spot_img
Homeຂ່າວພາຍ​ໃນພົບ "ຂຸມປິດສະໜາ " ຂະໜາດໃຫຍ່ ໃນເຂດໄຊບີລີ ຂອງຣັດເຊຍ!

ພົບ “ຂຸມປິດສະໜາ ” ຂະໜາດໃຫຍ່ ໃນເຂດໄຊບີລີ ຂອງຣັດເຊຍ!

Published on

00001

 

ພົບຂຸມຍັກປິດສະໜາຂະໜາດໃຫຍ່ ທີ່ເຂດໄຊບີລີ ປະເທດຣັດເຊຍ ຂະໜາດປາກຂຸມກ້ວາງ 80 ແມັດ ແຕ່ຍັງບໍ່ຮູ້

ເຖິງຄວາມເລິກ ໂດຍນັກວິທະຍາສາດ ກຳລັງເລັ່ງຫາຄຳຕອບວ່າ ເກີດຂຶ້ນໄດ້ແນວໃດ ເຊິ່ງກະແສຂ່າວທາງອອນລາຍ

ບາງແຫ່ງ ກໍບອກວ່າອາດເປັນບ່ອນລົງຈອດຂອງຍານມະນຸດຕ່າງດາວ.

 

00003

 

ຕາມການລາຍງານຈາກສື່ຕ່າງປະເທດ ເມື່ອວັນທີ 15 ກໍລະກົດຜ່ານມາ ລະບຸວ່າ ພົບຂຸມດິນຍຸບຂະໜາດໃຫຍ່ ທີ່ເຂດ

ແຫຼມຢາມານ ທາງຕອນເໜືອຂອງແຫຼມໄຊບີລີ ເຊິ່ງເປັນພື້ນທີ່ທີ່ຖືກຂະໜານນາມວ່າ ເປັນຈຸດສິ້ນ

ສຸດຂອງໂລກ ໂດຍຢູ່ຫ່າງຈາກແຫຼ່ງຂຸດເຈາະອາຍແກັສທຳມະຊາດໂບວາເຄນໂຄໂວ (Bovanenkovo) ແຫຼ່ງແກັສທີ່

ໃຫຍ່ທີ່ສຸດ ແລະ ສຳຄັນທີ່ສຸດຂອງຣັດເຊຍ ປະມານ 30 ກິໂລແມັດ, ໂດຍຈາກຮູບທີ່ເຜີຍແຜ່ໄດ້ບອກວ່າ ຄວາມກວ້າງ

ຂອງຂຸມປະມານ 80 ແມັດ ແຕ່ຍັງບໍ່ທັນຮູ້ເຖິງຄວາມເລິກເທື່ອ ເຊິ່ງໃນຕອນນີ້ທາງການໄດ້ສົ່ງນັກວິທະຍາສາດລົງ

ພື້ນທີ່ໄປສຳຫຼວດແລ້ວ ຄາດວ່າພວກເຂົາເຈົ້າຈະເດີນທາງໄປເຖິງບໍລິເວນຂຸມປິດສະໜາດັ່ງກ່າວ ພາຍໃນວັນທີ 16

ກໍລະກົດນີ້.

 

ສຳລັບສາເຫດຂອງການເກີດຂຶ້ນຂອງຂຸມດັ່ງກ່າວ ຍັງຄົງເປັນປິດສະໜາ ໂດຍມີການຄາດກັນໄປຕ່າງໆນາໆວ່າ

ອາດເກີດຈາກອຸກະບາດຖະຫຼົ່ມໂລກ, ການຖະຫຼົ່ມຂອງຊັ້ນຫີນໃຕ້ເປືອກເລືອກ, ໄປຈົນເຖິງມີບາງສື່ອອນລາຍໃນ

ຕ່າງປະເທດກໍຊີ້ວ່າ ອາດເປັນບ່ອນລົງຈອດຂອງຍານອາວະກາດມະນຸດຕ່າງດາວກໍເປັນໄດ້, ເຖິງຢ່າງໃດກໍຕາມ

ຜູ່້ຊ່ຽວຊານເຊື່ອວ່າ ຈະສາມາດອະທິບາຍເຖິງສາເຫດຂອງການຍຸບລົງຂອງຂຸມດັ່ງກ່າວໃນອີກບໍ່ດົນ ແລະ ພວກ

ເຂົາຄາດວ່າອາດເປັນຜົນທີ່ເກີດມາຈາກສະພາວະໂລກຮ້ອນ.

 

ດ້ານອຳນາດການປົກຄອງທ້ອງຖິ່ນຢາມານ ເປີດເຜີຍວ່າ ຂຸມດັ່ງກ່າວໜ້າຈະປະກົດຂຶ້ນມາໄດ້ປະມານ 2 ປີທີ່

ແລ້ວ ເຊິ່ງໃນຕອນນີ້ກຳລັງທີ່ຈະຮັບຮູ້ສາເຫດຂອງການເກີດຂຶ້ນຂອງມັນ ຈາກຜົນຂອງການວິໄຈຕົວຢ່າງດິນ, ນ້ຳ

ແລະ ອາກາດ ຈາກທີມງານຜູ້ຊ່ຽວຊານຈາກສູນທະວີບອາກຕິກສຶກສາສະຖາບັນໄຄຼໂອສະເຟຍ ຈາກສະມາຄົມວິ

ທະຍາສາດຣັດເຊຍ ທີ່ລົງພື້ນທີ່ເດີນທາງໄປຍັງຈຸດເກີດເຫດພ້ອມໆກັບເຈົ້າໜ້າທີ່ທ້ອງຖິ່ນ ແລະ ກະຊວງສະຖານະ

ການສຸກເສີນຂອງຣັດເຊຍແລ້ວ.

 

ດ້ານນັກວິທະຍາສາດກຸ່ມໜຶ່ງ ຈາກສູນວິໄຈທະວີບອາກຕິກຍ່ອຍ ສັນນິຖານເຖິງສາເຫດທີ່ໜ້າຈະໃກ້ຄຽງກັບ

ຄວາມຈິງຫຼາຍທີ່ສຸດວ່າ ໜ້າຈະເກີດຈາກການລະເບີດຂອງການລວມຕົວກັນລະຫວ່າງ ແກັສ, ນ້ຳ ແລະ ເກືອ

ເນື່ອງຈາກໃນອະດີດ ແຫຼມຢາມານເຄີຍເປັນທະເລ ກ່ອນທີ່ຈະໜາວເຢັນກາຍເປັນນ້ຳກ້ອນ ແລະ ນ້ຳກ້ອນ

ກໍມາລະລາຍ ເພາະສະພາວະໂລກຮ້ອນ, ເຊິ່ງການລະລາຍດັ່ງກ່າວຂອງນ້ຳກ້ອນໃນພື້ນທີ່ນີ້ ເຮັດໃຫ້ເກີດເປັນອາຍ

ແກັສຂຶ້ນ ແລະ ເມື່ອສະສົມເປັນຈຳນວນມະຫາສານ ກໍເກີດມີການລະເບີດຂຶ້ນມາ.

 

ເຖິງຢ່່າງໃດກໍຕາມ ຍັງບໍ່ທັນມີຜົນການລາຍງານຢ່າງເປັນທາງການ ເຖິງສາເຫດທີ່ແທ້ຈິງມາຈາກທີມນັກວິທະ

ຍາສາດ ຫຼື ທາງການຂອງຣັດເຊຍເທື່ອໃນເວລານີ້.

 

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...