Homeມູມໄອທີລາວພາສາລາວໄດ້ບັນຈຸເຂົ້າໃນລະບົບກູເກີ້ນເປັນພາສາທີ 65

ພາສາລາວໄດ້ບັນຈຸເຂົ້າໃນລະບົບກູເກີ້ນເປັນພາສາທີ 65

Published on

images (1)

ອີງຕາມເວັບໄຊຂອງກະ ຊວງໄປສະນີໂທລະຄົມ ແລະ ການສື່ສານໃຫ້ຂ່າວວ່າ: ບໍລິ ສັດກູເກຼິນ (Google) ແມ່ນຜູ້ ໃຫ້ບໍລິການຊອກຫາຂໍ້ມູນ ແລະ ສະໜອງຂໍ້ມູນລະດັບ ໃຫຍ່ໃນໂລກອິນເຕີເນັດທີ່ມີ ສະມາຊິກຜູ້ຊົມໃຊ້ຫລາຍ ຮ້ອຍລ້ານຄົນ. ນອກຈາກນັ້ນ ຍັງໃຫ້ບໍລິການລະບົບອີເມວ ແລະ ລະບົບແຜນທີ່ແບບເອ ເລັກໂຕຼນິກຕາມພາບຖ່າຍ ຜ່ານດຽວທຽມ.ການບັນຈຸພາສາລາວເຂົ້າໃນລະບົບກູເກຼີນນັ້ນຈະເຮັດໃຫ້ມີການສ້າງຂໍ້ ມູນຂ່າວສານທີ່ເປັນພາສາ ລາວຫລາຍຂື້ນ, ພ້ອມນັ້ນກໍ່ ເຮັດໃຫ້ຄົນທີ່ນໍາໃຊ້ພາສາ ລາວບໍ່ວ່າຈະຢູ່ທີ່ໃດທີ່ມີການນໍາໃຊ້ອິນເຕີເນັດກໍ່ສາມາດສື່ສານພົວພັນກັນເປັນພາສາ ລາວໄດ້.ຍ້ອນເຫັນຄວາມສໍາຄັນກ່າວນັ້ນ, ກະຊວງໄປສະ ນີໂທລະຄົມມະນາຄົມ ແລະ ການສື່ສານກໍໄດ້ປະສານງານກັບບໍລິສັດກູເກຼີນນັບຕັ້ງແຕ່ ຕົ້ນປີ 2012 ເປັນຕົ້ນມາ ແລະ ໄດ້ມີການດໍາເນີນການ ຄົ້ນຄ້ວາ ແລະ ສື່ສານແລກ ປ່ຽນຂໍ້ມູນນໍາກັນເພື່ອບັນຈຸ ຟອນຕົວອັກສອນລາວເພັດ ຊະລາດ (Phetsarath OT) ທີ່ເປັນຕົວອັກສອນ (ຟອນ) ທາງການຂອງ ສປປ ລາວ ເຂົ້າໃນລະບົບຟອນຂອງອິນ ເຕີເນັດ (Web-Font) ແລະ ສ້າງແປັ້ນພິມພາສາລາວ ແບບບໍ່ມີແປ້ນຈິງ (Lao Virtual Keyboard) ໃນລະ ບົບກູເກຼີນ ເຊິ່ງເຮັດໃຫ້ຜູ້ຊົມ ໃຊ້ອິນເຕີເນັດສາມາດອ່ານ ແລະ ພີມພາສາລາວໄດ້ ໂດຍ ບໍ່ຈໍາເປັນຕ້ອງຕິດຕັ້ງຟອນ ເພັດຊະລາດໃນເຄື່ອງຄອມ ພິວເຕີກໍ່ຄືບັນດາເຄື່ອງອຸປະ ກອນ ເອເລັກໂຕຼນິກ (ລວມ ທັງ ມືຖື) ຂອງຕົນ.
ນອກນັ້ນຍັງສ້າງລະບົບ ການແປພາສາອັງກິດ-ລາວ – ອັງກິດໃນລະບົບກູເກຼິນ, ເຊິ່ງ ຜູ້ຊົມໃຊ້ສາມາດຊອກການ ແປພາສາອັງກິດມາເປັນພາ ສາລາວໄດ້ ໂດຍຜ່ານແວບ ໃຊ້ຂອງລະບົບກູເກຼີນ. ໂດຍ ວິຊາການຂອງກະຊວງໄປ ສະນີໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ສ້າງວັດ ຈະນານຸກົມອັງກິດ-ລາວ-ອັງກິດ, ໄດ້ແປຄຳສັບອັງກິດ ມາເປັນພາສາລາວໃນລະບົບໂປຼແກຼມການແປ 71,400 ແຖວ ແລະ ປະໂຫຍກຂອງ ພາສາອັງກິດມາເປັນພາສາ ລາວໃນລະບົບຖານຂໍ້ມູນ ຈຳນວນ 6000 ປະໂຫຍກ. ບໍລິສັດກູເກຼີນໄດ້ເປິດການນໍາໃຊ້ລະບົບການແປພາສາ ລາວ ຜ່ານແວບໃຊກູເກຼີນ ໃນ ວັນທີ 13/9/2012, ເຮັດໃຫ້ ພາສາລາວເປັນພາສາທີ່ 65 ທີ່ສາມາດແປພາສາໃນລະ ບົບຂອງກູເກຼີນໄດ້. ນີ້ແມ່ນ ຜົນສໍາເລັດເບື້ອງຕົ້ນເທົ່ານັ້ນ ເພາະວ່າໃນປະຈຸບັນການແປຍັງແມ່ນແບບຄໍາຕໍ່ຄໍາ ຫຼື ຖ້າ ເປັນປະໂຫຍກກໍແມ່ນເປັນ ປະໂຫຍກທີ່ສັ້ນໆ ແລະ ຂຽນ ຕາມຫລັກໄວຍະກອນແບບ ງ່າຍ, ເຊິ່ງກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານຍັງສຶບຕໍ່ປັບປຸງ ຮ່ວມກັບບໍລິສັດກູເກິຼນເພື່ອ ໃຫ້ພາສາລາວໃນລະບົບນີ້ ສົມບູນຂື້ນໄປເລື້ອຍໆ.
ອີກປະການຫນຶ່ງນອກ ຈາກນັ້ນກະຊວງໄປສະນີໂທ ລະຄົມມະນາຄົມ ແລະ ການ ສື່ສານຍັງຈະຮ່ວມມືກັບບໍລິ ສັດ Google ໃນການສ້າງ ແຜນທີ່ ສປປ ລາວ ເປັນແບບ ພາບ 3 ມິຕິທີ່ເຫັນພາບ ເຄື່ອນເໜັງຕາມທິວທັດຖະ ໜົນ (Street View) ແລະ ບັນຈຸເຂົ້າໃນລະບົບກູເກຼີນ ເອີດ (Google Earth), ເຊິ່ງ ກູເກຼີນໄດ້ຖ່າຍພາບໃນແຕ່ ລະວັນຜ່ານທາງດາວທຽມ.

ທີ່ມາ:www.kongthap.gov.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...