spot_img
Homeຂ່າວການພັດທະນາລາວ​ໃຊ້​ມື​ຖືຫລາຍ​ກວ່າ 4 ລ້ານ​ເລກ​ໝາຍ - ດາວ​ທຽມ​ລາວ​ດວງ​ທຳ​ອິດ​ ຈະ​ຖືກ​ສົ່ງ​ຂຶ້ນວົງ​ໂຄຈອນ​ໃນ​ທ້າຍ​ປີນີ້!

ລາວ​ໃຊ້​ມື​ຖືຫລາຍ​ກວ່າ 4 ລ້ານ​ເລກ​ໝາຍ – ດາວ​ທຽມ​ລາວ​ດວງ​ທຳ​ອິດ​ ຈະ​ຖືກ​ສົ່ງ​ຂຶ້ນວົງ​ໂຄຈອນ​ໃນ​ທ້າຍ​ປີນີ້!

Published on

mobile phone

ກະຊວງ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ ​ໃຫ້​ຮູ້​ວ່າ: ມາ​ຮອດ​ປັດຈຸບັນ, ການ​ຊົມ​ໃຊ້​ໂທລະສັບ​ຢູ່​ໃນ​ລາວ​ມີ​ການ​ຂະຫຍາຍ​ໂຕ​ໄວ​ສົມຄວນ ​ໂດຍ​ສະ​ເພາະ​ໂທລະສັບ​ມື​ຖື​ທີ່​ເຫັນ​ວ່າ​ມີ​ການ​ຂະຫຍາຍ​ຫລາຍ, ປັດຈຸ ບັນ​ມີ​ຜູ້ນຳ​ໃຊ້​ໂທລະສັບ​ມື​ຖື​ປະມານ 4,4 ລ້ານ​ເລກ​ໝາຍ ຫລື ສະ​ເລ່ຍປະມານ 80 ​ເລກ​ໝາຍ​ຕໍ່​ປະຊາກອນ 100 ຄົນ. ມີ​ຜູ້​ລົງທະບຽນ​ນຳ​ໃຊ້​ອິນ​ເຕີ​ເນັດ​ທົ່ວ​ປະ​ເທດ​ປະມານ 18%, ການ​ບໍລິການ​ສາມາດ​ໃຊ້​ໄດ້​ໃນ​ທຸກໆ​ແຂວງ, ທຸກ​ເມືອງ ​ແລະ ​ໄດ້​ຂະຫຍາຍ​ອອກ​ສູ່​ຊົນນະບົດ​ກວມ 90% ຂອງ​ຈຳນວນ​ບ້ານ​ໃນ​ທົ່ວ​ປະ​ເທດ ​ໃນ​ນີ້ສັນຍານ​ໂທລະ ສັບ​ມື​ຖື​ລະບົບ 3G ຄວບ​ຄຸມ​ໄດ້ 18 ​ແຂວງ, 145 ​ເມືອງ, ລະບົບ 4G ນຳ​ໃຊ້​ໄດ້​ຢູ່​ນະຄອນຫລວງ​ວຽງ​ຈັນ ​ແລະ ຈຳປາ​ສັກ. ສົກ​ປີຜ່ານມາ ລາຍ​ຮັບ​ຂະ​ແໜງ ປທສ ປະຕິບັດ​ໄດ້ 3 ພັນຕື້ກວ່າ​ກີບ ຫລື ຄິດ​ເປັນ 4-5% ຂອງ GDP ​ແລະ ສາມາດ​ມອບ​ພັນທະ​ເຂົ້າງົບປະມານ​ໄດ້​ຫລາຍ​ກວ່າ 885 ຕື້ກວ່າ​ກີບ.

