Homeຂ່າວຕ່າງປະເທດຢູເຄຣນບຸກຍຶດພື້ນທີ່ຈາກຣັດເຊຍໄດ້

ຢູເຄຣນບຸກຍຶດພື້ນທີ່ຈາກຣັດເຊຍໄດ້

Published on

ສຳນັກຂ່າວທາງການຂອງຣັດເຊຍ The Moscow Times ໄດ້ລາຍງານວ່າ: ຣັດເຊຍ​ໄດ້​ຖອນ​ທະ​ຫານອອກ​ຈາກ​ພາກ​ຕາ​ເວັນ​ອອກຂອງຄາຄີຟ ເນື່ອງຈາກການໂຈມຕີທີ່ໄວວາ.

ກອງທັບ​ຢູເຄຣນອ້າງວ່າ ​ໄດ້​ຍຶດ​ເອົາ​ດິນ​ແດນຄືນຈາກຣັດເຊຍໄດ້ 3,000 ກິ​ໂລ​ຕາ​ແມັດ​ ໃນ​ການ​ໂຈມ​ຕີ​ຢ່າງ​ວ່ອງ​ໄວ​ໃນ​ພາກ​ຕາ​ເວັນ​ອອກ​ຂອງຢູເຄຣນ.

ຕອນ​ຄ່ຳ​ ວັນ​ທີ 8 ກັນຍາ​ທີ່ຜ່ານມານີ້ ປະທານາທິບໍດີ​ຢູເຄຣນ ທ່ານ ໂວໂລດີເມຍ ເຊເລນສະກີ (Volodymyr Zelensky) ກ່າວ​ວ່າ ສາມາດຍຶດເຂດດັ່ງກ່າວໄດ້ 1,000 ກິ​ໂລ​ຕາ​ແມັດ ​ແລະ​ ສາມາດຍຶດເພີ່ມ​ຂຶ້ນໄດ້ 2,000 ກິ​ໂລ​ຕາ​ແມັດ ໂດຍ​ທະຫານ​ຢູເຄຣນ​ໄດ້​ບຸກ​ໂຈມ​ຕີ​ເມືອງ​ສຳຄັນ​ຂອງ​ຣັດ​ເຊຍ​ຄື ອິຊູມ ແລະ ຄູປຽນ ໃນ​ຕອນ​ຄ່ຳ​ວັນ​ທີ 10 ກັນຍາ​ທີ່ຜ່ານມານີ້ .

ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ ຍັງ​ຢືນຢັນ​ວ່າ ກອງ​ທັບ​ຂອງ​ພວກເຂົາໄດ້​ຖອນກຳລັງ​ອອກ​ຈາກ ອິຊູມ​ ​ໂດຍ​ກ່າວ​ວ່າ ​ແມ່ນ​ໄດ້​ເຮັດ​ເພື່ອ​ຮັກສາ​ກຳລັງ​ທະຫານ ເພື່ອໃຫ້ກອງກຳລັງໄປ ຮວມຕົວກັນໃໝ່ ໃນເຂດທີ່ຍຶດຄອງ ຂອງກອງກຳລັງພວກແບ່ງແຍກດິນແດນທີ່ໄດ້ຮັບການສະໜັບສະໜູນຈາກຣັດເຊຍ.

ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ​ຢືນຢັນ​ວ່າ​ໄດ້​ຖອນ​ທະຫານ​ອອກ​ຈາກ​ເມືອງ​ໃຫຍ່​ສຳຄັນ ແຫ່ງທີ່​ສາມຄື ບາລັກເຄຼຍ ​ເພື່ອ “ຊຸກຍູ້​ຄວາມ​ພະຍາຍາມ” ​ເພື່ອ​ໂຈມ​ຕີຂອງເຂດໂດເນສ ເຊິ່ງກອງທັບຢູເຄຣນໄດ້​ເຂົ້າໄປ​ເມືອງ​ດັ່ງກ່າວ​ໃນ​ວັນ​ທີ 9 ກັນຍາ​ນີ້.

ຖ້າ​ຫາກ​ກອງທັບຢູເຄຣນສາມາດ​ຍຶດ​ເອົາ​ເຂດ​ທີ່​ຖືກ​ບຸກ​ໂຈມ​ຕີ​ຄືນ​ມາ​ໄດ້ ຈະເຮັດໃຫ້ພື້ນທີ່ເຂດແນວຮົບຂອງແຖວໜ້າມີການປ່ຽນແປງທີ່ໃຫຍ່ທີ່ສຸດ ນັບຕັ້ງແຕ່ຣັດເຊຍໄດ້ຖອນທະຫານອອກຈາກກຸງເຄຍຟ ໃນເດືອນເມສາ.

ຄູປຽນ ເປັນເມືອງ​ສູນ​ກາງສຳລັບ​ຂົນ​ສົ່ງ​ອຸປະກອນ​ຂອງ​ຣັດດ​ເຊຍ ຢູ່​ພາກ​ຕາ​ເວັນ​ອອກ ແລະ ການສູນເສຍເມືອງອິຊູມ ເຊິ່ງຣັດເຊຍໃຊ້ເວລາຫຼາຍກວ່າໜຶ່ງເດືອນເພື່ອຍຶດເອົາຫຼັງຈາກສົງຄາມໄດ້ເລີ່ມຕົ້ນຂຶ້ນ.

ອາ​ທິດ​ທີ່​ແລ້ວ ຢູ​ເຄຣນ ໄດ້​ເປີດ​ການ​ບຸກ​ໂຈມ​ຕີ​ຄັ້ງ​ນີ້ ໃນ​ຂະ​ນະ​ທີ່​ຄວາມ​ສົນ​ໃຈ​ຂອງ​ສາ​ກົນ​ ສຸມ​ໃສ່​ຄວາມ​ກ້າວ​ໜ້າ​ທາງ​ການ​ທະ​ຫານ ຢູ່​ໃນ​ນະ​ຄອນເຄຍຊອນ ທາງ​ພາກ​ໃຕ້ ໂດຍນັກວິ​ເຄາະ​ຫຼາຍ​ຄົນ​ກ່າວ​ວ່າ ຣັດ​ເຊຍ​ກຳລັງ​ສົ່ງ​ທະຫານ​ທີ່​ມີ​ປະສົບ​ການຫຼາຍ ​ເພື່ອ​ພະຍາຍາມ​ປົກ​ປັກ​ຮັກສາ​ເຂດ​ດັ່ງກ່າວໄວ້.

ນອກຈາກນີ້ ຢູເຄຣນກໍໄດ້ກ່າວວ່າ ກຳລັງຄ່ອຍໆຍຶດເອົາທາງພາກໃຕ້ກັບຄືນມາໄດ້ຄືກັນ ໂດຍກອງທັບຢູເຄຣນກໍໄດ້ຖືກສະກັດກັ້ນຢ່າງໜັກຕັ້ງແຕ່ເລີ່ມປະຕິບັດການໃນຮອບນີ້.

ທີ່ເມືອງເຄຍຟ ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງຣັດ​ເຊຍ​ ໄດ້​ສັງຫານ​ຜູ້ໜຶ່ງ​ເສຍ​ຊີວິດ ​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ບ້ານ​ເຮືອນຫຼາຍຫຼັງ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...