HomeBaby-ແມ່ແລະເດັກລູກຊາຍ ແລະ ລູກສາວມີຂໍ້ດີຕ່າງກັນຄືແນວໃດ

ລູກຊາຍ ແລະ ລູກສາວມີຂໍ້ດີຕ່າງກັນຄືແນວໃດ

Published on

ຫຼາຍຄົນກໍ່ຫຼາຍຄວາມຄິດ ເຮົາໄດ້ຍິນຄົນເວົ້າເປັນປະຈຳບາງຄົນກໍ່ວ່າຢາກໄດ້ລູກຊາຍ ບາງຄົນກໍ່ວ່າຢາກໄດ້ລູກສາວ ຕ່າງຝ່າຍກໍ່ຕ່າງມີເຫດຜົນ ໃນຄໍລຳ ແມ່ ແລະ ລູກ ວັນນີ້ເຮົາເລີຍມີ ຄວາມແຕກຕ່າງລະຫວ່າງ ຂໍ້ດີຂອງລູກຊາຍ ແລະ ລູກສາວ ມາໃຫ້ທ່ານໄດ້ຮູ້ນຳກັນເລີຍ

ຂໍ້ດີຂອງການມີລູກຊາຍ

  1. ໃຊ້ຊີວິດໄດ້ປອດໄພກວ່າພໍ່ແມ່ບໍ່ຕ້ອງຫ່ວງຄວາມປອດໄພຂອງລູກຫຼາຍເທົ່າກັບລູກແມ່ຍິງ
  2. ດູແລໄດ້ງ່າຍກວ່າດູແລງ່າຍກວ່າລູກແມ່ຍິງ ເພາະບໍ່ຕ້ອງຫ່ວງເລື່ອງຄວາມສວຍງາມຫຼາຍກວ່າເທົ່າກັບລູກແມ່ຍິງ
  3. ພໍ່ແມ່ສ່ວນຫຼາຍຫວັງເພິ່ງພາອາໃສເນື່ອງຈາກລູກຊາຍຈະມີເຫື່ອແຮງຫຼາຍກວ່າແມ່ຍິງ ແລະ ມີຄວາມເປັນຜູ້ນຳສູງ ນັ້ນເອງ
  4. ບໍ່ຕ້ອງຄອຍກັງວົນວ່າລູກຈະໄປຖືພາກ່ອນແຕ່ງພໍ່ແມ່ຈະມີຄວາມຮູ້ສຶກສະບາຍໃຈໃນເລື່ອງນີ້ ເພາະບໍ່ຕ້ອງຫ່ວງວ່າລູກຊາຍຈະຖືພາກ່ອນແຕ່ງ ຫຼື ຖືພາບໍ່ມີພໍ່
  5. ມີຄວາມກ້າວໜ້າເລື່ອງວຽກງານກວ່າແມ່ຍິງຜູ້ຊາຍສ່ວນຫຼາຍຈະມີໂອກາດໄດ້ເປັນເຈົ້າຄົນນາຍຄົນກວ່າແມ່ຍິງ ແລະ ມີໂອກາດເອົາຕົວລອດແບບຕົນເອງເພິ່ງຕົນເອງໄດ້ດິກວ່າແມ່ຍິງ
  6. ຊ່ວຍເຮັດໃຫ້ເຮືອນຊານປອດໄພການມີລູກຊາຍຢູ່ເຮືອນເຮັດໃຫ້ຮູ້ສຶກອຸ່ນໃຈປອດໄພຫຼາຍກວ່າແມ່ຍິງ
  7. ເຮັດໜ້າທີ່ສືບສະກຸນດ້ວຍວັດທະນະທຳທີ່ສືບທອດກັນມາແຕ່ຍາວນານ ສ່ວນຫຼາຍແມ່ຍິງເມື່ອແຕ່ງງານແລ້ວ ຕ້ອງເປັນຝ່າຍປ່ຽນນາມສະກຸນໄປໃສ່ຕາມຜົວ
  8. ສາມາດບວດຮຽນ ຫຼື ບວດຜ້າເຫຼືອງທົດແທນບຸນຄຸນພໍ່ແມ່ໄດ້ພໍ່ແມ່ທີ່ມີລູກຊາຍຍ່ອມຄາດຫວັງທີ່ຈະໄດ້ເຫັນລູກຊາຍບວດເພື່ອຕອບບຸນແທນຄຸນ