ກະຊວງ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ ​ໃຫ້​ຮູ້​ຕື່ມ​ວ່າ: ວຽກ​ງານ​ໂທລະ​ຄົມ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ກ້າວໜ້າ​ທັນ​ສະ​ໄໝ​ຈາກ​ການ​ນຳ​ໃຊ້​ໂທລະ​ເລກ, ​ໂທລະ​ສານ, ​ໂທລະສັບ​ຕັ້ງ​ໂຕະ, ຕູ້​ໄປສະນີ, ກ້າວ​ຂຶ້ນມາ​ນຳ​ໃຊ້​ໂທລະສັບ​ບໍ່​ມີ​ສາຍ, ມື​ຖື, ນຳ​ໃຊ້​ໄອ​ທີ, ຟັງ​ວິທະຍຸ, ​ເບິ່ງ​ໂທລະພາບຈາກ​ຍຸກ​ອານາ​ລ໋​ອກ​ໄປ​ສູ່​ຍຸກ​ດີ​ຈີ​ຕອນ ​ແລະ ຈາກ​ການ​ອ່ານໜັງສື​ພິມ​ເຈ້ຍ​ກ້າວ​ຂຶ້ນອ່ານໜັງສື​ພິມ​ອອນ​ລາຍ ​ເຊິ່ງ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດຢ່າງ​ຫລວງ​ຫລາຍ​ມາ​ໃຫ້​ປະ​ເທດ​ຊາດ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ກໍ​ຄື​ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ແລະ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ພົ້ນ​ເດັ່ນ​ໃນ​ວຽກ​ງານ​ໂທລະ​ຄົມ​ແມ່ນ​ການ​ກໍ່ສ້າງ​ໂຄງ​ລ່າງ​ພື້ນຖານໂດຍ​ສຳ​ເລັດ​ການ​ສ້າງ​ສູນ​ຄຸ້ມ​ຄອງ​ຄວາມ​ຖີ່​ແຫ່ງ​ຊາດ​ສູນ​ທຳ​ອິດ​ຂອງ​ລາວ ​ແລະ ​ໄດ້​ເປີດ​ນຳ​ໃຊ້​ເປັນ​ທາງ​ການ​ໃນ​ເດືອນ​ເມສາ 2014, ສຳ​ເລັດ​ການ​ກໍ່ສ້າງ​ສູນ​ອິນ​ເຕີ​ເນັດ​ແຫ່ງ​ຊາດ ​ເພື່ອ​ຄຸ້ມ​ຄອງ​ການ​ສື່ສານ​ຢູ່​ພາຍ​ໃນ ​ແລະ ຜ່ານ​ເຂົ້າອອກ​ຕ່າງປະ​ເທດ. ​ໂຄງການ​ດາວ​ທຽມ​ລາວ​ຕຳ​ແໜ່​ງ 126 ອົງສາ​ຕາ​ເວັນ​ອອກ ຈະ​ສືບຕໍ່​ຮັກສາ​ສິດ​ການ​ນຳ​ໃຊ້ ​ແລະ ປະສານ​ຄື້ນຄວາມ​ຖີ່​ກັບປະ​ເທດ​ທີ່​ກ່ຽວ ຂ້ອງ, ​ໂຄງການ​ດາວ​ທຽມ​ລາວ​ຕຳ​ແໜ່​ງ 128,5 ອົງສາ​ຕາ​ເວັນ​ອອກ ກໍ​ມີ​ຄວາມ​ຄືບ​ໜ້າ​ຫລາຍ​ຢ່າງ ​ແລະ ຄາດ​ວ່າ​ທ້າຍ​ປີ 2015 ນີ້ ຈະ​ສາມາດ​ສົ່ງ​ດາວ​ທຽມ​ລາວ​ດວງ​ທຳ​ອິດ​ຂຶ້ນສູ່​ວົງ​ໂຄຈອນ​ໄດ້​ຕາມ​ແຜນການ​ທີ່​ວາງ​ໄວ້.

ກະຊວ​ງ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ ​ໃຫ້​ຮູ້​ວ່າ: ພັກ ​ແລະ ລັດຖະບານ ​ໃຫ້​ຄວາມ​ສຳຄັນ ​ໂດຍ​ຍົກ​ບົດບາດ​ອົງການ​ໄປສະນີ ​ແລ​ະ ​ໂທລະ​ຄົມມະນາຄົມ​ແຫ່ງ​ຊາດ ມາ​ເປັນ​ກະຊວງ​ໄປສະນີ, ​ໂທລະ​ຄົມມະ ນາຄົມ ​ແລະ ການ​ສື່ສານ ນັບ​ແຕ່​ປີ 2011 ​ເປັນຕົ້ນມາ ​ເຮັດ​ໃຫ້​ມີ​ພື້ນຖານ​ທາງ​ດ້ານ​ການ​ຄຸ້ມ​ຄອງ​ການ​ນຳພາ, ພື້ນຖານ​ເຕັກນິກ ​ແລະ ການ​ຊີ້ນຳ-ນຳພາ​ເປັນ​ລະບົບ​ຄົບ​ຊຸດ ທຽບ​ທັນ​ກັບ​ສາກົນ ສາມາດ​ເປັນ​ເຄື່ອງມື​ຂັບ​ເຄື່ອນ​ການ​ພັດທະ ນາ​ເສດຖະກິດ ​ແລະ ສັງຄົມ​ໃຫ້​ກ້າວໜ້າ​ທັນ​ສະ​ໄໝ. ພິ​ເສດ​ພວກ​ເຮົາ​ໄດ້​ລົງ​ນາມ​ສັນຍາ​ສຳລັບ​ໂຄງການ​ດາວ​ທຽມ​ລາວ​ກັບ​ບໍລິສັດ​ຂອງ ສປ ຈີນ ​ເຊິ່ງທັງ​ສອງ​ໂຄງການ​ພວມ​ດຳ​ເນີນ​ຕາມ​ຂັ້ນຕອນ. ພ້ອມ​ນັ້ນ ຍັງ​ໄດ້​ຄົ້ນຄວ້າ ​ແລະ ພັດທະນາ​ພາສາ​ລາວ​ໃນ​ລະບົບ​ຄອມ​ພິວ​ເຕີ ​ແລະ ມື​ຖື​ຕາມ​ມາດຕະຖານ​​ໂຕ​ອັກສອນ​ເພັດ​ສະ​ລາດ, ສ້າງ​ໂປຣ​ແກຣມວັດຈະນານຸກົມ ລາວ-ອັງກິດ, ອັງກິດ-ລາວ ສ້າງ​ເວ​ບ​ໄຊ​ເພັດ​ສະ​ລາດ ​ແລະ ອື່ນໆ ​ເຮັດ​ໃຫ້​ມີ​ຄວາມ​ທັນ​ສະ​ໄໝ ​ແລະ ທຽບ​ເທົ່າ​ສາກົນ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...