spot_img
Homeລົດຍົນ-ຍານພາຫະນະພິທີເປີດໂຕສູນບໍລິການກີລີລາວ ຢ່າງເປັນທາງການພ້ອມກັບເປີດໂຕລົດໃຫມ່ ສອງລຸ້ນ ກີລີ Emgrand ແລະ ລົດໄຟຟ້າ 100% Geometry C

ພິທີເປີດໂຕສູນບໍລິການກີລີລາວ ຢ່າງເປັນທາງການພ້ອມກັບເປີດໂຕລົດໃຫມ່ ສອງລຸ້ນ ກີລີ Emgrand ແລະ ລົດໄຟຟ້າ 100% Geometry C

Published on

ພິທີເປີດໂຕສູນບໍລິການກີລີລາວຄົບວົງຈອນ ໄດ້ຈັດຂື້ນໃນວັນສຸກ ທີ່ 28 ຕຸລາ 2022 ທີ່ຜ່ານມາທີ່ສູນກີລີລາວບ້ານສີດຳດວນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ໂດຍຖືເປັນກຽດເຂົ້າຮ່ວມໂດຍທ່ານທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ລັດຖະມົນຕີ ວ່າການ ກະຊວງ ອຸດສະຫະກໍາແລະການຄ້າ.

ທ່ານສຸກສະໜອນ ສີຫາເທບ ປະທານກຸ່ມບໍລິສັດ ມະນີຍົມ ກຣຸບ ແລະ ກີລີ ລາວ ແລະ ທ່ານນາງ ມະນີຍົມ ສີຫາເທບ ຮອງປະທານ ກຸ່ມບໍລິສັດມະນີຍົມ ກຣຸບ ແລະ ກີລີ ລາວ ພ້ອມດ້ວຍຄະນະບໍລິຫານ ແລະ ແຂກຜູ້ມີກຽດ.

ພາຍຫຼັງເຊັນສັນຍາເປັນຕົວແທນຈຳໜ່າຍຢ່າງເປັນທາງການຂອງກີລີ ໃນວັນທີ່ 18 ກຸມພາ 2021 ທີ່ຜ່ານມາ. ທາງບໍລິສັດ ມະນີຍົມ ກໍ່ໄດ້ຮີບຮ້ອນລິເລີ່ມລົງມືກໍ່ສ້າງໂຊລູມ ແລະ ສູນບໍລິການ ລະດັບ Class A ມາດຕະຖານໃຫຍ່ສຸດຂອງກີລີ ໃນທັນທີ ໂດຍໃຊ້ໄລຍະເວລາກໍ່ສ້າງ 1 ປີເຕັມ ໂຊລູມ ກີລີ ໃຫມ່ ຈຶ່ງໄດ້ສຳເລັດສົມບູນ ແລະ ພ້ອມຮັບໃຊ້ບໍລິການແລ້ວ ຊຶ່ງຜ່ານມາ ທາງ ມະນີຍົມໂອໂຕກລຸບ ກໍ່ຄື ກີລີລາວ ກໍ່ໄດ້ເປີດຕົວລົດກີລີມາແລ້ວ 2 ລຸ້ນ ຄື : ລົດ Geely Coolray ແລະ Geely Azkarra ຊຶ່ງໄດ້ຮັບການຕອບຮັບຈາກສັງຄົມໄດ້ເປັນຢ່າງດີ ແລະ ໃນຄ່ຳຄືນດຽວກັນນັ້ນ ກໍ່ຍັງມີພິທີ ເປີດໂຕແນະນຳລົດໃຫມ່ທັງສອງລຸ້ນ Geely Emgrand ແລະ ລົດໄຟຟ້າ 100% Geometry C.

 

