spot_img
Homeຂ່າວພາຍ​ໃນປູກຕົ້ນໃຫຍ່ບໍ່ໄດ້ຜົນດີ

ປູກຕົ້ນໃຫຍ່ບໍ່ໄດ້ຜົນດີ

Published on

 

ພາຍຫຼັງທີ່ໄດ້ຮັບການສ່ອງແສງຈາກປະຊາຊົນ ວ່າຕົ້ນໄມ້ທີ່ປູກໃນໂອກາດວັນທີ 1 ມິຖຸນາ ໃນບໍລິເວນ ສວນອະນຸສາວະລີນັກຮົບນິລະນາມດາວແດງ ຕິດກັບສະໜາມຫຼວງນັ້ນ ແຫ້ງຕາຍເກືອບໝົດແລ້ວ. ດັ່ງນັ້ນ, ທີມຂ່າວພວກເຮົາຈຶ່ງໄດ້ເດິນທາງລົງໄປເບິ່ງຕົວຈິງ ໃນວັນທີ 17 ກັນຍາ 2014 ທີ່ຜ່ານມາ ເຊິ່ງກໍໄດ້ພົບເຫັນຕົ້ນໄມ້ທີ່ປູກໃໝ່ແຫ້ງຕາຍເປັນຈຳນວນຫຼາຍ ດັ່ງຄຳສ່ອງແສງຂອງປະຊາຊົນແທ້.

ພາຍຫຼັງທີ່ທີມຂ່າວໄດ້ລົງເບິ່ງຕົວຈິງໄດ້ພົບເຫັນຕົ້ນໄມ້ທີ່ປູກໃນໂອກາດວັນທີ 1 ມິຖຸນາ 2014 ທີ່ຜ່ານມາ ໃນບໍລິເວນດັ່ງກ່າວ ແຫ້ງຕາຍຫຼາຍເກືອບໝົດ ແລະມີສ່ວນໜ້ອຍເທົ່ານັ້ນທີ່ຍັງປາກົດມີໃບໃຫ້ເຫັນ. ຕໍ່ເຫດການດັ່ງກ່າວ ທີມຂ່າວໄດ້ສອບຖາມສາເຫດການຕາຍຂອງຕົ້ນໄມ້ຈາກຜູ້ຊ່ຽວຊານທາງດ້ານການປູກຝັງ ເຊິ່ງໄດ້ຮັບຄຳຕອບວ່າ: ສາເຫດທີ່ຕົ້ນໄມ້ທີ່ເຮົາປູກແລ້ວຕາຍນັ້ນມີຫຼາຍສາເຫດ ເຊັ່ນ ປູກແລ້ວບໍ່ຫົດນ້ຳ(ໃນກໍລະນີຝົນບໍ່ຕົກ), ນ້ຳໄຫຼຫົ້ງຖ້ວມຮາກຕົ້ນໄມ້ ເຮັດໃຫ້ຮາກເນົ່າ, ປວກກັດຮາກຂອງຕົ້ນໄມ້, ຕົ້ນໄມ້ບໍ່ຖືກກັບອາກາດ ເຊັ່ນ ເອົາຕົ້ນໄມ້ເມືອງໜາວມາປູກເມືອງຮ້ອນ ດັ່ງນີ້ເປັນຕົ້ນ. ແຕ່ສຳລັບຕົ້ນໄມ້ທີ່ເອົາມາປູກຢູ່ສວນອະນຸສາວະລີນັກຮົບນິລະນາມດາວແດງນັ້ນ ເປັນຕົ້ນໄມ້ທີ່ໃຫຍ່ແລ້ວ ດັ່ງນັ້ນ, ການຈະເອົາມາປູກໄດ້ນັ້ນຕ້ອງຜ່ານການຂຸດກົ່ນ, ຕັດຮາກ, ຕັດປາຍ ອອກແລ້ວ ເມື່ອຮາກມັນສັ້ນບໍ່ສາມາດດູດນ້ຳໄປລ້ຽງລຳຕົ້ນໄດ້ຢ່າງເຕັມທີ່ຈຶ່ງເຮັດໃຫ້ຕົ້ນໄມ້ຂາດນ້ຳ ແລະແຫ້ງຕາຍໃນທີ່ສຸດ. ແລະຜູ້ຊ່ຽວຊານດ້ານການປູກຝັງຍັງແນະນຳວ່າ ຖ້າໃຫ້ດີແທ້ນັ້ນ ແນະນຳໃຫ້ເອົາເບ້ຍໄມ້(ບໍ່ແມ່ນຕົ້ນໄມ້) ມາປູກ ຈິ່ງຈະມີໂອກາດລອດສູງ ເນື່ອງຈາກເຮົາສາມາດປູກໂດຍບໍ່ໄດ້ຕັດຮາກ ຫຼືບໍ່ໄດ້ກະທົບກະເທືອນຕໍ່ດິນຫຸ້ມເຫງົ້າຮາກຂອງເບ້ຍໄມ້ແລະເບ້ຍໄມ້ກໍບໍ່ບອບຊ້ຳຫຼາຍ ຈຶ່ງມີໂອກາດຂຶ້ນຫຼາຍກວ່າ ໃນຂະນະທີ່ຖ້າທຽບໃສ່ກັນແລ້ວ ທຶນທີ່ນຳເອົາຕົ້ນໄມ້ໃຫຍ່ມາປູກພຽງຕົ້ນດຽວ ສາມາດຊື້ເບ້ຍໄມ້ນ້ອຍມາປູກໄດ້ຈຳນວນຫຼວງຫຼາຍ, ທັງບໍ່ມີຄວາມສ່ຽງຕໍ່ການຕາຍ ແລະການເບິ່ງແຍກກໍບໍ່ຫຍຸ້ງຍາກຫຼາຍນຳອີກ.

ໃນຂະນະທີ່ທີມຂ່າວຍັງບໍ່ໄດ້ໄປສຳຫຼວດເບິ່ງຫຼາຍໆ ສະຖານທີ່ທີ່ມີການປູກຕົ້ນໄມ້ໃນລັກສະນະດຽວກັນນີ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດທີ່ຜ່ານມາວ່າຕົ້ນໄມ້ເຫຼົ່ານັ້ນເປັນແນວໃດ.

 

 

 

1545715_546997438735069_1440846877741732483_n 1546434_546997355401744_6553733619361058973_n 10373674_546997588735054_107348687852088039_n 10411097_546997528735060_8907088985735905817_n 10505478_546997475401732_129465081194642838_n 10509492_546997562068390_9011090018784801285_n 10636226_546997685401711_8647750733745828772_n 10644956_546997785401701_6128237267482592912_n 10649465_546997652068381_5985442155449333511_n 10685336_546997398735073_6090711043626253889_n 10701929_546997715401708_6160673245452908152_n

ບົດຄວາມຫຼ້າສຸດ

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...