Homeຂ່າວທ້ອງຖິ່ນປະຊາຊົນລາວຍັງກືກໜັງສື ແລະ ເດັກນ້ອຍບໍ່ໄດ້ເຂົ້າເຖິງການສຶກສາມີຈຳນວນຫຼາຍ

ປະຊາຊົນລາວຍັງກືກໜັງສື ແລະ ເດັກນ້ອຍບໍ່ໄດ້ເຂົ້າເຖິງການສຶກສາມີຈຳນວນຫຼາຍ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ກະຊວງສຶກສາ ແລະ ກິລາ ແຈ້ງໃຫ້ຮູ້ວ່າ: ຍັງມີ ປະຊາຊົນລາວທີ່ບໍ່ຮູ້ໜັງສື ແລະ ເດັກນ້ອຍລາວ ທີ່ບໍ່ໄດ້ເຂົ້າເຖິງການສຶກສາ ແລະ ປະລະຈາກໂຮງ ຮຽນຊັ້ນປະຖົມຈໍານວນຫຼາຍ, ເຊິ່ງເປັນສິ່ງທີ່ທ້າທາຍຕໍ່ການພັດທະນາການສຶກສາ-ກິລາ ຢູ່ ສປປ ລາວ ໂດຍສະເພາະແມ່ນຢູ່ເຂດຫ່າງໄກສອກຫຼີກ.

ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ ໄດ້ກ່າວໃນພິທີຖະແຫຼງຂ່າວ ເມື່ອວັນທີ 7 ກັນຍາ ທີ່ຜ່ານມາ ຢູ່ກະຊວງສຶກສາ ແລະ ກິລາ ເນື່ອງໃນ ວັນສາກົນແຫ່ງການຮຽນຮູ້ໜັງສື ຄົບຮອບ 55 ປີ (8 ກັນຍາ1965- 8 ກັນຍາ 2020) ໂດຍມີ ເນື້ອໃນ ບາງຕອນທີ່ສໍາຄັນວ່າ: ໃນສົກປີຮຽນ 2020-2021 ນີ້ ມີປະມານ 4 % ທີ່ປະຊາຊົນລາວ ບໍ່ຮູ້ໜັງສື ແລະ ເດັກນ້ອຍລາວບໍ່ໄດ້ເຂົ້າເຖິງການສຶກສາ ແລະ ປະລະຈາກໂຮງຮຽນຊັ້ນປະຖົມໂດຍສະເພາະຢູ່ເຂດ ຫ່າງໄກສອກຫຼິກ, ເຊິ່ງເປັນສິ່ງທ້າທາຍອັນໃຫ່ຍຫຼວງປະເທດຂອງພວກເຮົາທີ່ຈະຕ້ອງເອົາໃຈໃສ່ໃນສະພາບການລະ ບາດຂອງພະຍາດໂຄວິດ-19 ແລະ ບໍ່ຮູ້ ວ່າຈະສິ້ນສຸດເວລາໃດ ເຊິ່ງມັນເປັນຜົນກະທົບອັນໜັກໜ່ວງ ແລະ ຮ້າຍແຮງຕໍ່ການພັດທະນາການສຶກສາ-ກິລາ .

ທ່ານ ນາງ ແສງເດືອນ ໄດ້ກ່າວຕື່ມວ່າ: ເພື່ອແກ້ໄຂບັນຫາດັ່ງກ່າວນີ້ ລັດຖະບານກໍ່ຄື ກະຊວງສຶກສາ ທິການ ແລະ ກິລາ ໄດ້ສ້າງເງື່ອນໄຂໃຫ້ແກ່ກຸ່ມເປົ້າໝາຍຜຸ້ທີ່ດ້ອຍໂອກາດ, ຜູ້ທຸກຍາກ, ເພດຍິງ, ຊົນ ເຜົ່າ, ຜູ້ພິການໄດ້ຮັບການສຶກສາທີ່ມີຄວາມສະເໝີພາບ ແລະ ເທົ່າທຽມ ໂດຍຜ່ານການຈັດການຮຽນ-ການສອນໃນຫຼາຍຮູບແບບ ເຊິ່ງປະກອບມີການຮຽນທາງໄກ, ການຮຽນຜ່ານໂທລະພາບ, ວິທະຍຸ, ສື່ສັງຄົມອອນລາຍຕ່າງໆ ເພື່ອເຮັດໃຫ້ການສຶກສາມີການພັດທະນາຢ່າງຕໍ່ເນື່ອງ ເຖິງແມ່ນວ່າຈະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...