼື ປະມານ 80 ພັນລ້ານກີບ

ພຽງແຕ່ເປີດໂຕມາໄດ້ປະມານ 1 ເດືອນປາຍ ຕັ້ງແຕ່ວັນທີ 6 ກໍລະກົດ 2016 ທີ່ຜ່ານມາ ໂປເກມອນ ໂກ ກາຍເປັນແອບພິເຄຣຊັນທີ່ມີຜູ້ໃຊ້ງານແທ້ໃນແຕ່ລະມື້ຫຼາຍກ່ວາເຟສບຸກເຖິງສອງເທົ່າ, ສະເພາະຜູ້ຫຼິ້ນໃນສະຫະລັດແລະ ອັງກິດ ມີຈຳນວນ 11 ລ້ານຄົນ ຈາກການສຳຫຼວດໂດຍບໍລິສັດ ຢູກ໋ອບ ໃນຊ່ວງ 5 ອາທິດທຳອິດເທົ່ານັ້ນ

ສຳຄັນກໍ່ຄື ໂປເກມອນ ໂກ ສາມາດດຶງດູດເງິນຈາກກະເປົ໋າຂອງຜູ້ທີ່ຫຼິ້ນໄດ້ປະມານ 268 ລ້ານຫຼຽນສະຫະລັດ ຫຼື ປະມານ 2.1638 ຕື້ລ້ານກີບ

ຈາກຜົນສຳຫຼວດຈາກກຸ່ມໂຕຢ່າງ 5 ໝື່ນຄົນ ໃນອັງກິດ ແລະ ເຢຍລະມັນ ພົບວ່າຜູ້ຫຼິ້ນທຸກ 1 ໃນ 5 ຄົນ ຈະຍອມຈ່າຍເງິນເພື່ອຊື້ອຸປະກອນຕ່າງໆ ໃນເກມເພື່ອສ້າງຄວາມໄດ້ປຽບໃນການໄລ່ນຳມອນເຕີ ໂດຍໃນອັງກິດມີຜູ້ຫຼິ້ນທີ່ຊື້ເຄື່ອງຂອງໃນເກມໃນຊວງ 1 ເດືອນທຳອິດຮອດ 1 ລ້ານຄົນ ແລະ ມີອັດຕາການໃຊ້ເງິນລະຫວ່າງ 80 ເພນນີ ຫຼື ປະມານ 8,510 ກີບ ຮອດ 14.99 ປອນ (ປະມານ 155,020 ກີບ) ໃນຂະນະທີ່ການຈ່າຍເງິນຊື້ອຸບປະກອນເສີມຂອງຄໍໂປເກມອນອາເມລິກາຢູ່ປະມານ 29% ແລະ ຄໍເກມເຢຍລະມັນ 20% ຈຳນວນນີ້ 9% ຫລື ຄິດເປັນຊາວເຢຍລະມັນ 1.42 ແສນຄົນ ຍອມຈ່າຍເງິນໄປຫູາຍກ່ວາ 100 ຢູໂລ ຫຼື ປະມານ 897,000 ກີບ

ການວິໃຈຂອງເຮົາສະແດງຜົນພຽງແຕ່ 5 ອາທິດທຳອິດໃນ 3 ປະເທດເທົ່ານັ້ນ ກໍ່ມີເງິນເຖິງ 1 ໃນ 4 ຂອງຫຼັກພັນລ້ານຫຼຽນສະຫະລັດ ປະຈຸບັນເກມຂະຫຍາຍໄປເຖິງ 72 ປະເທດທົ່ວໂລກ ແລະ ບໍ່ໜ້າແປກທີ່ເກມໂປເກມອນ ໂກ ຈະເປັນເກມພັນລ້ານແທ້ໆ ສະຕີເຟນ ຮາຣ໌ມສະຕັນ ຫົວໜ້າຜູ້ເຮັດລາຍງານຂອງ ຢູກ໋ອບ ກ່າວກັບໄຟແນນເຊຍ ໄທມສ໌

