spot_img
Homeມູມໄອທີລາວລາວເຮົາກຳລັງຈະມີ ແອັບພຼິເຄຊັ້ນ ໃໝ່ໃຊ້ ໂດຍເຮົາສ້າງຂຶ້ນມາເອງ.

ລາວເຮົາກຳລັງຈະມີ ແອັບພຼິເຄຊັ້ນ ໃໝ່ໃຊ້ ໂດຍເຮົາສ້າງຂຶ້ນມາເອງ.

Published on

1526851_10151850322674149_1235318327_n
ຄູອາຈານ ພ້ອມນັກຮຽນ ໃນພິທີເປີດໂຄງການ “ເທັກ ອິນສະທິຈຸທ໌ Tech Institute” ໃນຫົວຂໍ້ “ ແອນດຼອຍ ແອັບ ອາຄາເດມີ Android App Academe ”

 

ນະປັດຈຸບັນນີ້ແອັບພຼີເຄຊັ້ນທີ່ອັບໂລດທາງມືຖືແບບ ແອນດຼອຍ ນັ້ນເປັນທີ່ນິຍົມກັນຢ່າງແພ່ຫລາຍ ບໍ່ວ່າເສຍຄ່າ ຫລື ບໍ່ເສຍຄ່າ ແຕ່ທີ່ສຳຄັນນັ້ນແມ່ນເຮົາຄົນລາວຍັງບໍ່ມີ ແອັບ ທີ່ເປັນສັນຊາດລາວ ເຮົາເທື່ອ, ສະນັ້ນ ບໍລິສັດໄທ ຊຳຊຸງ ເອເລັກໂທຼນິກ ຈຳກັດ ໄດ້ຮ່ວມມືກັນກັບ ຄະນະວິສະວະກຳສາດ ທີ່ເປັນຕົວແທນໃຫ້ກັບ ມະຫາວິທະຍາໄລແຫ່ງຊາດລາວ ( ມ.ຊ) ໄດ້ສ້າງໂຄງການ “ເທັກ ອິນສະທິຈຸທ໌ Tech Institute” ໃນຫົວຂໍ້ “ ແອນດຼອຍ ແອັບ ອາຄາເດມີ Android App Academe ”

ຕອນທຽງຂອງວັນຈັນທີ 6 ມັງກອນ 2014 ນີ້ຢູ່ທີ່ ຕຶກຮຽນ ໄອທີ ຂອງ ຄ.ວ.ສ (ມ.ຊ) ໄດ້ມີການຈັດງານໂຄງການ “ເທັກ ອິນສະທິຈຸທ໌” ຂຶ້ນໃນຫົວຂໍ້ “ແອນດຼອຍ ແອັບ ອາຄາເດມີ” ນັ້ນກໍເພື່ອພັດທະນາທັດສະ ທາງດ້ານການສ້າງ ແອັບ ໃຫ້ກັບນັກ ໄອທີ ຫລື ນັກຮຽນລຸ້ນໃໝ່ໃຫ້ ເທົ່າທຽມກັນກັບສາກົນຄຽງຄູ່ກັນກັບເພື່ອໃຫ້ຄົນລາວເຮົາໄດ້ໃຊ້ປະໂຫຍກ ຈາກແອັບທີ່ຕົນເອງສ້າງຂຶ້ນ.

ໃນງານເປັນເຈົ້າພາບຮ່ວມລົງນາມໃນການເຊັ່ນສັນຍາຮ່ວມຝ່າຍລາວ ແມ່ນ ທ່ານ ສຈ. ດຣ ບົວລິນ ສ້ອຍສຸວັນ ຄະນະບໍດີຄະນະວິສະວະກຳສາດ ຂອງ ມະຫາວິທະຍາໄລແຫ່ງຊາດແລະທ່ານປຣະພາ ຣັດຕະນະພາດ ຜູ້ຈັດການ ບໍລິສັດໄທ ເອເລັກໂທຼນິກ ຈຳກັດ ແຫ່ງປະເທດລາວ ນອກນັ້ນ ຍັງມີ ຄະນະກະຊວງ, ວິທະຍາໄລ ທີ່ເຂົ້າຮ່ວມໂຄງການ, ນັກຮຽນ ແລະ ສື່ມວນຊົນ ເຂົ້າຮ່ວມຢ່າງຕັ້ງໜ້າ.

ການຝຶກອົບຮົມຈະເລີ່ມໃນວັນທີ 8 ມັງກອນ 2014ນີ້ ໂດຍຈະມີ ນັກຮຽນທີ່ຖືກຄັດເລືອກຈາກ5ສະຖາບັນເຂົ້າຮ່ວມນຳໄດ້ແກ່ ວິທະຍາໄລແຫ່ງຊາດ, ວິທະຍາໄລ ສຸດສະກະ, ວິທະຍາໄລ ເຄວສ໌, ວິທະຍາໄລ ສອນພິທັກລາວ, ສະຖາບັນເທັກໂນໂລຊີວຽງຈັນ, ເຊິ່ງໄລຍະເວລາ ທັງໝົດໃນການອົບຮົມແມ່ນ 12 ອາທິດ ຢູ່ທີ່ ຄ.ວ.ສ (ມ.ຊ).

 

ຂໍ້ມູນຈາກ: Mahason Magazine

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...