Home​ຂ່າວທ່ອງທ່ຽວນັກທ້ອງທ່ຽວຕ່າງປະເທດເຂົ້າມາທ່ຽວໃນລາວເກີນຄາດໝາຍ

ນັກທ້ອງທ່ຽວຕ່າງປະເທດເຂົ້າມາທ່ຽວໃນລາວເກີນຄາດໝາຍ

Published on

20140215164547

ກະຊວງຖະແລງຂ່າວ ວັດທະນາທຳແລະການທ້ອງທ່ຽວຂອງລາວລາຍງານວ່າ ຕະຫຼອດປີ 2013 ທີ່ຜ່ານມານີ້ມີນັກທ້ອງທ່ຽວຕ່າງປະເທດໃນລາວມີຈຳນວນທັ້ງໝົດ 3,779,490 ຄົນ ແລະນຳລາຍໃດ້ເຂົ້າສູ່ປະເທດກວ່າ 550 ລ້ານດອນລ່າ.

ຈຳນວນນັກທ້ອງທ່ຽວບໍ່ພຽງແຕ່ຈະເພີ່ມຂື້ນຈາກ 3 ລ້ານ 3 ແສນຄົນໃນປີ 2012 ເທົ່ານ້ນແຕ່ຍັງເປັນຈຳນວນນັກທ້ອງທ່ຽວທີ່ເຂົ້າມາໃນລາວເກີນກວ່າແຜນການໃນປີ 2013 ແລະເກີນກວ່າລະດັບຄາດໝາຍ ສຳລັບປີ 2015 ທີ່ວາງໄວ້ທີ່ 3,750,000 ຄົນ.

ສຳລັບຈຳນັກທ້ອງທ່ຽວດັ່ງກ່າວເປັນນັກທ້ອງທ່ຽວຈາກອາຊ່ຽນກວ່າ 3 ລ້ານ 4 ໝື່ນຄົນ ເຊິ່ງເພີ່ມຈາກ 2 ລ້ານ 7 ແສນຄົນ ໃນປີ 2012ທັ້ງຍັງຄິດເປັນສດສ່ວນທີ່ເພີ່ມຂື້ນຫຼາຍກ່າ 3 ເທົ່າເມື່ອທຽບກັບປີ 2006 ທີ່ມີນັກທ້ອງທ່ຽວຈາກອາຊ່ຽນພຽງ 9 ແສນຄົນ

ສ່ວນນັກທ້ອງທ່ຽວຈາກພູມມີພາກອື່ນໆກໍ່ເດີນທາງມາທ່ຽວໃນລາວເພີ່ມຂື້ນຢ່າງຕໍ່ເນື່ອງເຊັ່ນກັນ ໂດຍນກທ້ອງທ່ຽວຈາກຢຸໂລບເພີ່ມຂື້ນຈາກ 185,000 ໃນປີ 2012 ເປັນຫຼາຍກວ່າ 212,000 ຄົນໃນປີ 2012 ໃນຂະນະນັກທ້ອງທ່ຽວຈາກສະຫະລັດອາເມລິກາເພີ່ມຂື້ນຈາກ 75,800 ຄົນເປັນ 85,900 ຄົນ

ສ່ວນນັກທ້ອງທ່ຽວທີ່ມາທ່ຽວລາວຫຼາຍທີ່ສຸດກໍ່ຄື:ນັກທ້ອງທ່ຽວຈາກໄທເຊິ່ງມີຫຼາຍວ່າ 1.9 ລ້ານຄົນນັ້ນເອງ

ຣັດທະມົນຕີວ່າການກະຊວງຖະແລງຂ່າວວັດທະນາທຳແລະການທ້ອງທ່ຽວລາວເວົ້າວ່າເຫດທີ່ນັກທ້ອງທ່ຽວເຂົ້າມາທ່ຽວໃນລາວເພີ່ມຂື້ນດັ່ງກ່າວຄື: ການພັດທະນາແລະບໍລິການທ້ອງທ່ຽວໃນລາວກ້າວໄປສູ່ລະດັບມາດຕະຖານສາກົນຫຼາຍຂື້ນເລື້ອຍໆ ເຫັນໃດ້ຈາກການທີ່ລາວໃດ້ຮັບລາງວັນດ້ານການທ້ອງທ່ຽວລະດັບໂລກຫຼາຍລາຍການ ໂດຍລາງວັນລ່າສຸດເມື່ອຕົ້ນປີ 2013 ທີ່ສະພາການທ້ອງທ່ຽວແລະການຄ້າຢຸໂລບກໍ່ໃດມອບລາງວັນໃຫ້ລາວເປັນປະເທດທີ່ໜ້າທ່ຽວຫຼາຍທີ່ສຸດໃນໂລກ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...