spot_img
Homeຂ່າວພາຍ​ໃນຍີ່ປຸ່ນມອບຫຼຽນກຽດຕິຄຸນອາທິດອຸໄທ ຊັ້ນ 1 ໃຫ້ຮອງປະທານປະເທດ

ຍີ່ປຸ່ນມອບຫຼຽນກຽດຕິຄຸນອາທິດອຸໄທ ຊັ້ນ 1 ໃຫ້ຮອງປະທານປະເທດ

Published on

ລັດຖະບານຍີ່ປຸ່ນ ໄດ້ມອບຫຼຽນກຽດຕິຄຸນອາທິດອຸໄທ ຊັ້ນ 1 ເຊິ່ງເປັນລາງວັນກຽດຕິຍົດສູງສຸດ ຂອງພົນລະເຮືອນຍີ່ປຸ່ນ ໃຫ້ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ໂດຍໄດ້ຈັດພິທີມອບຫຼຽນກຽດຕິຄຸນດັ່ງກ່າວຢ່າງເປັນທາງການ ໃນວັນທີ 20 ມັງກອນ 2023 ເຊິ່ງຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ມອບໂດຍ ທ່ານ ໂຄບະຢະຊິ ເຄນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ.

อาจเป็นรูปภาพของ 5 คน, ผู้คนกำลังยืน และ สถานที่ในร่ม

ໃນພິທີ ທ່ານ ໂຄບະຢະຊິ ເຄນອິຈິ ໄດ້ສະແດງຄວາມຍິນດີ ຕໍ່ທ່ານ ນາງ ປານີ ຢາທໍ່ຕູ້ ແລະ ສະແດງຄວາມຂອບໃຈ ຕໍ່ກັບການປະກອບສ່ວນຢ່າງພົ້ນເດັ່ນ ໃນການຊຸກຍູ້, ເສີມຂະຫຍາຍສາຍພົວພັນສອງຝ່າຍ ແລະ ສົ່ງເສີມມິດຕະພາບລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວຕະຫຼອດມາ. ໃນໄລຍະທີ່ດຳລົງຕໍາແໜ່ງ ເປັນປະທານສະພາແຫ່ງຊາດ(2010-2021) ໄດ້ມີສ່ວນຮ່ວມສໍາຄັນໃນການພັດທະນາສາຍພົວພັນສອງຝ່າຍ ຜ່ານການຮ່ວມມືຢ່າງຮອບດ້ານກັບປະເທດຍີ່ປຸ່ນ ເຊິ່ງໄລຍະດັ່ງກ່າວ, ທ່ານໄດ້ໄປຢ້ຽມຢາມປະເທດຍີ່ປຸ່ນເຖິງ 3 ຄັ້ງ ແລະ ຍັງໄດ້ເປັນເຈົ້າພາບຕ້ອນຮັບຄະນະລັດຖະສະພາຂອງຍີ່ປຸ່ນ ທີ່ມາຢ້ຽມຢາມ ສປປ ລາວ ເພື່ອສົ່ງເສີມການແລກປ່ຽນ ລະຫວ່າງ ສະພາຂອງສອງປະເທດ. ນອກນີ້ ຍັງໄດ້ນຳພາ ແລະ ສົ່ງເສີມຫຼາຍໂຄງການການຮ່ວມມືລະຫວ່າງຍີ່ປຸ່ນ ແລະ ສປປ ລາວ ໃນຫຼາຍຂະແໜງການ, ໃນປີ 2012 ຂໍ້ຕົກລົງເພື່ອລິເລີ່ມການຮ່ວມມືດ້ານປະມວນກົດໝາຍແພ່ງຂອງລາວ ກໍໄດ້ຮັບການລົງນາມໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ແລະ ທ່ານ ທາກິ ລັດຖະມົນຕີກະຊວງຍຸດຕິທໍາຍີ່ປຸ່ນ ໃນລະຫວ່າງການມາຢ້ຽມຢາມ ສປປ ລາວ, ການປະມວນກົດໝາຍແພ່ງຂອງລາວສະບັບດັ່ງກ່າວ ຖືວ່າເປັນການຮ່ວມມືຂັນສູງສຸດທາງດ້ານນິຕິກຳ ລະຫວ່າງສອງປະເທດ ເຊິ່ງກົດໝາຍແພ່ງຂອງລາວ ສະບັບປີ 2018 ກໍໄດ້ຮັບການອະນຸມັດໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ໃນຖານະທີ່ເປັນປະທານສະພາແຫ່ງຊາດ.

ໃນປີ 2015, ຍັງໄດ້ເຂົ້າຮ່ວມກອງປະຊຸມ “WAW! 2015” ເຊິ່ງເປັນກອງປະຊຸມສາກົນກ່ຽວກັບການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນນາມຜູ້ນໍາຍິງຕົວແທນຂອງປະເທດລາວ. ນອກນີ້, ທ່ານໄດ້ສະແດງການສະໜັບສະໜູນຢ່າງເຂັ້ມແຂງ ເພື່ອຄວາມສະເໝີພາບທາງເພດ ແລະ ຄວາມເຂັ້ມຂອງແມ່ຍິງ, ເຊິ່ງຖືວ່າເປັນໜຶ່ງໃນບູລິມະສິດທີ່ຍີ່ປຸ່ນ ໃຫ້ຄວາມສໍາຄັນສູງສຸດ, ທ່ານຍັງໄດ້ສະແດງເຈດຈໍານົງທີ່ຈະຮ່ວມມືກັບຍີ່ປຸ່ນ ເພື່ອສື່ສານວຽກງານບູລິມະສິດເຫຼົ່ານີ້ອອກໄປສູ່ສັງຄົມສາກົນ.

ທ່ານ ໂຄບະຢະຊິ ເຄນອິຈິ ຍັງໄດ້ກ່າວອີກວ່າ: ໃນນາມທີ່ເປັນຮອງປະທານປະເທດ ແຫ່ງ ສປປ ລາວ ທ່ານກໍໄດ້ສືບຕໍ່ມີສ່ວນຮ່ວມໃນການສ້າງຄວາມເຂັ້ມແຂງສາຍພົວພັນສອງຝ່າຍຍີ່ປຸ່ນ ແລະ ສປປ ລາວ, ໃນເດືອນສິງຫາ ທ່ານໄດ້ເຂົ້າຮ່ວມພິທີມອບວັກຊິນ ເພື່ອສົ່ງເສີມມາດຕະການຕ້ານການລະບາດຂອງພະຍາດໂຄວິດ-19 ທີ່ສະໜອງໂດຍປະເທດຍີ່ປຸ່ນ, ໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນຂອງລັດຖະບານຍີ່ປຸ່ນ ໃນປີ 2021 ເຊິ່ງສະແດງອອກເຖິງສາຍພົວພັນມິດຕະພາບ ອັນດີງາມລະຫວ່າງສອງປະເທດ.

ແຫຼ່ງຂ່າວ ຂປລ

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...