ຂໍ້ດີຂອງການມີລູກສາວ

  1. ໄດ້ແຕ່ງຕົວງາມໆໃຫ້ລູກສາວດ້ວຍຊຸດເສື້ອຜ້າຂອງແມ່ຍິງທີ່ເປັນຕາຮັກ ສະນັ້ນພໍ່ແມ່ຈະມີຄວາມສຸກທຸກຄັ້ງທີ່ໄດ້ແຕ່ງຕົວໃຫ້ລູກສາວຕົວນ້ອຍ
  2. ເປັນເພື່ອນສະໜິດກັບແມ່ໄດ້ດີແມ່ສ່ວນຫຼາຍຈະສາມາດໂອບກອດລູກສາວໄດ້ຢ່າງສະບາຍໃຈໂດຍບໍ່ຕ້ອງເຂີນອາຍ ແລະ ລູກແມ່ຍິງດ້ວຍກັນຕ້ອງລົມກັນຮູ້ກວ່າ ລົມກັບລູກຜູ້ຊາຍຢູ່ແລ້ວ
  3. ມີຄວາມອ່ອນໂຍນເດັກຜູ້ຍິງຈະມີຄວາມອ່ອນໂຍນຫຼາຍກວ່າຜູ້ຊາຍ ມີນິໃສຂີ້ອ່ອນ ເອົາໃຈເກັ່ງ ແລະ ມີມຸມໜ້າຮັກໜ້າຖະນຸຖະໜອມ
  4. ລ້ຽງງ່າຍກວ່າລູກສາວສ່ວນຫຼາຍຈະບໍ່ດື້ປານໃດ ແລະ ເຊື່ອຟັງ ເກງໃຈ ຢ້ານກົວພໍ່ແມ່ຫຼາຍກວ່າລູກຊາຍ
  5. ຊ່ວຍເຮັດວຽກເຮືອນຊານໄດ້ດີລູກສາວຈະສາມາດຊ່ວຍວຽກພໍ່ແມ່ໄດ້ຕັ້ງແຕ່ງອາຍຸຍັງນ້ອຍ ເຊິ່ງວຽກເຮືອນຊານແມ່ນເຮັດໄດ້ດີ
  6. ຕິດພໍ່ແມ່ຫຼາຍກວ່າລູກສາວສາວສ່ວນຫຼາຍຈະຕິດພໍ່ແມ່ຫຼາຍກວ່າລູກຊາຍ ລູກສາວຈະມັກເວົ້າມັກລົມກັບຜູ້ເປັນພໍ່ແມ່ ທີ່ສຳຄັນເມື່ອໃຫຍ່ຂຶ້ນມາຍາມພໍ່ແມ່ແກ່ເຖົ້າລູກສາວຈະດູແລພໍ່ແມ່ໄດ້ເປັນຢ່າງດີກວ່າລູກຊາຍ
  7. ສອນງ່າຍກວ່າຜູ້ຊາຍດ້ວຍເປັນເພດທີ່ມີຄວາມອ່ອນໂຍນ ເຮັດໃຫ້ລູກສາວມີຄວາມເກງໃຈພໍ່ແມ່ ແລະ ຮັບຟັງທີ່ພໍ່ແມ່ບອກສອນໄດ້ດີກວ່າລູກຊາຍ
  8. ດູແລນ້ອງໆ ຊ່ວຍພໍ່ແມ່ໄດ້ຫາກແມ່ມີນ້ອງເພີ່ມ ລູກແມ່ຍິງຈະສາມາດແບ່ງເບົາພາລະໃນການລ້ຍງນ້ອງຊ່ວຍພໍ່ແມ່ໄດ້ເປັນຢ່າງດີ
  9. ສ່ຽງຕໍ່ການຕິດຢາເສບຕິດໜ້ອຍກວ່າລູກແມ່ຍິງສ່ວນຫຼາຍຈະສາມາດຄິດຖືກຜິດໄດ້ຫຼາຍກວ່າລູກຊາຍ ແລະ ບໍ່ກ້າສ່ຽງກັບສິ່ງທີ່ມັນບໍ່ດີ
  10. ບໍ່ບ້າພະລັງຄືລູກຊາຍເພາະແມ່ຍິງມີຄວາມອ່ອນໂຍນເປັນພື້ນຖານ ຈິ່ງມີເປີເຊັນໜ້ອຍທີ່ຈະໄປສ້າງເລື່ອງວິວາດຊົກຕີກັບໃຜ
  11. ມີຄວາມລະມັດລະວັງສູງລູກແມ່ຍິງຈະມີຄວາມລະມັດລະວັງໃນການເຮັດສິ່ງຕ່າງໆຫຼາຍກວ່າຜູ້ຊາຍ ດ້ວຍຄວາມບໍ່ປະໝາດຈິ່ງເຮັດໃຫ້ເກີດອັນຕະລາຍໜ້ອຍກວ່າ

ທີ່ຈິງແລ້ວການມີລູກນັ້ນບໍ່ວ່າຈະເປັນລູກສາວ ຫຼື ລູກຊາຍກໍ່ດີທັງຄູ່ ຖ້າເຮົາລ້ຽງມາດີ ຖ້ານິໃສໂດຍພື້ນຖານຂອງລູກນັ້ນດີ ແລະ ສິ່ງແວດລ້ອມທີ່ລູກຢູ່ນັ້ນດີ ລູກກໍ່ຈະເຕີບໃຫຍ່ເປັນຄົນດີ ເຮັດໃຫ້ຜູ້ເປັນພໍ່ແມ່ມີຄວາມສຸກໄດ້ບໍ່ວ່າຈະເປັນລູກຜູ້ຍິງ ຫຼື ລູກຜູ້ຊາຍ

ຂໍ້ມູນຈາກ: http://frynn.com/

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...