Homeຂ່າວພາຍ​ໃນທ້າວ ເອື້ອຍ ສີມາຍ ຄວ້າ 2 ຫລຽນຄຳ ໃຫ້ກັບທີມກິລາຄົນພິການ ແຂວງ ບໍລິຄຳໄຊ

ທ້າວ ເອື້ອຍ ສີມາຍ ຄວ້າ 2 ຫລຽນຄຳ ໃຫ້ກັບທີມກິລາຄົນພິການ ແຂວງ ບໍລິຄຳໄຊ

Published on

ການແຂ່ງຂັນກິລາ ຍົກນ້ຳຫນັກໃນງານກິລາຄົນພິການແຫ່ງຊາດຄັ້ງທີ 3 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໃນລະຫວ່າງ 14-18 ກຸມພາ 2023

ໃນວັນທີ 13 ກຸມພາຜ່ານມາ, ທີ່ພະແນກແຜນການ ແລະ ການລົງທືນແຂວງ ຊຽງຂວາງ ມີການຈັດການແຂ່ງກິລາຍົກນ້ຳຫນັກ ເຊິ່ງເປັນການແຂ່ງຂັນກ່ອນພິທີເປີດ ມີນັກກິລາເຂົ້າຮ່ວມທີ່ມາຈາກ 13 ແຂວງ ແລະ 1 ນະຄອນຫລວງ ມີນັກກິລາຊາຍ 44 ຄົນ ນັກກິລາຍິງ 6 ຄົນ.

ໃນວັນທີ 13 ກຸມພາ ຜ່ານມາ, ເປັນການແຂ່ງຂັນມື້ທີ 1 ມີການແຂ່ງຂັນ 5 ລາຍການ ປະເພດຍິງ 03 ລາຍການ ໃນລຸ້ນ 41 kg 45 kg ແລະ 50 kg ສ່ວນປະເພດຊາຍ ແຂ່ງຂັນ 2 ລາຍການ ລຸ້ນ 49 kg ແລະ 54 kg ຜ່ານການແຂ່ງຂັນ ທ້າວ ເອື້ອຍ ສີມາຍ ນັກກິລາຍົກນໍ້າຫນັກ ຄົນພິການທີມຊາດລາວ ແຂ່ງຂັນໃນນາມ ນັກກິລາແຂວງບໍລິຄຳໄຊ ລົງແຂ່ງຂັນ ໃນລຸ້ນ 54 ກິໂລກຣາມ ຍົກ 3 ຄັ້ງ ຄັ້ງທີ 1 ຍົກໄດ້ 65 ກິໂລກຣາມ ຄັ້ງທີ 2 ຍົກໄດ້ 67 ກິໂລກຣາມ ແລະ ຄັ້ງທີ 3 ຍົກໄດ້ 68 ກິໂລກຣາມ ເຮັດຄະແນນລວມໄດ້ເປັນອັນດັບທີ 1 ຄວ້າຫລຽນຄຳ ແລະ ອີກຫນື່ງຫລຽນຄຳ ແມ່ນໄດ້ຈາກການສະເຫລ່ຍ ນໍ້າໜັກ ລວມທີ່ຫຼາຍກວ່າຫມູ່.

ແຫຼ່ງຂ່າວ: ລາວສູ້ໆ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...