Homeຂ່າວທ້ອງຖິ່ນພາຍຸດີເປຊັນພັດຜ່ານພາກເໜືອຂອງລາວເຮັດໃຫ້ຫຼາຍແຂວງເກີດນໍ້າຖ້ວມໜັກ

ພາຍຸດີເປຊັນພັດຜ່ານພາກເໜືອຂອງລາວເຮັດໃຫ້ຫຼາຍແຂວງເກີດນໍ້າຖ້ວມໜັກ

Published on

ເນື່ອງຈາກການພັດຜ່ານຂອງພາຍຸໝູນເຂດຮ້ອນ ໂຄກູມະ KOGUMA ເຄື່ອນທີ່ເຂົ້າທາງພາກເໜືອຂອງ ສສ ຫວຽດນາມ ໃນເວລາ 7 ໂມງ45 ນາທີ ມີຈຸດສູນກາງຢູ່ເສັ້ນຂະໜານທີ 19.6 ອົງສາເໜືອ ແລະ ເສັ້ນແວງທີ 105.4 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ ກາຍເປັນພາຍຸດີເປຊັນ ໃນຕອນແລງຂອງວານນີ້ ສົ່ງຜົນໃຫ້ມີຝົນຕົກໜັກເປັນບໍລິເວນກວ້າງ ແຕ່ເຂດແຂວງພາກກາງ ຫາ ພາກເໜືອ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນປະເທດລາວ  ໃນໄລຍະ 1-2 ວັນ.

ບໍລິເວນຄວາມກົດດັນອາກາດຕໍ່າໄດ້ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສຽງໃຕ້ ພັດປົກຄຸມພາກເໜືອດ້ວຍກໍາລັງປານກາງ ຫາ ແຮງ, ເຊິ່ງຈະເຮັດໃຫ້ມີຝົນໃນລະດັບປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ, ໍ່ວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ ແລະ ໄຊຍະບູລີ.

ໃນວັນທີ 14 ມີຖຸນາ 2021 ມີລາຍງານວ່າ ເກີດເຫດນໍ້າຖ້ວມ, ດິນເຈື່ອນໃນເທດສະບານເມືອງໄຊຍະບຸລີ, ນ້ຳປ່າໄຫຼຊຸເຂົ້າຖ້ວມ ບ້ານ ວຽງພັດທະນາ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ, ເມືອງວັງວຽງ ແຂວງວຽງຈັນ, ແຂວງຊຽງຂວາງ ສົ່ງຜົນບ້ານເຮືອນປະຊາຊົນ, ສຳນັກງານ ແລະ ໄຮ່ນາຮົ້ວສວນໄດ້ຮັບຜົນກະທົບ.

ເມືອງວັງວຽງແຂວງວຽງຈັນເມື່ອຕອນເຊົ້າມື້ນີ້ (14 ມິຖຸນາ 2021) ວ່າ ຂົວສີສົ້ມ ເຊິ່ງເປັນຂົວຂ້າມນໍ້າຊອງເຊື່ອມຕໍ່ຝັ່ງຕົວເມືອງວັງວຽງໄປຫາຖໍ້າຈັງ ແຫຼ່ງທ່ອງທ່ຽວຂຶ້ນຊື່ຂອງເມືອງ ໄດ້ຫັກລົງແລ້ວເນື່ອງຈາກຖືກກະແສນໍ້າຊອງທີ່ເພີ່ມລະດັບ ແລະ ໄຫຼແຮງພັດ.

ຫຼາຍບ້ານຢູ່ເຂດເທດສະບານເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ເກີດມີນໍ້າເຂົ້າຖ້ວມ ເຮືອນຊານຂອງປະຊາຊົນ. ປະຈຸບັນ, ຫຼາຍພາກສ່ວນ ກໍາລັງເຂົ້າໄປໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຢ່າງຮີບດ່ວນ.

ເກີດເຫດນ້ຳປ່າໄຫຼຊຸເຂົ້າຖ້ວມ ບ້ານ ວຽງພັດທະນາ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ມີເຮືອນບາງຫຼັງ ຖືກພັດໄປກັບກະແສນໍ້າ.

ຝົນຕົກໜັກ ເຮັດໃຫ້ນໍ້າແສງໄຫຼເຂົ້າຖ້ວມບ້ານນາມຸນລາດຄ້າຍ ເມືອງຜາໄຂ ແຂວວງຊຽງຂວາງ ປະຈຸບັນ, ຍັງມີຝົນຕົກ ແລະ ປະຊາຊົນ ຍັງເຝົ້າລະວັງ ການເພີ່ມຂຶ້ນຂອງນໍ້າ.
ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...