ລຸ້ນອິດນັ້ນກໍ່ຄື 1. ລົດເກງ Geely Emgrand ເປັນລົດ Sedan-B ເໝາະສຳລັບຄົນລຸ້ນໃຫມ່ທຸກເພດທຸກໄວ ທີ່ມາພ້ອມກັບເທັກໂນໂລຍີ່ຟັງຊັນທີ່ຫຼາກຫຼາຍ ແລະ ການຂັບຂີ່ທີ່ສະມູດນຸ້ມນວນທຸກຈັງຫວະ ການອອກແບບມີຄວາມສວຍງາມ ແລະ ນຳໃຊ້ວັດສະດຸທີ່ມີຄຸນະພາບສູງ ທັງພາຍນອກ ແລະ ພາຍໃນ ມາພ້ອມກັບເຄື່ອງຈັກ 1.5L 8 Speed CVT 102 ແຮງມ້າ ແລະ ຈຸດເດັ່ນອີກຫຼາກຫຼາຍຈຸດເຊັ່ນ: ພວງກະແຈອັດຊະລິຍະ ຕິດຈັກຈາກໄລຍະໄກເຖິງ 100 ແມັດ,ໂຄງສ້າງໂຕລົດສະຖາປັດຕະຍະກຳ BMA ຫຼື B-segment Modular Architecture ນັ້ນ ພວກເຮົາໄດ້ໃຊ້ເວລາຫຼາຍກວ່າ 4 ປີ ໃນການຮ່ວມພັດທະນາວາງ layout ກັບ Volvo, ໂຕລົດມີຂະໜາດກ້ວາງ ໂອງໂກງກວ່າລຸ້ນດຽວກັນ, ມີໜ້າຈໍສຳພັດຂະໜາດ 8 ນີ້ວ ພ້ອມເຊື່ອມຕໍ່ WIFI ກັບໂທລະສັບຂື້ນໜ້າຈໍໂດຍບໍ່ຕ້ອງໃຊ້ສາຍ, ມີກ້ອງຖອຍລະດັບຄວາມຄົມຊັດ HD, ເຊັນເຊີຫຼັງ, ຖົງລົມນິລະໄພ 6 ຈຸດ, ຕາໄຟທ້າຍ ມີຮູບແບບການກະພີບ 3 ຮູບແບບ ສວຍງາມ. ພິເສດໄປກ່ວານັ້ນ ສະເພາະລົດລຸ້ນນີ້ ປະຕູຫຼັງສາມາດເປີດໂອໂຕ ເມື່ອໄປຢືນໃກ້ໆ 3 ວິປະຕູຫຼັງກໍ່ຈະເປີດຂື້ນເອງທັນທີ.

ລຸ້ນທີ່ 2 ແມ່ນ ລົດໄຟຟ້າ Geometry C ຈະເປັນລົດພະລັງງານໄຟຟ້າ 100% ສາກເຕັມໜື່ງຄັ້ງໄປໄດ້ 550Km ມາດຕະຖານ NEDC. Geometry C ມີນີຍາມ ທີ່ສືບທອດແຟຊັນ ແລະ ເທັກໂນໂລຍີ່ທີ່ເນັ້ນການອອກແບບຕາມຫຼັກເລຂາຄະນິດ. ມາພ້ອມກັບນະວັດຕະກຳທີ່ທັນສະໃຫມ ແລະ ຟັງຊັນຄວາມປອດໄພລະດັບສູງສຸດ ບໍ່ວ່າຈະເປັນລະບົບກູ້ດືງພະລັງງານກັບມາໃຊ້ງານຄືນ ຫຼື ໂມດຂັບຂີ່ສຸກເສີນ Eco+ ທີ່ຈະຊ່ວຍໃຫ້ເພີ່ມໄລຍະທາງໄປໄດ້ໄກຂື້ນອີກ 8% ແລະ ອື່ນໆ.

ນອກນັ້ນ, ຍັງມີອັອບຊັນພິເສດທີ່ຫຼາກຫຼາຍເຊັນ: HUD ສະແດງຄວາມໄວທີ່ແກ້ວແວ່ນໜ້າ, ລະບົບຄວາມປອດໄພລ່າສຸດ ເວີຊັນ 9.3 ESP (TCS ປ້ອງການການໜື່ນໄຫຼ, VDC ຄວບຄຸມການຊົງໂຕຂອງລົດແບບແປຜັນ, HBA ລະບົບຊ່ວຍເບກໄຮໂດຣລິກ, HBB ເພີ່ມປະສິດຕິພາບເບກດ້ວຍໄຮໂດຣລິກ, HBC ໄຮໂດຣລິກພາວເວີເບກຊົດເຊີຍເບກມີຄວາມຜິດປົກກະຕິ, HHC ປ້ອງກັນການໄຫຼກໍລະນີຢູ່ທາງລາດຊັນ, CDP ລະບົບຊ່ວຍເບກແປຜັນ, CRBS ໂຕຊ່ວຍຄວມຄຸມການເບກ ແລະ ກູ້ພະລັງງານຄືນ), ລະບົບໂຕຊ່ວຍອັດຊະລິຍະ 14 ຈຸດ ກ້ອງມູມມອງຮອບໂຕລົດ + ເຊັນເຊີ ຮອບໂຕລົດ ແລະ Redar ດ້ານໜ້າ, ຟັງຊັນ Full ACC adaptive Cruise Function: ລົດຈະແລ່ນດ້ວຍຄວາມໄວທີ່່ຕັ້ງໄວ້ ໂດຍບໍ່ຕຳເປັນຢຽບຄັນເລັງ ເວລາເປີດໃຊ້ງານ ລົດຈະແລ່ນຕາມຄວາມໄວທີ່ຕັ້ງໄວ ເມື່ອມີລົດດ້ານໜ້າ ຄວາມໄວຈະຫຼຸດຕາມ ຫຼື ເມື່ອ ລົດດ້ານໜ້າຈອດລົດຈະເບກຈອດນຳ ແລະ ເມື່ອ ລົດດ້ານໜ້າ ແລ່ນຕໍ່ໄປລົດຈະແລ່ນຕາມ ແລະ ປອດໄພສູງສຸດ, Redar ດ້ານໜ້າ ລຸ້ນລ່າສຸດ 77GHz ກວດຈັບໄດ້ໄກ ລົດຫຼືຄົນໄດ້ເຖິງ 40ເປົ້າໝາຍ, BSD ແຈ້ງເຕື່ອນມູມອັບສາຍຕາ ຢູ່ແວ່ນຂ້າງ, LKA + LDW ໂຕຊ່ວຍຄວບຄຸມລົດໃຫ້ຢູ່ໃນເລນແລ່ນລົດ, IHBC ຕາໄຟສູງ ເປີດປິດ ອັດຕະໂນມັດ ກໍລະນີມີລົດດ້ານໜ້າ ຕາສູງຈະມອດລົດໂອໂຕ ແລະ ເມື່ອ ບໍ່ມີລົດ ຕາສູງຈະເປີດໂອໂຕ.

