Homeຂ່າວພາຍ​ໃນຍີ່ປຸ່ນ ຊ່ວຍເຫຼືອລົດດັບເພີງ ໃຫ້ແຂວງຊຽງຂວາງ

ຍີ່ປຸ່ນ ຊ່ວຍເຫຼືອລົດດັບເພີງ ໃຫ້ແຂວງຊຽງຂວາງ

Published on

ຍີ່ປຸ່ນ ຊ່ວຍເຫຼືອລົດດັບເພີງ ໃຫ້ແຂວງຊຽງຂວາງ

ພິທີ​ມອບ-ຮັບ​ລົດ​ດັບ​ເພີງ 2 ຄັນ ໃຫ້​ອຳນາດ​ການ​ປົກຄອງ​ແຂວງ​ຊຽງ​ຂວາງ ໂດຍ​ບໍລິສັດ ພັດທະນາ​ກະສິກຳ ລາວ-ຍີ່ປຸ່ນ ຈາກ​ປະຊາຊົນ​ເມືອງ​ໂອ​ໂກ​ຢາ​ມາ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ສິງຫາ 2013 ທີ່​ຫ້ອງ​ວ່າການ​ປົກຄອງ​ແຂວງ​ຊຽງ​ຂວາງ ຕາງໜ້າ​ມອບ​ໂດຍ​ທ່ານ ​ສຈ. ຮາ​ກິ​ວາ​ຣາ ຕາງໜ້າ​ເມືອງ​ໂອ​ກາຍາ​ມາ ແລະ ຕາງໜ້າ​ຮັບ​ໂດຍ​ທ່ານ ພັນ​ເອກ ບຸນ​ມີ ແສງ​ຄຳ​ຢອງ ຫົວໜ້າ​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ຊຽງ​ຂວາງ ໂດຍ​ຊ່ອງ​ໜ້າ​ທ່ານ ​ສຈ.​ດຣ. ສົມ​ກົດ ມັງ​ໝໍ່​ເມກ ເຈົ້າແຂວງ​ຊຽງ​ຂວາງ ແລະ ທ່ານ ອິ​ໂມ​ຣິ ປະທານ​ບໍລິສັດ ພັດທະນາ​ກະສິກຳ ລາວ-ຍີ່ປຸ່ນ ທ່ານ​ຜູ້ຕາງໜ້າ​ສະຖານທູດ​ຍີ່ປຸ່ນ ປະຈຳ​ລາວ ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ.

ບໍລິສັດ ພັດທະນາ​ກະສິກຳ ລາວ-ຍີ່ປຸ່ນ ແລະ ປະຊາຊົນ​ເມືອງ​ໂອ​ໂກ​ຢາ​ມາ ໄດ້​ນຳ​ລົດ​ຈຳນວນ 2 ຄັນ ລວມ​ມູນ​ຄ່າ 226.000 ໂດ​ລາ​ສະຫະລັດ ຫຼື ປະມານ 1.768 ລ້ານ​ກວ່າ​ກີບ ມອບ​ໃຫ້​ແກ່​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ຊຽງ​ຂວາງ ໂດຍ​ເປັນ​ການ​ຊ່ວຍເຫຼືອ​ລ້າ ເພື່ອ​ເປັນ​ການ​ຢັ້ງຢືນ​ໃຫ້​ເຫັນ​ໝາກຜົນ​ແຫ່ງ​ສາຍ​ພົວພັນ​ມິດຕະພາບ ຄວາມ​ສາມັກຄີ ແລະ ການ​ຮ່ວມ​ມື​ຍາວ​ນານ​ລະຫວ່າງ​ລັດຖະບານ ​ສປປ ລາວ ແລະ ຍີ່ປຸ່ນ ທ່ານ ພັນ​ເອກ ບຸນ​ມີ ແສງ​ຄຳ​ຢອງ ໄດ້​ກ່າວ​ວ່າ: ການ​ຊ່ວຍເຫຼືອ​ລ້າ​ພາຫະນະ​ລົດ​ດັບ​ເພີງ​ໃນ​ຄັ້ງ​ນີ້ ໄດ້​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ສະກັດ​ກັ້ນ ແລະ ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ຊີວິດ ແລະ ຊັບ​ສິນ​ຂອງ​ທັງ​ພາກ​ລັດ ແລະ ເອກະ​ຊົນ​ຢູ່​ພາຍ​ໃນ​ແຂວງ ຄຽງ​ຄູ່​ກັນ​ນັ້ນ ກໍ​ເປັນ​ອຸປະກອນ​ອັນ​ສຳຄັນ​ຂອງ​ເຈົ້າ​ໜ້າທີ່​ຕຳຫຼວດ ສະກັດ​ກັ້ນ ແລະ ຕ້ານ​ອັກຄີ​ໄພ ໄປ​ປະຕິບັດ​ໜ້າທີ່​ດັບ​ມອດ​ໄຟ​ຢ່າງ​ທັນ​ການ ໂດຍ​ຈະ​ຄຸ້ມ​ຄອງ​ນຳ​ໃຊ້​ພາຫະນະ​ດັ່ງກ່າວ​ໃຫ້​ມີ​ປະ​ສິດທິ​ຜົນ​ໃນ​ຂັ້ນ​ສູງ​ສຸດ ແລະ ນຳ​ໃຊ້​ໄດ້​ຍາວ​ນານ ປັບປຸງ​ກຳລັງ​ຕຳຫຼວດ​ປະຈຳການ​ໃຫ້​ຮັບປະກັນ ກຽມພ້ອມ​ເຮັດ​ໜ້າທີ່​ຕະຫຼອດ 24 ຊົ່ວໂມງ ເມື່ອ​ມີ​ເຫດການ​ເກີດ​ຂຶ້ນ​ຕ້ອງ​ມີ​ຄວາມ​ວ່ອງໄວ ແກ້​ໄຂ​ເຫດການ​ເກີດ​ຂຶ້ນ​ທັນ​ເວລາ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...