ສຳລັບໂຕເລກດັ່ງກ່າວຍັງເປັນລາຍໄດ້ພຽງດ້ານດຽວຂອງບໍລິສັດເທົ່ານັ້ນ ຍັງບໍ່ໄດ້ນັບລວມມູນຄ່າຮຸ້ນທີ່ເພີ່ມຂຶ້ນຢ່າງໄວວາ ແລະ ເຮັດໃຫ້ບໍລິສັດ ນິນເທນໂດ 1 ໃນຜູ້ມີສ່ວນຮ່ວມຫຼັກຂອງເກມນີ້ມີມູນຄ່າການຕະຫຼາດແຊງໜ້າກຸ່ມບໍລິສັດໃຫຍ່ຂອງຍີ່ປຸ່ນແບບ ໂຊນີ້ ຄອບ ປະມານ 3 ແສນລ້ານເຢນ ຫຼື ປະມານ 2.7293 ຕື້ກີບ ໄປຢູ່ທີ່ 4.5 ລ້ານເຢນ ຫຼື ປະມານ 340,400,000ກີບ ໃນວັນທີ 18 ກໍລະກົດທີ່ຜ່ານມາ

ໃນອານາຄົດບໍລິສັດທີ່ກ່ຽວຂ້ອງຍັງມີແຜນທີ່ຈະເປີດໂຕຟີເຈີໃໝ່ໆ ເພື່ອດຶງດູດຄວາມຕໍ່ເນື່ອງຂອງຄໍເກມ ເຊັ່ນ ການແລກປ່ຽນ-ຊື້ຂາຍ ໂປເກມອນ ໂດຍສະເພາະເມື່ອເບິ່ງຈາກຈຸດເລີ່ມຕົ້ນຂອງໂປເກມອນ ທີ່ມາຈາກກາດເກມຂອງເດັກນ້ອຍໄປສູ່ເກມບອຍ ກາຕູນ ຈົນເຖິງທຸລະກິດຫຼາຍຂະແໜງອື່ນໆ

ເຖິງຢາງໃດກໍ່ຕາມ ປະຈຸບັນເລີ່ມມີກະແສການຫ້າມ ຫຼື ຂໍຄວາມຮ່ວມມືຈາກຄົນມັກເກມບໍ່ໃຫ້ຫຼິ້ນໃນພື້ນທີ່ອ່ອນໄຫວຂອງຫຼາຍປະເທດ ເຊັ່ນ ຄຸກກວດສເລງ ໃນກຳປູເຈຍ ລວມເຖິງການຍື່ນເລື່ອງໄປສູ່ຜູ້ພັດທະນາເກມໃຫ້ຖອນລາຍຊື່ສະຖານທີ່ມີຄວາມຊ່ຽງອອກຈາກການຈັບໂປເກມອນ ເພາະມີລາຍງານອຸບັດຕິເຫດ ແລະ ບັນຫາຕ່າງໆຈຳນວນຫຼາຍ ແລະ ຄໍເກມໃນສິບປະເທດເຂດເອເຊຍເຊັ່ນ ໄທ, ລາວ, ມຽນມາ, ກຳປູເຈຍ, ປາປົວນິວກິນີ, ຟິຈີ ແລະປາວໂລ ຍອມຈ່າຍເງິນໃຫ້ກັບເກມນີ້ຄືກັບປະເທດທາງຕາເວັນຕົກ ສ່ວນຕະຫຼາດໃຫຍ່ແບບຈີນ ແລະ ອິນເດຍ ຍັງບໍ່ຊັດເຈນວ່າຈະເປີດຕ້ອນຮັບເກມພັນລ້ານນີ້ ຫຼື ບໍ່

 

ຂໍຂອບໃຈຂໍ້ມູນຈາກ: Posttoday.com

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...