ສໍາລັບລົດ GEELY ແມ່ນລົດສັນຊາດຈີນທີ່ໄດ້ປະສົມປະສານ ແລະ ຖ່າຍທອດເຕັກໂນໂລຊີ ຈາກລົດ ຍີ່ຫໍ້ Volvo ທີ່ມີຊື່ສຽງໃນລະດັບໂລກ (ຈາກປະເທດສະວີເດັນ) ຕັ້ງແຕ່ປີ 2010 ແລະ ເປັນລົດສັດຊາດຈີນລຸ້ນທຳອິດ ແລະ ລຸ້ນດຽວທີ່ ບັນລຸຍອດຂາຍທົ່ວໂລກ ໄດ້ຫຼາຍກວ່າ 10 ລ້ານຄັນ ໃນປີ 2020 ( ຍອດຂາຍສະເພາະປີ 2020 ແມ່ນຈຳນວນ 1,32 ລ້ານຄັນ) ແລະ ຕັ້ງເປົ້າຄາດໝາຍ 1,53 ລ້ານຄັນ ໃນປີ 2021 ແລະ ໃນປີ 2022 ເອງກໍ່ເປັນບາດກ້າວທີ່ສຳຄັນທີ່ສຸດ.

ກຸ່ມບໍລິສັດ Manignom Group ຍັງນໍາເຂົ້າລົດຈາກ General Motor ເຊັ່ນ: Chevrolet ແລະ Cadillac ນັບແຕ່ປີ 2012. ນອກຈາກນັ້ນ ຍັງມີ ອຸປະກອນໜັກ ແລະ ລົດບັນທຸກປະເພດຕ່າງໆ (Heavy Equipment & Truck) ຫຼາຍຍີ່ຫໍ້ຈາກ ສ.ເກົາຫຼີ ເຊັ່ນ: Hyundai, Daewoo, ,Soosan ແລະ ຈາກ ສປ ຈີນ ເຊັ່ນ: Shantui, Tongly, Shacman ແລະ ອື່ນໆ ເປັນຕົ້ນ.

ທ່ານປະທານ ສຸກສະໝອນ ສີຫາເທບ ຍັງໄດ້ກ່າວຕື່ມວ່າ: ພວກເຮົາມີຄວາມໝັ້ນໃຈເປັນຢ່າງຍີ່ງວ່າ ລົດທັງ 2 ລຸ້ນ ທີ່ເປີດໂຕໃໝ່ໃນຄັ້ງນີ້ ແລະ ໂຊລູມ-ສູນບໍລິການກີ້ລີ້ ລາວ ຈະສາມາດຕອບສະໜອງຄວາມຕ້ອງການ ແລະ ໃຫ້ທ່ານໄດ້ພົບກັບປະສົບການທີ່ເກີນຄວາມຄາດຫວັງຂອງທ່ານ. ເພຶ່ອອຳນວຍຄວາມສະດວກແກ່ລູກຄ້າແບບຄົບວົງຈອນດ້ວຍມາດຕະຖານດຽວກັນໃນທົ່ວປະເທດ, ກີ້ລີ້ ລາວ ມີແຜ່ນທີ່ຈະຂະຫຍາຍ ສາຂາ ໄປທາງພາກໃຕ້ ໃນໄວໆນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະນຳເອົາຜະລິດຕະພັນທີດີທີ່ສຸດ ແລະ ເປັນທີ່ເໝາະສົມກັບສະພາບປະເທດເຮົາຫລາຍທີ່ສຸດ ມາໃຫ້ກັບພີ້ນ້ອງຊາວລາວທຸກໆທ່ານ ຂໍໃຫ້ທ່ານເຊື້ອໝັ້໊ນ ແລະ ໃຫ້ການສະໜັບສະໜູນກີ້ລີ້ລາວ.

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...