Homeສຸຂະພາບ ແລະ ສີ່ງແວດລ້ອມສາທາ​ຊີ້ພົບ​ພະຍາດ​ໄຂ້ຍຸງ 414 ກໍລະ​ນີ ແຕ່​ບໍ່ມີ​ຜູ້​ເສຍ​ຊີວິດ

ສາທາ​ຊີ້ພົບ​ພະຍາດ​ໄຂ້ຍຸງ 414 ກໍລະ​ນີ ແຕ່​ບໍ່ມີ​ຜູ້​ເສຍ​ຊີວິດ

Published on

ສູນວິເຄາະ-ລະບາດວິທະຍາ ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາ ລະ ນະສຸກ ໄດ້ເປີດ ເຜີຍຜົນການກວດພົບ ເຊື້ອພະຍາດໄຂ້ຍຸງທົ່ວປະເທດ ມາຮອດກາງ ເດືອນເມສາຜ່ານມາວ່າ:ມີ 414 ກໍລະນີ ແຕ່ບໍ່ມີຜູ້ເສຍຊີວິດ,ໃນນັ້ນບ່ອນ ພົບ ຫລາຍກວ່າໝູ່ແມ່ນແຂວງສາລະວັນມີ 129, ແຂວງອັດຕະປື 102 ກໍລະນີ, ນະ ຄອນຫລວງວຽງຈັນ 61 ກໍລະນີ, ແຂວງ ເຊກອງ 34 ກໍລະນີ, ຈຳປາສັກ 28 ກໍລະ ນີ, ແຂວງ ວຽງຈັນ 22 ກໍລະນີ ແລະ ແຂວງອື່ນຈຳນວນໜຶ່ງ, ທຽບໃສ່ປີ 2013 ຮອດເດືອນເມສາພົບ 1.861 ກໍລະນີ ແລະ ເສຍຊີວິດ 5 ຄົນ.

ທ່ານ ສຈ.ດຣ ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກກ່າວວ່າ: ມາ ຮອດປະຈຸບັນ ເຖິງວ່າບໍ່ມີ ຜູ້ເສຍຊີວິດກໍຕາມ ກະຊວງສາທາລະນະ​ສຸກ ໄດ້ເພີ່ມທະວີຄວາມເອົາໃຈໃສ່ປະ ຕິບັດວຽກງານກັນ ແລະ ຄວບຄຸມພະຍາດດັ່ງ

ກ່າວ ໂດຍສະເພາະຢູ່ແຂວງສາລະວັນ ແລະ ແຂວງອື່ນໆທີ່ພົບ ກໍລະນີພະຍາດໄຂ້ຍຸງ ຊຶ່ງໄດ້ມີການປຸກລະດົມ ເພື່ອຂໍຄວາມ ຮ່ວມມືຈາກອຳນາດການປົກຄອງ ແລະ ປະຊາ ຊົນໃນທ້ອງຖິ່ນ, ສ້າງຂະບວນການສຳຫລວດໜອນນ້ຳ ແລະ ທຳລາຍແຫລ່ງ ເພາະພັນຍຸງລາຍ; ສືບຕໍ່ເຝົ້າ ລະວັງ ແລະ ລາຍງານໃຫ້ເປັນປົກກະຕິເນັ້ນໜັກເຂດທີ່ມີຄວາມສ່ຽງສູງ ແລະ ບ່ອນທີ່ພົບໜອນ ນ້ຳ-ຍຸງລາຍ ຫລາຍ. ສຳລັບແຂວງສາລະວັນໄດ້ມີການກວດກາຄືນດ້ານວິຊາການ ກ່ຽວກັບການນຳໃຊ້ຢາຂ້າໜອນ ນ້ຳ- ຍຸງ ລາຍ ຊຶ່ງຍັງພົບເຫັນຈຳນວນຫລວງຫລາຍ, ທັງນີ້ກໍເນື່ອງຈາກການຮ່ວມມືຂອງຊຸມຊົນຍັງໜ້ອຍ. ຢ່າງໃດ ກໍຕາມຂະແໜງສາ ທາລະນະ​ສຸກ ຍັງໄດ້ເນັ້ນໃຫ້ປະຊາຊົນເອົາໃຈໃສ່ປະຕິບັດ 5 ປໍເຊັ່ນ: ປົກປິດພາຊະນະ ທີ່ມີນ້ຳຂັງ, ປ່ຽນຖ່າຍນ້ຳໃນພາຊະນະ, ປ່ອຍປາຫາງນົກຍຸງ, ປັບປຸງສິ່ງແວດລ້ອມ ແລະ ປະຕິບັດກິດຈະກຳ ປະຈຳອາທິດຢ່າງຕໍ່ເນື່ອງ.

ໃນທ້າຍເດືອນຜ່ານມາ ກະຊວງສາທາລະນະ​ສຸກໄດ້ສຳເລັດການຈັດກອງປະຊຸມ ກ່ຽວກັບຍຸງລາຍ ຮ່ວມກັບພາກພື້ນ ອາຊີ-ປາຊີຟິກ ຢູທີ່ແຂວງຫລວງພະບາງ ໂດຍມີການເຜີຍແຜ່ຜົນສຳເລັດ ແລະ ບົດຮຽນ ຂອງ ສປປ ລາວ ໃນການຄວບຄຸມ ພະຍາດ ໄຂ້ຍຸງລາຍ ໃຫ້ແກ່ບັນດາປະເທດທີ່ກຳລັງ ມີການລະບາດຂອງ ພະຍາດດັ່ງກ່າວ.

ທີ່ມາ http://laophatthananews.blogspot.com/2014/05/414.html

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...